ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະ ເທດ ໄດ້ພົບປະໂອ້ລົມ ໃຫ້ກໍາລັງໃຈ ຄະນະຊີ້ນໍາ, ຄະນະ ກໍາລັງຊ້ອມຮົບ, ຄະນະນັກກີລາ ແລະ ຄະນະວັດທະນະທໍາ ກອງ ທັບປະຊາຊົນລາວ ທີ່ຈະເດີນທາງ ໄປເຂົ້າຮ່ວມການຊ້ອມຮົບຮ່ວມ ລົດຕັງລາວ-ຣັດເຊຍ ຄັ້ງທີ 2 (ລາ ໂຣສ໌) ແລະ ການແຂ່ງຂັນກີລາ ການທະຫານສາກົນ ຄັ້ງທີ 5 ( ອາ ມີເກມ 2021) ທີ່ສະຫະພັນຣັດ ເຊຍ, ເບລາລຸດ ແລະ ສສ ຫວຽດ ນາມ ໃນວັນທີ 5 ສິງຫານີ້, ຢູ່ ທີ່ຫ້ອງປະຊຸມໃຫຍ່ກອງສິລະປະ ກອນກອງທັບ ເຊິ່ງມີຄະນະນໍາ ກະຊວງປ້ອງກັນປະເທດ, ທູດ ຝ່າຍປ້ອງກັນຊາດແຫ່ງ ສະຫະ ພັນຣັດເຊຍ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ໃນພິທີ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນໍາ ການຊ້ອມຮົບຮ່ວມລົດຕັງ ລາວ-ຣັດເຊຍ ແລະ ການແຂ່ງຂັນກີລາ ການທະຫານສາກົນ ໄດ້ລາຍ ງານການກະກຽມຄວາມພ້ອມ ດ້ານຕ່າງໆວ່າ: ຜ່ານການກະ ກຽມ ແລະ ເຝິກຊ້ອມຢູ່ພາຍໃນ ກົມກອງລວມທັງຢູ່ພາກສະ ໜາມຕົວຈິງ ທຸກເຫຼົ່າຮົບແມ່ນມີຄວາມພ້ອມທັງດ້ານຈິດໃຈ-ດ້ານວິຊາສະເພາະຂອງຕົນ ແລະ ສາມາດເດີນທາງເຂົ້າຮ່ວມຕາມແຜນການທີ່ກໍານົດໄວ້ ເຊິ່ງນອກຈາກການຊ້ອມຮົບຮ່ວມລົດຕັງລາວ-ຣັດເຊຍ ແລະ ການແຂ່ງ ຂັນກີລາການທະຫານນາໆຊາດ ແລ້ວ ຍັງມີທີມສະແດງສີລະປະ ຈາກກອງສີລະກອນກອງທັບ ແລະ ທີມວາງສະແດງຮູບພາບ ຈາກຫໍພິພິທະພັນກອງທັບ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ ໃຫ້ກຽດໂອ້ລົມ ສະຫາຍໄດ້ຕາງ ໜ້າໃຫ້ຄະນະນໍາກະຊວງປ້ອງກັນປະເທດສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຄະນະຊີ້ນໍາ, ກໍາລັງ ຊ້ອມຮົບ, ຄະນະນັກກີລາ ແລະ ຄະນະວັດທະນະທໍາກອງທັບ ປະຊາຊົນລາວທີ່ໄດ້ມີການກະ ກຽມ ທັງດ້ານບຸກຄະລາກອນ ແລະ ເຝິກຊ້ອມສໍາເລັດຕາມແຜນ ການທີ່ໄດ້ວາງໄວ້ ແລະ ມີຄວາມ ພ້ອມທຸກດ້ານໃນການເຂົ້າຮ່ວມ ການຊ້ອມຮົບຮ່ວມລົດຕັງ ລາວ-ຣັດເຊຍ ແລະ ການແຂ່ງຂັນກີລາ ການທະຫານສາກົນ ເຊິ່ງບັນ ດາສະຫາຍທີ່ໄດ້ຮັບມອບໝາຍ ໜ້າທີ່ແມ່ນໄດ້ຍົກສູງຄວາມຮັບ ຜິດຊອບການເມືອງຂອງຕົນເຂົ້າ ໃນການເຝິກຊ້ອມແມ່ນບັນລຸຜົນ ສໍາເລັດໃນເບື້ອງຕົ້ນ. ແຕ່ເຖິງ ແນວໃດກໍ່ຕາມ, ການເດີນທາງ ເຂົ້າຮ່ວມກິດຈະກໍາທາງການທະ ຫານຄັ້ງນີ້ ສຸດທີ່ມີຄວາມໝາຍ-ຄວາມສໍາຄັນເປັນຢ່າງຍິ່ງ ໃນ ການກໍ່ສ້າງກອງທັບໃຫ້ເຂັ້ມ ແຂງ, ໜັກແໜ້ນ ແລະ ທັນສະ ໄໝ ທັງເປັນການຍົກສູງບົດ ບາດຂອງກອງທັບປະຊາຊົນ ລາວ ໃນເວທີພາກພື້ນ ແລະ ສາກົນ ດັ່ງນັ້ນຕ້ອງນໍາໃຊ້ກາລະໂອກາດ ນີ້ ເພື່ອຊອກຮູ້ຮໍ່າຮຽນທັງແຂ່ງ ຂັນ-ທັງຖອດຖອນບົດຮຽນຂອງ ເຫຼົ່າຮົບວິຊາສະເພາະກັບ ກອງ ທັບລັດເຊຍ ໃນການນໍາໃຊ້ອາ ວຸດທີ່ທັນສະໄໝ. ການເດີນທາງໃນຄັ້ງນີ້ ແມ່ນ ນອນຢູ່ໃນສະພາບການຂອງ ໂລກມີການຜັນແປໄປຢ່າງສະຫຼັບ ຊັບຊ້ອນ, ການແຜ່ລະບາດຂອງ ພະຍາດໂຄວິດ-19 ທີ່ມີທ່າອ່ຽງ ເພີ່ມຂຶ້ນ ສະນັ້ນ, ແຕ່ລະສະຫາຍ ຕ້ອງມີສະຕິລະວັງຕົວໃນການ ປ້ອງກັນຕົນເອງເພື່ອບໍ່ໃຫ້ຕິດເຊື້ອຈາກພະຍາດໂຄວິດ-19, ພ້ອມກັນເຮັດສໍາເລັດໜ້າທີ່ຍາດ ໄດ້ໄຊຊະນະມາສູ່ກອງທັບ ແລະ ປະເທດຊາດ.
ໂດຍ: ເກນ ວິໄລສານ
