ຕອນບ່າຍວັນທີ 9 ກັນຍາ 2021, ທີ່ກະຊວງການຕ່າງປະເທດ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍໃນຮູບແບບທາງໄກ ກັບ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ລາວ-ຈີນ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ.
ໃນການພົບປະດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ພົບປະກັບ ສະຫາຍ ຫວັງ ອີ້ ພາຍຫຼັງທີ່ໄດ້ພົບປະກັນ ຢູ່ ນະຄອນຊົງຊິ້ງ ໃນຕົ້ນເດືອນມິຖຸນາ ທີ່ຜ່ານມາ, ຊຶ່ງການພົບປະຄັ້ງນີ້ ຖືເປັນໂອກາດທີ່ສໍາຄັນເປັນຢ່າງຍິ່ງ ໃນການແລກປ່ຽນຄຳຄິດຄໍາເຫັນຮ່ວມກັນ ແລະ ເປັນເອກະພາບກັນ ຕໍ່ການຮ່ວມມືສອງຝ່າຍ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນໄລຍະທີ່ຜ່ານມາ ພາຍໃຕ້ສະພາບການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຂອງສາກົນໃນປັດຈຸບັນ.
ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ, ຊຶ່ງໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນຕົວຈິງຢ່າງຕໍ່ເນື່ອງ ແລະ ເປັນຍຸດທະສາດທີ່ບໍ່ສາມາດທັບມ້າງໄດ້, ເຖິງແມ່ນວ່າສະພາບເງື່ອນໄຂໃນການພົບປະ ຈະບໍ່ເອື້ອອໍານວຍຄືໃນເມື່ອກ່ອນ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19, ແຕ່ການນໍາຂັ້ນສູງຂອງສອງປະເທດ ຍັງຮັກສາການແລກປ່ຽນພົວພັນນຳກັນ ດ້ວຍການພົບປະຜ່ານລະບົບທາງໄກ ຢ່າງເປັນປົກກະຕິ.ສອງຝ່າຍຍັງສະແດງຄວາມຍິນດີທີ່ເຫັນວ່າ ເເຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຜົນສຳເລັດເປັນຮູບປະທໍາຫຼາຍດ້ານ, ຍ້ອນການນໍາຂອງສອງພັກ-ສອງລັດ ໄດ້ເອົາໃຈໃສ່ຕິດຕາມຊີ້ນໍາຢ່າງໃກ້ຊິດ ແລະ ໄດ້ຖືເອົາແຜນແມ່ບົດດັ່ງກ່າວ ເປັນເອກະສານສໍາຄັນພື້ນຖານຂອງການຮ່ວມມືສອງຝ່າຍໃນໄລຍະໃໝ່. ສໍາລັບປີ 2021 ນີ້, ເປັນປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງການພົວພັນຂອງສອງປະເທດ, ເພາະເປັນປີຄົບຮອບ 60 ປີ ແຫ່ງການສ້າງສາຍພົວ ພັນການທູດລະຫວ່າງສອງປະເທດ ໃນເດືອນເມສາທີ່ຜ່ານມາ ແລະ ກໍເປັນປີມິດຕະພາບ ລາວ-ຈີນ ແລະ ໃນວັນທີ 1 ກໍລະກົດ 2021 ຍັງເປັນປີຄົບຮອບ 100 ປີ ການສ້າງຕັ້ງພັກກອມມູນິດຈີນ ເປັນປີທີ່ີມີຄວາມໝາຍພິເສດຕໍ່ ສປ ຈີນ ໃນການບັນລຸຍຸດທະສາດການລົບລ້າງຄວາມທຸກຍາກໃນຂອບເຂດທົ່ວປະເທດ ແລະ ການບັນລຸເປົ້າໝາຍໃນການສ້າງສັງຄົມອີ່ມໜຳສຳລານຂອງພັກກອມມູນິດຈີນ.
ພ້ອມກັນນີ້, ສອງຝ່າຍ ກໍໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືສອງຝ່າຍໃນດ້ານຕ່າງໆໂດຍສະເພາະພາຍໃຕ້ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນໄລຍະຜ່ານມາ ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນຮູບປະທໍາຢ່າງໜ້າເພິ່ງພໍໃຈ, ຊຶ່ງໄດ້ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເວົ້າສະເພາະ ກໍ່ແມ່ນໂຄງການຮ່ວມມືສ້າງເສັ້ນທາງລົດໄຟລາວ-ຈີນ (ນະຄອນຫຼວງວຽງຈັນ-ນະຄອນຄຸນມິງ) ແລະ ທາງດ່ວນ (ວຽງຈັນ-ບໍ່ຫານ), ຊຶ່ງສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດກັບອະນຸພາກພື້ນ. ນອກນັ້ນ,ບັນດາຂະແໜງການກ່ຽວຂ້ອງຕ່າງໆຂອງ ສປປ ລາວ ກໍໄດ້ເຂົ້າຮ່ວມໃນບັນດາກົນໄກການຮ່ວມມືຕ່າງໆຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”.
ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືໃນດ້ານອື່ນໆເຊັ່ນ: ການສ້າງແລວທາງເສດຖະກິດ ລາວ-ຈີນ 2019-2030, ການຊ່ວຍເຫຼືອຢາວັກແຊັງປ້ອງກັນພະຍາດໂຄວິດ-19, ການຈັດຕັ້ງຜັນຂະຫຍາຍການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈ ລວມທັງການຮັດແໜ້ນການພົວພັນຮ່ວມມືໃນຂອບອາຊຽນ, ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ອື່ນໆ. ການພົບປະສອງຝ່າຍໃນຮູບແບບທາງໄກຄັ້ງນີ້, ໄດ້ດຳເນີນໄປດ້ວຍບັນຍາກາດອັນຈິງໃຈ ຖານສະຫາຍອ້າຍນ້ອງ ແລະ ໄດ້ຮັບໝາກຜົນຕາມລະດັບຄາດໝາຍ.
ຝ່າຍລາວໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກພັກ, ລັດຖະບານ ແລະປະຊາຊົນຈີນ ຕໍ່ພັກ, ລັດຖະບານ ແລະປະຊາຊົນລາວຕະຫຼອດໄລຍະຜ່ານມາໂດຍສະເພາະແມ່ນການຊ່ວຍເຫລືອດ້ານອຸປະກອນການແພດ, ຢາວັກແຊັງປ້ອງກັນໂຄວິດ-19 ແລະອື່ນໆ ແລະໃນການພົບປະຄັ້ງນີ້ສະຫາຍຫວັງອີ້ຍັງໄດ້ປະກາດໃຫ້ການຊ່ວຍເຫລືອວັກແຊັງເພີ່ມຕື່ມໃຫ້ແກ່ສປປລາວເພື່ອຊ່ວຍ ສປປ ລາວ ບັນລຸເປົ້າໝາຍການສັກຢາວັກແຊງໃຫ້ພົນລະເມືອງໃນທົ່ວປະເທດໃຫ້ໄດ້ 50% ພາຍໃນປີ 2021.
ໃນຕອນທ້າຍ, ສະຫາຍສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ສະຫາຍ ຫວັງ ອີ້ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນພາລະກິດອັນມີກຽດຂອງສະຫາຍ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ບົນພື້ນຖານ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດໄປ.

