ໃນວັນທີ 10 ມີນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ດີນາ ຈອຍ ດີ. ອາມາຕົງ (Ms. Deena Joy D. Amatong), ໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະ ນະລັດ ຟີລິບປິນ ຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ດີນາ ຈອຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສ. ຟີລິບປິນ ປະຈໍາ ສປປ ລາວ, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ສ. ຟີລິບປິນ ຕະຫຼອດໄລຍະ 67 ປີ ຜ່ານມາ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສ. ຟີລິບປິນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ໃນຫຼາຍຂະແໜງການ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການຄ້າ-ການລົງທຶນ, ກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ກໍໄດ້ສະເໜີໃຫ້ ທ່ານ ທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ສປປ ລາວ-ສ. ຟີລິບປິນ ໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດຽວກັນນີ້, ທ່ານ ນາງ ດີນາ ຈອຍ ດີ. ອາມາຕົງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະການປະຕິບັດໜ້າທີ່ການ ທູດ ຢູ່ ສປປ ລາວ ຈະສຸມທຸກຄວາມພະຍາຍາມທັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເສີມສ້າງເພີ່ມພູນຂະຫຍາຍຕົວຍິ່ງໆຂຶ້ນ.
ຂ່າວ;ພາບ: ກົມກ່ນຂ່າວ ກະຊວງການຕ່າງປະເທດ
