ໃນຕອນບ່າຍຂອງວັນທີ 07 ເມສາ 2021, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ເຂົ້າອວຍພອນປີໃໝ່ລາວ ພ.ສ. 2564 ຂອງ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດແຫ່ງ ສສ.
ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ. ໂອກາດນີ້ສະຫາຍເອກອັກຄະລັດຖະທູດ ຫວຽດນາມ ຍັງໄດ້ນຳເອົາກະຕ່າດອກໄມ້ຈາກ ສະຫາຍ ຟາມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ເພື່ອມອບແດ່ ສະຫາຍ ຄຳພັນ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ກໍ່ໄດ້ນຳເອົາກະຕ່າດອກໄມ້ມາອວຍພອນ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້.
ຂ່າວ,ພາບ: ກົມຂ່າວກະຊວງການຕ່າງປະເທດ
Loading...