ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນຕອນເຊົ້າຂອງ ວັນທີ 11 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາກະເຊະ ໂທຊິໂອະ (NAGASE Toshio), ຫົວໜ້າຫ້ອງການຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາກະເຊະ ໂທຊິໂອະ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານ ນາກະເຊະ ໂທຊິໂອະ ຈະສືບມູນເຊື້ອອັນດີງາມທີ່ມີມາແຕ່ດົນນານຂອງຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ໃນການຂົນຂວາຍການຊ່ວຍເຫຼືອ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ. ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕີລາຄາສູງຕໍ່ພາລະບົດບາດ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າຂອງ ຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ, ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບ ແລະ ພັດທະນາຂະແໜງການຕ່າງໆຂອງ ສປປ ລາວ ໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ດ້ານການສຶກສາ, ສາທາລະນະສຸກ, ກະສິກໍາ, ພື້ນຖານໂຄງລ່າງ ແລະ ອື່ນໆ, ໃນນັ້ນອັນພົ້ນເດັ່ນ ແມ່ນການປະຕິບັດໜ້າທີ່ຂອງບັນດາອາສາສະໝັກ ແລະ ຊ່ຽວຊານຍີ່ປຸ່ນ ໃນການຖ່າຍທອດບົດຮຽນ ແລະ ປະສົບການອັນລໍ້າຄ່າ ໃຫ້ແກ່ພາກສ່ວນຕ່າງໆຂອງລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.
ທ່ານ ນາກະເຊະ ໂທຊິໂອະ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງຝ່າຍລາວ ແລະ ສະແດງຄວາມຍິນດີທີ່ຈະຮ່ວມເຮັດວຽກກັບພາກສ່ວນກ່ຽວຂ້ອງຂອງລາວຢ່າງຕັ້ງໜ້າ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຂອງສອງລັດຖະບານ ກໍຄືການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທ່ານ ນາກະເຊະ ໂທຊິໂອະ ໄດ້ເຂົ້າຮັບໜ້າທີ່ ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນໃໝ່ ນັບແຕ່ທ້າຍເດືອນມີນາ 2021 ເປັນຕົ້ນມາ ປ່ຽນແທນ ທ່ານ ໂຢເນະຢະມະ ໂຢຊິຮາຣຸ (YONEYAMA Yoshiharu) ທີ່ສໍາເລັດການປະຕິບັດໜ້າຢູ່ ສປປ ລາວ ແລະ ເດີນທາງກັບຄືນປະເທດໃນທ້າຍເດືອນມີນາ 2021.