ວັນທີ 15 ສິງຫາ 2022 ນີ້, ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວ ແລະ ຊຸກຍູ້ວຽກງານຂະແໜງພາຍໃນ ຢູ່ແຂວງວຽງຈັນ ໃນໂອກາດນີ້ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງສະຫວັນ ວົງສໍາພັນ ຮອງເຈົ້າແຂວງແຂວງວຽງຈັນ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວວຽກງານ ແລະ ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ ໄລຍະຜ່ານມາ.

ໂອກາດນີ້ ທ່ານ ປອ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານໂດຍຫຍໍ້ວຽກງານຈຸດສຸມຂອງຂະແໜງພາຍໃນ ໃຫ້ການນໍາແຂວງວຽງຈັນໄດ້ຮັບຊາບວ່າ ອີງຕາມການມອບໝາຍຂອງລັດຖະບານ ຂະແໜງພາຍໃນ ພວມສຸມໃສ່ການຈັດຕັ້ງປະຕິບັດວຽກງານບຸລິມະສິດຈຸດສຸມສໍາຄັນຈໍານວນໜຶ່ງ ໃນໄລຍະ 05 ປີ (2021-2025). ໃນນັ້ນ, ຂະແໜງພາຍໃນ ຈະໄດ້ສຸມໃສ່ການຄົ້ນຄວ້າ, ປັບປຸງ ແລະ ສ້າງນິຕິກໍາ ທີ່ຕິດພັນກັບພາລະບົດບາດຂອງຂະ ແໜງພາຍໃນ; ພັດທະນາການບໍລິຫານລັດໃຫ້ໄປຕາມທິດກະທັກຮັດຂອງລັດຖະບານ, ບໍ່ຊໍ້າຊ້ອນກ້າວກ່າຍວຽກງານກັນ, ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບ; ຫັນວຽກງານຄຸ້ມຄອງພະນັກງານ-ລັດຖະກອນ ເປັນທັນສະ ໄໝ, ສຸມໃສ່ປະເມີນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ພ້ອມທັງຄົ້ນຄວ້າແນວທາງ-ກົນໄກໃນການຫຼຸດຜ່ອນຈໍານວນພະນັກງານ- ລັດຖະກອນລົງ ເພື່ອຫຼຸດລາຍຈ່າຍງົບປະມານຂອງລັດຖະບານ; ຫັນວຽກງານຄຸ້ມຄອງພົນລະເມືອງໃຫ້ເປັນລະບົບທັນສະໄໝ ໃນຂອບເຂດທົ່ວປະເທດ ໂດຍເລັ່ງໃສ່ການຈົດທະບຽນຕ່າງໆ ທີ່ພົວພັນເຖິງຄວາມຮັບຜິດຊອບຂອງຂະແໜງພາຍໃນ; ແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງ ໃຫ້ສໍາເລັດພາຍໃນປີ 2022 ນີ້ ແລະ ປະຕິບັດວຽກງານສາມສ້າງໃຫ້ເຂົ້າສູ່ລວງເລິກ; ຜັນຂະຫຍາຍກົດໝາຍວ່າດ້ວຍເອກະສານເຂົ້າໃນວຽກງານຕົວຈິງ ແລະ ເອົາໃຈໃສ່ທ້ອນໂຮມເກັບກໍາເອກະສານສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາ-ສັງ ຄົມ; ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໂຄງການສໍາຫຼວດ, ວັດແທກປັກຫຼັກໝາຍ ແລະ ສ້າງແຜນທີ່ເສັ້ນຊາຍແດນລະຫວ່າງຊາດ ກັບບັນດາປະເທດທີ່ຍັງບໍ່ສໍາເລັດ; ຄົ້ນຄວ້າຫັນຫົວໜ່ວຍວິຊາການທີ່ມີລາຍຮັບໄປກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ ພ້ອມທັງຫັນພະນັກງານ-ວິຊາການ ທີ່ຢູ່ຫົວໜ່ວຍວິຊາການດັ່ງກ່າວເປັນພາລະກອນ ເພື່ອຫຼຸດຜ່ອນຈໍານວນພະນັກ ງານ-ລັດຖະກອນ; ຄົ້ນຄວ້າຮູບການ ແລະ ວິທີການມາດຕະຖານ, ຕົວຊີ້ວັດ ເພື່ອເປັນບ່ອນອີງໃຫ້ແກ່ການຄັດເລືອກຜົນງານໃນການຍ້ອງຍໍບຸກຄົນ ແລະ ກົມກອງລວມໝູ່.

ໃນໂອກາດດຽວກັນນີ້ ທ່ານ ທອງສະຫວັນ ວົງສໍາພັນ ຮອງເຈົ້າແຂວງແຂວງວຽງຈັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕ້ອນຮັບທ່ານລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະ ທີ່ໄດ້ເອົາໃຈໃສ່ ຍາດແຍ່ງເວລາ ລົງມາເຄື່ອນໄຫວ ແລະ ມາຊຸກຍູ້ວຽກງານຂະແໜງພາຍໃນ ແລະ ແກ້ໄຂວຽກງານເຂດແດນເຊື່ອມຕໍ່ລະຫວ່າງບັນດາແຂວງທີ່ມິເຂດແດນຕິດກັບແຂວງວຽງຈັນ ໃນຄັ້ງນີ້ ແລະ ອວຍພອນໃຫ້ ທ່ານລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ປະສົບຜົນສໍາເລັດໃນການມາເຄື່ອນໄຫວວຽກງານ, ຕິດຕາມ ແລະ ຊຸກຍູ້ວຽກງານຂະແໜງພາຍໃນ ຕາມຄາດໝາຍ.