ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 10 ພະຈິກ 2021 ນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດ ນຳໂດຍທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຂົ້າຮ່ວມກອງປະຊຸມທາງໄກລັດຖະມົນຕີປ້ອງກັນປະເທດອາຊຽນ ວົງແຄບ ແລະ ບັນດາກອງປະຊູມທີ່ປິ່ນອ້ອມ ພາຍໃຕ້ການເປັນປະທານຂອງທ່ານ ເພຮິນ ດາໂຕະ ຮາບີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ, ພາຍໃຕ້ຄໍາຂັວນ “ພວກເຮົາຫ່ວງໃຍ, ພວກເຮົາກຽມພ້ອມ, ພວກເຮົາພ້ອມກັນຈະເລີນ”. ໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນວົງແຄບ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ ແລກປ່ຽນຄໍາຄິດຄຳເຫັນ ແລະ ຕີລາຕາສູງຕໍ່ແຜນການບູລິມະສິດ ຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ເປັນຕົ້ນແມ່ນ ບັນດາກົນໄກການຮ່ວມມື ທີ່ເປັນຮູບປະທໍາໃນປັດຈຸບັນ ແລະ ກົນໄກການຮ່ວມມືໃໝ່. ກອງປະຊຸມ ໄດ້ແລກປ່ຽນທັດສະນະກ່ຽວກັບ ບັນດາສິ່ງທ້າທາຍທັງທາງດ້ານການທະຫານ ແລະ ບໍ່ແມ່ນການທະຫານ ທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງໃນພາກພື້ນ ໂດຍສະເພາະແມ່ນໄພພິບັດທຳມະຊາດ ທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ, ພະຍາດລະບາດໂຄວິດ-19, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງໄຊເບີ້ ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມເຫັນວ່າ ອາຊຽນຈະຕ້ອງໄດ້ສືບຕໍ່ປຶກສາຫາລື ເພື່ອຊອກຫາຊ່ອງທາງໃໝ່ຂອງການຮ່ວມມື ເພື່ອສ້າງຄວາມເຂັ້ມ ແຂງ ແລະ ເຮັດໃຫ້ອາຊຽນມີຄວາມພ້ອມໃນການຮັບມືກັບບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນໃນອະນາຄົດ. ຫຼັງຈາກນັ້ນ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການ ລັດຖະມົນຕີປ້ອງກັນປະເທດອາຊຽນ-ສ.ເກົາຫຼີ ແລະ ກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອົດສະຕາລີ ເຊິ່ງກອງປະຊຸມເຫັນວ່າ ທັງສອງປະເທດ ສ.ເກົາຫຼີ ແລະ ອົດສະຕາລີ ແມ່ນເປັນຄູ່ຮ່ວມສໍາຄັນຂອງ ອາຊຽນ ແລະ ໃນໄລຍະຜ່ານມາ ທັງສອງປະເທດດັ່ງກ່າວໄດ້ປະກອບສ່ວນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນກົນໄກການຮ່ວມມືຂອງອາຊຽນ ໂດຍສະເພາະ ແມ່ນໃນບັນດາໜ່ວຍງານຜູ້ຊ່ຽວຊານ ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ເຊິ່ງເປັນກົນໄກການຮ່ວມມືທີ່ເປັນຮູບປະທໍາ ແລະ ການປຶກສາຫາລືອັນສໍາຄັນ ລະຫວ່າງອາຊຽນ ແລະ ບັນດາປະເທດບວກ. ນອກຈາກນັ້ນແລ້ວ, ສອງປະເທດດັ່ງກ່າວ ຍັງໄດ້ປະກອບສ່ວນຊ່ວຍເຫຼືອດ້ານງົບປະມານ, ອຸປະກອນການແພດ ແລະ ຢາວັກຊິນໃຫ້ແກ່ອາຊຽນ ເພື່ອນຳໃຊ້ເຂົ້າໃນການຮັບມືກັບພະຍາດລະບາດໂຄວິດ-19. ໃນຕອນທ້າຍ ໄດ້ມີພິທີມອບໂອນການເປັນປະທານກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃຫ້ແກ່ ຣາຊະອານາຈັກກໍາປູເຈຍ ເຊິ່ງຈະສືບຕໍ່ເປັນປະທານໃນປີ 2022 ພາຍໃຕ້ຄໍາຂັວນ “ສາມັກຄີເພື່ອຄວາມໝັ້ນຄົງທີ່ກົມກຽວ”. ໂດຍ: ແສງເດືອນ