ໃນວັນທີ 18 ມິຖຸນາ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເຢັນ ເປີເຕີ ລຸດເຄິນເຮັມ (Jens Peter Litkenherm) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສະ ຫະພັນ ເຢຍລະມັນ ປະຈຳລາວ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດປະຈຳ ສປປ ລາວ.
ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະ ແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ແລະ ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຢ່າງຫ້າວຫັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະ ເທດລາວ-ເຢຍລະມັນ ຕະຫລອດໄລຍະເວລາ 4 ປີ ທີ່ປະຈໍາການ ຢູ່ ສປປ ລາວ ເປັນຕົ້ນ ລະດົມຂົນຂວາຍທຶນຊ່ວຍ ເຫລືອ ລ້າ ຈາກລັດຖະບານເຢຍລະມັນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ; ຊຸກ ຍູ້ໃຫ້ມີການແລກປ່ຽນຢ້ຽມຢາມທາງການ ຂອງການນຳຂັ້ນສູງຂອງສອງປະເທດ ໃນຫລາຍລະດັບ ພິເສດໃນປີ 2019, ການຢ້ຽມຢາມເຢຍລະມັນ ຢ່າງເປັນທາງການຂອງທ່ານນາຍົກ ລັດຖະມົນຕີ ທອງລຸນ ສີສຸລິດ ແລະ ການມາຢ້ຽມຢາມລາວ ຂອງ ທ່ານ ນໍເບີດ ບາເທີນ (Norbert Barthle) ຮອງລັດຖະມົນຕີ ກະຊວງຮ່ວມ ມື, ເສດຖະກິດ ແລະ ການພັດທະ ນາ ແຫ່ງ ສສ ເຢຍລະມັນ. ນອກນັ້ນ, ຍັງມີການຊ່ວຍເຫລືອ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຂອງສະຖານທູດເຢຍລະມັນ ປະຈຳລາວ ໃຫ້ແກ່ອົງການກາແດງລາວ ມູນຄ່າ 10.960 ເອີໂຣ, ການຊຸກຍູ້ຂົນຂວາຍການຊ່ວຍ ເຫລືອຂອງສະມາຄົມມິດຕະພາບ ເຢຍ ລະມັນ-ລາວ ແລະ ລາວ-ເຢຍລະມັນ ໃຫ້ແກ່ລັດຖະບານລາວ 2 ຄັ້ງ, ມູນຄ່າ 70 ລ້ານກີບ ແລະ ການຊ່ວຍເຫລືອວັກແຊງປ້ອງກັນໂຄວິດ-19 ພາຍໃຕ້ໂຄງການ COVAX Facility.
ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ຂອງລັດຖະບານ ແລະ ປະຊາຊົນເຢຍລະມັນ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນການພັດ ທະນາເສດຖະກິດແບບຍືນຍົງ, ການພັດ ທະນາຊົນນະບົດ ແລະ ວຽກງານອາຊີວະສຶກສາເປັນຂະແໜງ ການທີ່ພົ້ນເດັ່ນທີ່ ສຸດ, ຊຶ່ງມາເຖິງປັດຈຸບັນ ມີມູນຄ່າລວມການຊ່ວຍເຫລືອຫລາຍກວ່າ 500 ລ້ານເອີໂຣ. ການຊ່ວຍເຫລືອດັ່ງກ່າວ, ໄດ້ປະ ກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ໃນໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານລາວ ປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ເຢັນ ເປີເຕີ ລຸດເຄິນເຮັມ ເພື່ອສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາ ລຶກເຖິງຜົນງານຄຸນງາມຄວາມດີ ທີ່ທ່ານອຸ ທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະ ຫວ່າງສອງປະເທດ ລາວ-ເຢຍລະມັນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ພາບ: ຂັນໄຊ
Loading...