ຕອນເຊົ້າຂອງວັນທີ 27 ທັນວາ 2021, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຕາມການເຊີນຂອງ ສະຫາຍ ບຸຍ ແທງ ເຊິນ, ກຳມະ ການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແຕ່ ວັນທີ 27-29 ທັນວາ 2021.
ໃນໂອກາດນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍໄດ້ມາພົບປະ ແລະ ໂອ້ລົມພະ ນັກງານສະຖານທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.
ສະຫາຍລັດຖະມົນຕີໄດ້ມີຄຳເຫັນ, ໂອ້ລົມແກ່ຄະນະພັກ, ຄະນະນໍາສະຖານທູດພ້ອມດ້ວຍພະນັກງານສະຖານທູດ ໂດຍຍົກໃຫ້ເຫັນເຖິງສະພາບການຂອງໂລກ, ພາກພື້ນ ແລະ ສະພາບ ການພົ້ນເດັ່ນຢູ່ ສປປ ລາວ, ຮຽກຮ້ອງໃຫ້ພະນັກງານທຸກຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ- ແນວຄິດ, ຈັດຕັ້ງເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຂອງສູນກາງພັກ ໃຫ້ແກ່ພະນັກ ງານ- ລັດຖະກອນທີ່ປະຕິບັດໜ້າທີ່ວຽກງານຢູ່ສະຖານທູດໃຫ້ມີທັດ ສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ຕັ້ງໜ້າຝຶກຝົນຕົນເອງໃຫ້ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ; ເອົາໃຈໃສ່ຄົ້ນຄວ້າ, ກໍາແໜ້ນ ແລະ ຜັນຂະ ຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ໂດຍສະເພາະການຈັດຕັ້ງປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສໍານັກງານຜູ້ຕາງໜ້າໃນການສົ່ງເສີມສາຍພົວພັນດ້ານການເມືອງ, ການປ້ອງກັນຊາດ, ຄວາມໝັ້ນຄົງ; ການຮ່ວມມືດ້ານເສດຖະກິດ ແລະ ດ້ານອື່ນໆໃຫ້ປະກົດຜົນເປັນຈິງ.
ພ້ອມດຽວກັນນັ້ນ, ສະຫາຍລັດ ຖະມົນຕີ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະພັກ, ຄະນະນໍາ ແລະ ພະນັກງານສະ ຖານທູດຍາດມາໄດ້ໃນໄລະຍຜ່ານມາ ຊຶ່ງເປັນຂົວຕໍ່ທາງດ້ານການເມືອງຂອງສອງປະເທດລາວ- ຫວຽດ ນາມ ເຖິງແມ່ນວ່າ ສອງປະເທດຍັງຖືກຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ກໍຕາມ ແຕ່ພະນັກງານສະຖານທູດກໍໄດ້ເອົາໃຈໃສ່ໃນການປະສານສົມທົບ ແລະ ປະຕິ ບັດໜ້າທີ່ດ້ວຍຄວາມຮັບຜິດ ຊອບສູງ ເຮັດໃຫ້ການຢ້ຽມຢາມຂອງການນຳທັງສາຍພັກ, ສາຍລັດ ລວມທັງທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ ລວມທັງການຂົນຂວາຍ ແລະ ຍາດແຍ່ງການຊ່ວຍເຫຼືອຈາກຫວຽດນາມ ເຊັ່ນ: ການຊ່ວຍເຫຼືອທາງດ້ານທຶນຮອນ, ອຸປະກອນການແພດ ແລະ ຊ່ຽວຊານໄປຊ່ວຍລາວໃນການຄວບຄຸມ ແລະ ຕ້ານລະບາດພະຍາດໂຄດວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ.
ໂອກາດນີ້, ສະຫາຍແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມ ແລະ ໃຫ້ທິດຊີ້ນຳຕໍ່ການນຳ ແລະ ພະນັກ ງານສະຖານທູດ, ສະຫາຍໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາທິດຊີ້ນໍາດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງໂດຍສະເພາະແມ່ນວຽກງານການເມືອງແນວຄິດທີ່ສະຫາຍລັດຖະ ມົນຕີໄດ້ເນັ້ນໜັກ ແລະ ກໍຈະສືບຕໍ່ປະຕິບັດພາລະບົດບາດໃນການເປັນເສນາທິການ ໃຫ້ແກ່ຄະນະ ພັກ, ຄະນະນໍາກະຊວງການຕ່າງປະເທດ ໃນການຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ, ມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງພັກ ແລະ ກົດໝາຍຂອງໃຫ້ກວ້າງຂວາງກວ່າເກົ່າ.
ຂ່າວ, ພາບ: ໂອລຳ ຈັນທະວິໄລ
Loading...