ໃນວັນທີ 9 ເມສາ 2021, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນຕົວຈິງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນການສົນທະນາຄັ້ງນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ບຸ່ຍ ແທັງ ເຊີນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ, ຊຶ່ງເປັນການສະແດງເຖິງຄວາມເຊື່ອໝັ້ນ ແລະ ໄວ້ເນື້ອເຊື່ອໃຈ ຂອງພັກ, ລັດ ກໍ່ຄື ປະຊາຊົນຫວຽດນາມອ້າຍນ້ອງຕໍ່ສະຫາຍ ແລະ ໄດ້ມອບໝາຍໜ້າທີ່ສໍາຄັນ ແລະ ມີກຽດສະຫງ່ານີ້ໃຫ້, ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງຍິ່ງວ່າ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງສະຫາຍ ບຸ່ຍ ແທັງ ເຊີນ ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ໄດ້ຮັບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ຊຶ່ງເປັນການປະກອບສ່ວນສໍາຄັນໃນການຍົກບົດບາດ ແລະ ຊື່ສຽງຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ.
ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ, ທີ່ເຫັນວ່າ ເຖິງວ່າການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກ ແລະ ເຮັດໃຫ້ການໄປມາຫາສູ່ຊຶ່ງກັນ ແລະ ກັນ ມີຄວາມຫຍຸ້ງຍາກກໍຕາມ ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ຍັງສືບຕໍ່ເປັນປົກກະຕິ. ພ້ອມດຽວກັນນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ແລະ ການປະສານສົມທົບກັນຂອງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລືບາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ: ຊຸກຍູ້ໃຫ້ມີການສືບຕໍ່ແລກປ່ຽນຄະນະຜູ້ແທນນໍາກັນ ໃນທຸກລະດັບ ຕາມທິດກະທັດຮັດ ມີປະສິດທິຜົນ; ຊຸກຍູ້ບັນດາກະຊວງຂະແໜງການຕ່າງໆ ທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນຄະນະກໍາມະການຮ່ວມມືສອງຝ່າຍໃນການຈັດຕັ້ງປະຕິບັດບັນດາການຕົກລົງທີ່ສອງຝ່າຍໄດ້ມີຮ່ວມກັນ ໃຫ້ເປັນຮູບປະທໍາໂດຍໄວ; ສືບຕໍ່ຮ່ວມກັນກວດກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ກໍ່ຄືບັນດາເອກະສານ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ສືບຕໍ່ຮ່ວມກັນໃນການຊຸກຍູ້ສົ່ງເສີມ ການຄ້າ-ການລົງທຶນ ລະຫວ່າງສອງປະເທດ ໃຫ້ຫຼາຍຂຶ້ນ; ສອງຝ່າຍຈະໄດ້ຮ່ວມເຮັດວຽກນໍາກັນຢ່າງໃກ້ຊິດ ເພື່ອກະກຽມຈັດຕັ້ງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ກໍ່ຄືວັນຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022 ນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນ.
ໃນໂອກາດດຽວກັນນີ້, ສະຫາຍ ບຸ່ຍ ແທັງ ເຊີນ ໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍອັນອົບອຸ່ນ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມຍິນດີທີ່ຈະໄດ້ເຮັດວຽກຮ່ວມກັນ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍ່ຄືການຮ່ວມມື ອັນສະຫນິດສະຫນົມ ແລະ ແຫນ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ. ພ້ອມນີ້, ໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້ ສະຫາຍ ບຸ່ຍ ແທັງ ເຊີນ ກໍ່ໄດ້ອວຍພອນໃຫ້ ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄອບຄົວ ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດ ຂອງຕົນ.
ສຸດທ້າຍນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ລະຫວ່າງ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນາ, ພ້ອມທັງໄດ້ອວຍພອນໃຫ້ ສະຫາຍ ບຸ່ຍ ແທັງ ເຊີນ ພ້ອມດ້ວຍຄອບຄົວ ຈົ່ງມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ ແລະ ໄດ້ຖືໂອກາດນີ້ ເຊື້ອເຊີນສະຫາຍ ບຸ່ຍ ແທັງ ເຊີນ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ ອີກດ້ວຍ.
