ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 18 ມັງກອນ 2022, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະໂດຍມີ ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ແລະ ຄະນະກົມຂອງກະຊວງການຕ່າງປະ ເທດຈຳນວນໜຶ່ງ ໄດ້ລົງເຄື່ອນ ໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ນາຍທະຫານຢູ່ ກອງພົນທະຫານຮາບ ທີ 3, ເມືອງຮຸນ, ແຂວງອຸດົມໄຊ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ຊຶ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ພົ.ວ ໄຊຍະວົງ ໄຊນາມທິລາດ, ເລຂາຄະນະພັກ, ຫົວ ໜ້າການທະຫານກອງທະຫານຮາບ ທີ 3, ພ້ອມດ້ວຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ, ກຳມະ ການສຳຮອງສູນກາງພັກ, ເລຂາຄະນະພັກແຂວງອຸດົມໄຊ, ເຈົ້າແຂວງອຸດົມໄຊ, ໂດຍມີບັນດາຄະນະການນຳແຂວງ, ຄະນະນຳກອງພົນ ແລະ ບັນດາພະນັກງານຫຼັກແຫຼ່ງກົມກອງກ່ຽວຂ້ອງຂອງກອງພົນທະຫານຮາບ ທີ 3 ເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ສະຫາຍ ສະ ເຫຼີມໄຊ ກົມມະສິດ ໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ ກ່ຽວກັບ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກົມກອງ ໃນໄລຍະຜ່ານມາ ຈາກ ສະຫາຍ ພົ.ວ ໄຊຍະວົງ ໄຊນາມທິລາດ, ເລຂາຄະນະພັກ, ຫົວໜ້າການທະຫານກອງທະ ຫານຮາບ ທີ 3, ໂດຍສະເພາະແມ່ນການປະຕິບັດແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ, ເຖິງວ່າໄລຍະຜ່ານມາ ສະພາບການພາກພື້ນ ແລະ ສາກົນ ລວມທັງ ສະພາບການພາຍໃນປະເທດ ກໍ່ຄື ກອງທັບ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານກໍ່ຕາມ ແຕ່ບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະນັກ ງານຫຼັກແຫຼ່ງ ກໍ່ໄດ້ຕັ້ງໜ້າ, ສູ້ຊົນ, ບຸກບືນຜ່ານຜ່າ, ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເກີດດອກອອກຜົນຢ່າງມີຄວາມຮັບຜິດຊອບສູງ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນເອກະລາດແຫ່ງຊາດໄດ້ຮັບການປົກປ້ອງຢ່າງໝັ້ນຄົງ, ການເມືອງສືບຕໍ່ມີສະຖຽນລະພາບ, ປະບອບປະຊາທິປະໄຕປະຊາຊົນໄດ້ຮັບການເສີມຂະຫຍາຍ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ສ້າງສະພາບແວດລ້ອມທີ່ສະຫງົບສັນຕິໃຫ້ແກ່ປະຊາຊົນ ໃນການດຳລົງຊີວິດ, ທຳມາຫາກິນ ແລະ ສ້າງສາພັດທະນາ.
ໃນໂອກາດດັ່ງກ່າວນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດພົບປະໂອ້ລົມນາຍ ແລະ ພົນທະຫານ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ແຫ່ງການປະຕິບັດພາລະ ກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍ ໃຕ້ການນໍາພາຂອງພັກ, ບັນດາກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່ ແລະ ໜັກໜ່ວງ ທີ່ ພັກ-ລັດ ມອບໝາຍໃຫ້ຢ່າງສະ ຫງ່າງາມ, ສ້າງຜົນງານອັນພົ້ນເດັ່ນ, ວິລະກຳອັນລໍ້າເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດ ຢ່າງສົມກຽດ, ສົມແລ້ວທີ່ເປັນກອງ ທັບວິລະຊົນແຫ່ງຊາດ ທີ່ໄດ້ຮັບຄໍາສັນລະເສີນຈາກ ພັກ ແລະ ລັດ ວ່າ: “ກອງທັບຍາມໃດກໍ່ນໍາໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າທຸກອຸປະສັກ, ຕີເອົາຊະນະສັດຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ”, ສືບຕໍ່ມີຜົນງານໃນໄລຍະຕໍ່ສູ້ປົດປ່ອຍຊາດຢ່າງອົງອາດມີໄຊ ກໍ່ຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຄຽງຄູ່ກັບການຮັບໃຊ້ສັງຄົມ ກໍ່ຄືຮັບໃຊ້ປະຊາຊົນ, ໂດຍໄດ້ຈັດຕັ້ງປະຕິ ບັດຕາມແນວທາງນະໂຍບາຍຂອງ ພັກ-ລັດ ຖືກທິດ, ສອດຄ່ອງກັບເງື່ອນໄຂສະພາບການຕົວຈິງ, ແມ່ນໝາກຜົນຈາກຄວາມບາກ ບັ່ນບຸກບືນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບ ໃນທົ່ວກົມກອງທີ່ທຸ້ມເທເຫື່ອແຮງ ກໍຄື ສະຕິປັນຍາ ເຂົ້າໃນການຈັດຕັ້ງປະຕິ ບັດຢ່າງຕັ້ງໜ້າ, ເສີມຂະຫຍາຍມູນເຊື້ອຂອງກອງທັບປະຕິວັດ, ຍາມໃດກໍ່ຕອບສະ ໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງ ພັກ-ລັດ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນກ້າວເດີນຕາມອຸດົມການຂອງພັກ. ພ້ອມດຽວກັນນີ້, ກໍ່ໄດ້ແຈ້ງສະພາບ ການໃນພາກພື້ນ ແລະ ສາກົນ ພ້ອມກັບສະພາບ ກ່ຽວກັບ ການປັກຫຼັກໝາຍຊາຍແດນກັບ 5 ປະເທດໃກ້ຄຽງ, ໃນນີ້ ຍັງມີ 2 ປະເທດ ທີ່ຍັງບໍ່ທັນສຳເລັດ, ຊຶ່ງຈະໄດ້ສືບຕໍ່ເຈລະຈາ ເພື່ອປັກຫຼັກໝາຍຊາຍແດນໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້ ໃຫ້ແກ່ ນາຍ ແລະ ພົນທະຫານຮັບຊາບ.
ໃນໂອກາດອັນທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ມອບເງິນສົດຈໍານວນໜຶ່ງ, ເຄື່ອງອຸປະໂພກ- ບໍລິໂພກ, ຄອມພິວເຕີ, ໜ້າກາກອະນາໄມ, ເຈວລ້າງມືຂ້າເຊື້ອ, ອຸປະກອນວັດແທກອຸນຫະພູມກວດໂຄວິດ-19 ແລະ ອຸປະກອນເຄື່ອງຮັບໃຊ້ຫ້ອງການຈໍານວນໜຶ່ງ ໃຫ້ແກ່ກອງພົນທະຫານຮາບ ທີ 3 ເພື່ອນໍາໄປຫມູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ທັງນີ້ກໍ່ເພື່ອເປັນການຊຸກຍູ້ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ທີ່ໝູນວຽນມາເຖິງອີກວາລະໜຶ່ງ.
ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມ ກອງພັນນ້ອຍ 612/ຊໍ3, ໂດຍຮັບຟັງການລາຍງານຫຍໍ້ ກ່ຽວກັບ ປະຫວັດຄວາມເປັນມາຂອງກອງພັນນ້ອຍ 612/ຊໍ3, ການປະຕິບັດວຽກງານໃນໄລຍະຜ່ານມາ ແລະ ໄດ້ພົບປະໃຫ້ກຳລັງໃຈແກ່ອ້າຍນ້ອງທະ ຫານ.
ຂ່າວ;ພາບ: ກົມຂ່າວ ກະຊວງການຕ່າງປະເທດ