ໃນໂອກາດທີ່ທ່ານ ຮອງສາດສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໃນວັນທີ 15 ມີນາ 2021ນີ້ ໄດ້ເຂົ້າພົບປະໂອ້ລົມຄະນະນຳ ແລະ ພະນັກງານຫລັກແຫລ່ງພະແນກສາທາລະນະສຸກແຂວງຜົ້ງສາລີ, ຫ້ອງການສາທາລະນະສຸກເມືອງ ໂຮງຫມໍຊົມຊົນເມືອງຜົ້ງສາລີ ແລະ ໂຮງຫມໍແຂວງ ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ທີ່ເທດສະບານເກົ່າຂອງແຂວງ ທີ່ເມືອງຜົ້ງສາລີ.

ເຊິ່ງທ່ານ ດຣ ບຸນສາລີ ຈິດດາພອນ , ຫົວຫນ້າພະແນກສາທາລະນະສຸກແຂວງຜົ້ງສາລີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດການພັດທະນາວຽກງານສາທາລະນະສຸກແຂວງຜົ້ງສາລີ ປີ 2020 ຜ່ານມາ ຂະແຫນງສາທາລະນະສຸກແຂວງໄດ້ສຸມໃສ່ການຈັດຕັ້ງປະຕິບັດຕາມ 8 ແຜນງານ ແລະ ຍຸດທະສາດປະຕິຮູບສາທາລະນະສຸກ 5 ດ້ານ. ປະຈຸບັນອັດຕາເດັກລຸ່ມ 5 ປີມີນໍ້າຫນັກຕໍ່າກວ່າມາດຖານປະຕະບັດໄດ້ 8%, ເດັກລຸ່ມ 5 ປີເຕ້ຍ 11%, ອັດຕາການຕາຍເດັກລຸ່ມ 1 ປີ 7 %, ອັດຕາການຕາຍເດັກລຸ່ມ 5 ປີ 8%, ອັດຕາການຕາຍຂອງແມ່23/100.000 ຄົນ, ອັດຕາເກີດມີແພດຊ່ວຍ 47%, ອັດຕາສັກຢາກັນພະຍາດ 87%, ອັດຕາຊົມໃຊ້ນໍ້າສະອາດ 83%, ອັດຕາຊົມໃຊ້ວິດຖ່າຍ 58%, ອັດຕາປົກຄຸມປະກັນສຸຂະພາບ 100%, ບ້ານແບບຢ່າງສາທາລະນະສຸກ 48,3%, ບ້ານຢຸດຕິການຖ່າຍຊະຊາຍ 22,7%; ມີກໍລະນີພະຍາດໄຂ້ຍຸງລາຍ 14 ກໍລະນີ, ເສຍຊີວິດ 1 ກໍລະນີ; ການປ້ອງກັນພະຍາດໂຄວິດ-19 ໄດ້ເກັບຕົວຢ່າງສົ່ງກວດ 494 ຕົວຢ່າງ ຜົນກວດແມ່ນລົບ, ອັດຕາສວ່ນຄົນເປັນວັນະໂລກ 43/100.000 ຄົນ, ອັດຕາຕິດເຊື້ອ  HIV ກວມ 0,004%, ຄົນເຈັບພະຍາດຫລວງ 19 ຄົນ, ປະຈຸບັນມີສະຖານທີ່ບໍລິການສາທາລະນະສຸກ 57 ແຫ່ງ ໂຮງຫມໍແຂວງ 1ແຫ່ງ ມີ 70 ຕຽງ, ໂຮງຫມໍທະຫານ 1 ແຫ່ງ 25 ຕຽງ, ໂຮງຫມໍຊຸມຊົນ 6 ແຫ່ງ ມີ 110 ຕຽງ, ໂຮງຫມໍນ້ອຍ 49 ແຫ່ງມີ 167 ຕຽງ, ມີພະນັກງານທັງຫມົດ 561 ຄົນ ຍິງ 371 ຄົນ; ມີຮ້ານຂາຍຢາ 39 ຮ້ານ.

ໂອກາດນີ້ທາງຂະແຫນງການສາທາລະນະສຸກຂັ້ນແຂວງ, ເມືອງ ແລະ ຂັ້ນສູນກາງຍັງໄດ້ປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນການຈັດຕັ້ງປະຕິບັດວຽກງານຮ່ວມກັນ.

ພ້ອມນີ້ທ່ານ ຮອງສາດສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຍ້ອງຍໍຊົມເຊີຍຕໍ່ຂະແຫນງສາທາລະນະສຸກແຂວງຜົ້ງສາລີ ທີ່ຍາດໄດ້ຜົນງານຫລາຍດ້ານ ພ້ອມທັງເນັ້ນໃຫ້ຂະແໜງສາທາລະນະສຸກແຂວງຜົ້ງສາລີເປັນເຈົ້້າການໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ປ້ອງກັນບໍ່ໃຫ້ມີການແຜ່ລະບາດຢູ່ແຂວງ ເພາະແຂວງຜົ້ງສາລີແມ່ນມີຄວາມສ່ຽງ ເປັນແຂວງທີ່ມີຊາຍແດນຕິດກັນ 2 ປະເທດ ສສ ຫວຽດນາມ ແລະ ສປ ຈີນ; ເອົາໃຈໃສ່ພັດທະນາບຸກຄະລາກອນຂະແໜງສາທາລະນະສຸກທາງດ້ານປະລິມານ ແລະ ຄຸນນະພາບ; ນຳໃຊ້ງົບປະມານສຸມທຸກທຶນຮອນ ແລະ ກຳລັງແຮງເຂົ້້າໃນການພັດທະນາວຽກງານສາທາລະນະສຸກໃຫ້ບັນລຸຕາມຕົວຊີ້ວັດ; ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ໃຫ້ປະກົດຜົນເປັນຈິງ ເພື່ອພ້ອມກັນພັດທະນາສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

ໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້ທ່ານ ຮອງສາດສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມໂຄງການກໍ່ສ້າງໂຮງຫມໍຊຸມຊົນຂອງເມືອງຍອດອູຕື່ມອີກ.

ຂ່າວ: ສົມຄິດ ແກ້ວນວນລາ (ແຂວງຜົ້ງສາລີ)

Loading...