ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ແຂວງສະຫວັນນະເຂດ ໃນທີ່ 27 ກໍລະກົດ 2022 ນີ້ ໂດຍມີ ທ່ານ ຈີີນດາວັນ ບຸດລາສີ ຫົວໜ້າພະແນກພາຍໃນແຂວງສະຫວັນນະເຂດ ມີຮອງຫົວໜ້າພະແນກ ແລະ ພະ ນັກງານ-ລັດຖະກອນ ພະແນກພາຍໃນແຂວງ ເຂົ້າຮ່ວມການຕ້ອນຮັບ.
ການລົງຊຸກຍູ້ວຽກງານຂະແໜງພາຍໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກພາຍໃນແຂວງສະຫວັນນະເຂດ ໄລຍະ 06 ເດືອນຜ່ານມາ ຈາກ ທ່ານ ຈິນດາວັນ ບຸດລາສີ ຫົວໜ້າພະແນກພາຍໃນແຂວງສະຫວັນນະເຂດ ໂດຍໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ຂໍ້ຄົງຄ້າງ, ສາຍເຫດ ແລະ ທິດທາງໃນຕໍ່ໜ້າ, ເຊິ່ງໄລຍະຜ່ານມາ ພະແນກພາຍໃນແຂວງ ໄດ້ເປັນເສນາທິການໃຫ້ແກ່ອົງການປົກຄອງແຂວງຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ເລກທີ 07/ກມສພ, ຄໍາສັ່ງຂອງຄະນະເລຂາທິການສູນກາງພັກເລກທີ 190/ຄລສພ, ຄໍາແນະນໍາຂອງນາຍົກລັດຖະມົນຕີເລກທີ 01/ນຍ, ແຈ້ງການຂອງກະຊວງພາຍໃນເລກທີ 175/ພນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ໂດຍໄດ້ກວດຜ່ານການຂຽນກໍານົດຕຳແໜ່ງງານດ່ານສາກົນແດນສະຫວັນ ແລະ ສະເໜີຂໍລາຍເຊັນ ທ່ານເຈົ້າແຂວງເພື່ອນຳສົ່ງກະຊວງພາຍໃນ, ກວດຜ່ານເອກະສານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ 05 ຫ້ອງການຂັ້ນແຂວງ, ໂຮຽຮຽນການເມືອງ-ການປົກຄອງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ຊາວໜຸ່ມ, ອົງການໄອຍະການປະຊາຊົນແຂວງ; ໄດ້ສະຫຼຸບ-ສັງລວມການຈັດຕັ້ງປະຕິບັດວຽກງານສາມສ້າງ, ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາປະຈຳປີ 2021; ໄດ້ສ້າງແຜນໂຄງການເຜີຍແຜ່ກົດໝາຍ ແລະ ນິຕິກໍາກ່ຽວກັບການຈົດທະບຽນ ແລະ ສະຖິຕິພົນລະເມືອງໃຫ້ຫ້ອງການພາຍໃນເມືອງ ແລະ ຫ້ອງການອ້ອມຂ້າງເມືອງ; ກວດຜ່ານບັນດາເອກະສານ, ຂໍ້ສະເໜີຕ່າງໆ ທີ່ບັນດາພະແນກການສະເໜີມາເປັນຕົ້ນແມ່ນ ກວດຜ່ານເລື່ອນຊັ້ນ-ຂັ້ນເງິນເດືອນປົກກະຕິ; ເກັບມ້ຽນ, ຄຸ້ມຄອງ ແລະ ປົກປັກຮັກສາບັນດາເອກະສານທີ່ສຳຄັນຂອງພັກ-ລັດ ໄວ້ເປັນຂໍ້ມູນທາງດ້ານການເມືອງ, ປະຫວັດສາດ, ເສດຖະ ກິດ-ສັງ ຄົມ ແລະ ເອກະສານປະເພດອື່ນໆ; ຄົ້ນຄວ້າ, ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ແລະ ກົມກອງ, ທີ່ປະຕິບັດໜ້າທີ່ວິຊາສະເພາະ, ປະກອບສ່ວນເງິນຄຳ, ວັດຖຸປັດໃຈ, ເຫື່ອແຮງ, ໃນຂະບວນການຕ່າງໆ ທີ່ພັກລັດຈັດຂຶ້ນ ເພື່ອຄຳນັບຮັບຕ້ອນວັນສຳຄັນຕ່າງໆ ແລະ ຕ້ານໄພພິບັດ, ພະຍາດລະບາດ ໂຄວິດ -19. ນອກນັ້ນ, ການໂຄສະນາເຜີຍແຜ່-ເຊື່ອມຊືມບັນດານິຕິກໍາໃຫ້ແກ່ຄະນະພັກ, ອົງການປົກ ຄອງແຕ່ລະຂັ້ນຢ່າງກວ້າງຂວາງ.
ພ້ອມທັງສຸມໃສ່ປັບປຸງກົງຈັກການຈັດຕັ້ງຢູ່ໃນແຕ່ລະຂັ້ນ ນັບທັງຂັ້ນແຂວງ, ຂັ້ນເມືອງ ດ້ວຍການຊັບຊ້ອນຈັດວາງບຸກຄະລາກອນເຂົ້າໃສ່ຕຳແໜ່ງງານ ເໜາະສົມກັບຄວາມຮູ້ຄວາມສາມາດ ແລະ ວິຊາສະເພາະຂອງແຕ່ລະຄົນ ໃນການຈັດຕັ້ງປະຕິບັດພາລະບົດບາດຂອງຕົນ.
ໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນວ່າ: ຜ່ານການຮັບຟັງການລາຍງານຂອງທ່ານຫົວໜ້າພະແນກພາຍໃນແຂວງ ເຖີງແມ່ນວ່າມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງແຂວງ ກໍຄື ໜ່ວຍພັກ ແລະ ຄະນະນໍາຂອງພະແນກພາຍໃນແຂວງ ດ້ວຍຄວາມສາມັກຄີ ຂອງ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພະແນກພາຍໃນແຂວງສະຫວັນນະເຂດ ໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເຮັດໃຫ້ບັນລຸຜົນສໍາເລັດໃນຫຼາຍດ້ານ ສາມາດເປັນເສນາທິການໃຫ້ແກ່ຄະນະພັກ, ອໍານາດການປົກຄອງແຂວງ ແລະ ບໍລິການຮັບໃຊ້ພໍ່ແມ່ປະຊາຊົນ ຂົງເຂດວຽກງານຂະແໜງພາຍໃນ ໄດ້ນັບມື້ດີຂຶ້ນ ແລະ ເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາປະເທດຊາດ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມຂອງແຂວງສະຫວັນນະເຂດ.
ນອກນັ້ນ, ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ເນັ້ນຕື່ມວ່າ: ອີງໃສ່ຄວາມຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຂະແໜງການພາຍໃນ ຈະໄດ້ພ້ອມກັນຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກໍາ ທີ່ຕິດພັນກັບພາລະບົດບາດຂອງຂະແໜງພາຍໃນ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ຕິດພັນກັບການກໍານົດຕໍາແໜ່ງງານຕາມທິດກະທັດຮັດ, ບໍ່ຊໍ້າຊ້ອນກ້າວກ່າຍວຽກງານກັນ, ຈັດຕັ້ງປະຕິບັດວຽກງານບໍລິການຜ່ານປະຕູດຽວ ໃນຂອບເຂດທົ່ວປະເທດ, ຫັນການຄຸ້ມຄອງພະນັກງານ-ລັດຖະກອນ ເປັນທັນສະໄໝ, ຈັດຕັ້ງປະຕິບັດ ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ດ້ວຍລະບົບທັນສະໄໝ, ແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ແຂວງ ກັບ ແຂວງໃຫ້ສໍາເລັດພາຍໃນປີ 2022, ສະຫຼຸບຕີລາຄາຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຕິດພັນກັບການຈັດຕັ້ງປະຕິບັດວຽກງານສາມສ້າງ, ຄົ້ນຄວ້າຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທືຶ່ອລະກ້າວ ແລະ ຫັນພະນັກງານ- ວິຊາການ ຢູ່ຫົວໜ່ວຍດັ່ງກ່າວ ເປັນພາລະກອນ ເພື່ອຫຼຸດຜ່ອນຈໍານວນພະນັກ ງານ-ລັດຖະກອນ, ສືບຕໍ່ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະໃຫ້ພະນັກງານ-ລັດຖະກອນຂະແໜງພາຍໃນ ທັງຂັ້ນສູູນກາງ ແລະ ທ້ອງຖິ່ນ.


