ໃນຕອນເຊົ້າຂອງວັນທີ 19 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ລ໊ອດຕ໋ອດ ດຳບາ ກັກບັດລັກ (Lodoidamba Galbadrakh), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດການປະ ຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ທ່ານທູດ ລ໊ອດຕ໋ອດດຳບາ ກັກບັດລັກ ທີ່ໄດ້ສໍາເລັດຫນ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະ 6 ປີກວ່າ ຜ່ານມາ (12 ກັນຍາ 2015 – 7 ກັນຍາ 2021), ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ສອງປະເທດ ໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນເດືອນຕຸລາ 2017 ຜ່ານມາ. ຕະຫຼອດໄລຍະ 6 ປີກວ່າ ຂອງການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ, ທ່ານທູດ ລ໊ອດຕ໋ອດດຳບາ ກັກບັດລັກ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຂອງສອງປະເທດ ເປັນຕົ້ນແມ່ນ ຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆຂອງສອງຝ່າຍ ເຊັ່ນ: ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ນາງ ບັດເຊເຊັກ ບັດເມີງ (BATTSETSEG BATMUNKH), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ ໃນປີ 2017 ແລະ ການໄປຢ້ຽມຢາມທາງການ ມົງໂກລີ ຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໃນປີ 2017 ຜ່ານມາ; ປະກອບສ່ວນຊຸກຍູ້ໃຫ້ແກ່ ການລົງນາມແລກປ່ຽນນັກສຶກສາ ໃນປີ 2017 ທີ່ ມົງໂກລີ, ການລົງນາມສັນຍາແລກປ່ຽນ ວ່າດ້ວຍ ການແລກປ່ຽນນຳໃຊ້ອາຄານສຳນັກງານ ແລະ ທີ່ດິນສະຖານທູດຂອງສອງປະເທດ, ຊຸກຍູ້ການເຊັນສັນຍາ ວ່າດ້ວຍ ການຮ່ວມມື ລະຫວ່າງ ສະຖາບັນສັດຕະວະແພດ ແຫ່ງ ມົງໂກລີ ແລະ ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ໃນປີ 2018, ຊຸກຍູ້ການສ້າງເນື້ອໃນບົດບັນທຶກ ວ່າດ້ວຍ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ; ພ້ອມນີ້, ລັດຖະບານ ມົງໂກລີ ຍັງໄດ້ສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈຳຢູ່ ໂຮງຫມໍມິດຕະພາບ ລາວ-ມົງໂກລີ ທີ່ແຂວງຊຽງຂວາງ ເພື່ອປິ່ນປົວສຸຂະພາບໃຫ້ປະຊາຊົນລາວ, ຊ່ວຍຍົກລະດັບຄວາມຮູ້ ແລະ ເພີ່ມຂີດຄວາມສາມາດໃຫ້ແກ່ຊ່ຽວຊານດ້ານການຜ່າຕັດ ແລະ ສຸກເສີນ ໃຫ້ແກ່ແພດຫມໍຂອງລາວ. ນອກຈາກນີ້, ທ່ານທູດ ຍັງໄດ້ປະກອບສ່ວນຊຸກຍູ້ໃຫ້ລັດຖະບານມົງໂກລີ ໃນການມອບແກະ ຈຳນວນ 1050 ໂຕ ເປັນຂອງຂວັນໃຫ້ແກ່ ລັດຖະບານລາວ ແລະ ຍັງໄດ້ຊ່ວຍເຫຼືອວັກຊິນປິ່ນປົວພະຍາດສັດ ຈຳນວນ 100 ລິດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວສັດຢູ່ແຂວງຊຽງຂວາງ ແລະ ຫຼວງພະບາງ.
ໃນໂອກາດດຽວກັນນີ້, ທ່ານທູດ ລ໊ອດຕ໋ອດດຳບາ ກັກບັດລັກ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ສປປ ລາວ ແລະ ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.
Loading...