ວັນທີ 15 ສິງຫາ 2022 ນີ້, ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວ ແລະ ຊຸກຍູ້ວຽກງານຢູ່ແຂວງວຽງຈັນ ໃນໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ຮ່ວມເຮັດວຽກກັບພະແນກພາຍໃນແຂວງວຽງຈັນ ໂດຍມີຄະນະພະແນກ, ຫົວໜ້າຫ້ອງການພາຍໃນເມືອງ, ບັນດາຄະນະກົມຂອງກະຊວງພາຍໃນ ແລະ ພະນັກງານ-ລັດຖະກອນ ພະແນກພາຍໃນແຂວງວຽງຈັນ ເຂົ້າ ຮ່ວມ. ການເຮັດວຽກຮ່ວມກັບພະແນກພາຍໃນຄັ້ງນີ້, ທ່ານລັດຖະມົນຕີກະຊວງພາຍໃນ ໄດ້ຮັບຟັງການລາຍງານການຈັດຕັັ້ງປະຕິບັດວຽກງານ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022 ຂອງພະແນກພາຍໃນແຂວງວຽງຈັນ ຈາກທ່ານ ພູຄໍາ ສຸດທິຈັກ ຫົວໜ້າພະແນກພາຍໃນແຂວງວຽງຈັນ ຊຶ່ງໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນຫຼາຍດ້ານ ໄລຍະຜ່ານມາ ຄະນະພັກ- ຄະນະພະແນກພາຍໃນແຂວງວຽງຈັນ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ສະມາຊິກພັກ, ພະນັກງານ-ລັດຖະກອນ ຄົ້ນຄວ້າເຊື່ອມຊຶມບັນດານິຕິກໍາຕ່າງໆຂອງພັກຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ເຮັດໃຫ້ພະນັກ ງານ- ລັດຖະກອນ ມີຄວາມເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ ຢ່າງເລິກເຊິງ ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນມີຄວາມຫ້າວຫັນ ແລະ ມີຄວາມຮັບຜິດ ຊອບສູງ. ໄດ້ຄົ້ນຄວ້ານໍາສະເໜີຂັ້ນເທິງປັບປຸງກົງຈັກຂອງຫ້ອງການອານຸສາວະລີ ທ່ານ ໄກສອນ ພົມວິຫານ ແລະ ຍຸບເລິກອົງການພັດທະນາ ແລະ ບໍລິຫານຕົວເມືອງວັງວຽງ (ອພບຕ), ລົງຊຸກຍູ້ການກໍານົດພາລະບົດບາດ ກົງຈັກການຈັດຕັ້ງ ແລະ ຂຽນຕຳແໜ່ງງານ ຈໍານວນ 6 ພາກສ່ວນ ແລະ ຄົ້ນຄວ້າການສະເໜີສ້າງຕັ້ງສະມາຄົມ 1 ສະມາຄົມ, ຄົ້ນຄວ້າສະເໜີຂໍໃບຍ້ອງຍໍຜົນງານປະຈຳປີ 2021 ໃຫ້ 28 ພາກສ່ວນ ແລະ ໄດ້ມອບໃບຍ້ອງຍໍ 2,802 ໃບ ຂັ້ນເມືອງ 1.428 ໃບ ແລະ ມອບໃບຍ້ອງຍໍລັດຖະບານ 05 ໃບ, ຊຸກຍູ້ການປະເມີນການປະຕິບັດງານປະຈຳປີ 2021 ໄດ້ທັງໝົດ 25 ພາກສວ່ນ ແລະ ປະເມີນເຈົ້າເມືອງ-ຮອງເຈົ້າເມືອງ 11 ເມືອງທົ່ວແຂວງສຳເລັດ, ແຂວງວຽງຈັນ ມີພະນັກງານ-ລັດຖະກອນ ທັງໝົດ 9,884 ຄົນ ຍິງ 4,939 ຄົນ ພະນັກງານ-ລັດຖະກອນເຮັກວຽກບໍລິຫານທັງຂັ້ນແຂວງ-ຂັ້ນເມືອງ 5,223 ຄົນ ຍິງ 2,379 ຄົນ ແລະ ມີພະນັກງານຄູສອນຂັ້ນແຂວງ-ຂັ້ນເມືອງ 4,661 ຄົນ ຍິງ 2,560 ຄົນ.
ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ມີຄໍາເຫັນວ່າ ອີງຕາມການມອບໝາຍຂອງລັດຖະບານ ຂະແໜງພາຍໃນ ພວມສຸມໃສ່ການຈັດຕັ້ງປະຕິບັດວຽກງານບຸລິມະສິດຈຸດສຸມສໍາຄັນຈໍານວນໜຶ່ງ ໃນໄລຍະ ແຕ່ປີ 2021-2025 ເປັນຕົ້ນ: ຂະແໜງພາຍໃນ ຈະໄດ້ສຸມໃສ່ການຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກໍາ ທີ່ຕິດພັນກັບພາລະບົດບາດຂະແໜງພາຍໃນ; ຄົ້ນຄວ້າປັບປຸງການຈັດຕັ້ງໃຫ້ໄປຕາມທິດກະທັກຮັດສົມເຫດສົມຜົນຂອງລັດຖະບານ, ເຮັດວຽກບໍ່ຊໍ້າຊ້ອນກ້າວກ່າຍວຽກງານກັນ, ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ; ຫັນວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ເປັນທັນສະໄໝເທື່ອລະກ້າວ, ເອົາ ໃຈໃສ່ການປະເມີນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະ ກອນ ໃຫ້ເຂັ້ມງວດຕາມນິຕິກໍາທີ່ໄດ້ກໍານົດໄວ້, ຄົ້ນຄວ້າແນວທາງ-ກົນໄກໃນການຫຼຸດຜ່ອນ ຈໍານວນພະນັກງານ-ລັດຖະກອນລົງ ເພື່ອຫຼຸດລາຍຈ່າຍງົບປະມານຂອງລັດຖະບານ ພ້ອມທັງຄົ້ນຄວ້າຫັນຫົວ ໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ ແລະ ຫັນພະນັກງານ-ວິຊາການ ທີ່ຢູ່ຫົວໜ່ວຍວິຊາການດັ່ງກ່າວເປັນພາລະກອນ ເພື່ອຫຼຸດຜ່ອນຈໍານວນພະນັກ ງານ-ລັດຖະກອນ; ຫັນວຽກງານຄຸ້ມຄອງພົນລະເມືອງໃຫ້ເປັນລະບົບທັນສະໄໝ ໃນຂອບເຂດທົ່ວປະເທດ ໂດຍເລັ່ງໃສ່ການຈົດທະບຽນຕ່າງໆ ທີ່ພົວພັນເຖິງຄວາມຮັບຜິດຊອບຂອງຂະແໜງພາຍໃນ; ແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງ ໃຫ້ສໍາເລັດພາຍໃນປີ 2022 ນີ້ ແລະ ປະຕິບັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ; ເອົາໃຈໃສ່ທ້ອນໂຮມເກັບກໍາເອກະສານສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ-ສັງຄົມ; ຮ່ວມກັບພາກສ່ວນກ່ຽວຂ້ອງປະຕິບັດໂຄງການສໍາຫຼວດ, ວັດແທກປັກຫຼັກໝາຍ ແລະ ສ້າງແຜນທີ່ເສັ້ນຊາຍແດນລະຫວ່າງຊາດ ກັບບັນດາປະເທດທີ່ຍັງບໍ່ສໍາເລັດ; ຄົ້ນຄວ້າຮູບການ ແລະ ວິທີການມາດຕະຖານ, ຕົວຊີ້ວັດ ເພື່ອເປັນບ່ອນອີງໃຫ້ແກ່ການຄັດເລືອກຜົນງານໃນການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່.
ໃນໂອກາດດຽວກັນນີ້ ທ່ານລັດຖະມົນຕີກະຊວງພາຍໃນ ຍັງໄດ້ມອບອຸປະກອນໄອທີ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ຜ່ານແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ(ແຜນງານເຊກາ-CEGGA) ໃຫ້ ພະແນກພາຍໃນແຂວງວຽງຈັນ ປະກອບມີ: ໂນດບຸກ 02 ຊຸດ ແລະ ອຸປະກອນດໍາເນີນກອງປະຊຸມທາງໄກ 01 ຊຸດ ແລະ ໄດ້ມອບ ໂນດບຸກ ໃຫ້ບັນດາຫ້ອງການພາຍໃນເມືອງ ເມືອງລະ 01 ຊຸດ.
