ເນື່ອງໃນໂອກາດທີ່, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດ ຕາມເບີ່ງໂຄງການກໍ່ສ້າງສູນກັກບໍລິເວນ ຜູ້ຕິດເຊື້ອ ໂຄວິດ-19 ຢູ່ແຂວງ ສາລະວັນ ເພື່ອເນັ້ນໃຫ້ພາກສ່ວນທີ່ກ່ຽວ ຂ້ອງ ເອົາໃຈໃສ່ຕິດຕາມ, ກວດກາໜ້າວຽກຕ່າງໆ ພ້ອມທັງເລັ່ງຊຸກຍູ້ການດໍາເນີນໂຄງການກໍ່ສ້າງ ໃຫ້ສຳເລັດຕາມໄລຍະເວລາ, ທ່ວງທັນ, ຖືກຕາມແບບ ແລະ ມາດ ຕະຖານ, ແນໃສ່ຮັບໃຊ້ວຽກງານດັ່ງກ່າວ ຢ່າງຮີບດ່ວນ ເພື່ອຮັບ ປະກັນໃຫ້ແກ່ການກັກບໍລິ ເວນ, ການປີ່ນປົວຜູ້ຕິດເຊື້ອພະຍາດໂຄວວິດ-19 ໃຫ້ປອດໄພ. ຈາກນັ້ນ, ທ່ານ ກໍ່ໄດ້ຕິດຕາມເບີ່ງຈຸດກໍ່ສ້າງອາຄານ, ພາຍໃນອາ ຄານ ແລະ ແບບແຜນຜັງການຈັດວາງຕຽງນອນຄົນເຈັບ, ເຮືອນ ພັກແພດ ແລະ ການສາທິດຮູບ ແບບການເຂົ້າປີ່ນປົວ ຕື່ມອີກ.

ໂຄງການກໍ່ສ້າງສູນກັກບໍລິເວນ ຜູ້ຕິດເຊື້ອພະຍາດໂຄວິດ-19 ແຂວງສາລະວັນ, ຕັ້ງຢູ່ເຂດບ້ານໜອງບູ່ຫີນ ເມືອງສາລະວັນ ໃນເນື້ອທີ່ 11,3 ເຮັກຕາ, ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ເດືອນພະຈິກ 2021 ມາຮອດປັດຈຸບັນເກືອບ 3 ເດືອນ ສໍາເລັດແລ້ວ 53,94% ເປັນຕົ້ນແມ່ນ: ສໍາການກໍ່ສ້າງອາຄານກັກບໍລິເວນ ເບີ 1, ເຮືອນພັກແພດ, ຫ້ອງນໍ້າ, ປ້ອມຍາມ, ບ່ອນຖີ້ມຂີ້ເຫຍື່ອ ແລະ ອ່າງນ້ຳສູງ, ພ້ອມທັງຕິດຕັ້ງລະບົບໄຟຟ້າ, ພັດລົມ ແລະ ອື່ນໆ ທັງສືບຕໍ່ເກັບລາຍລະອຽດໃນໜ້າວຽກຕ່າງໆ ເຊັ່ນ: ວຽກຕິດຕັ້ງ, ທາສີ, ອະນາໄມອາຄານ. ສຳລັບການດຳເນີນການກໍ່ສ້າງໂຄງການດັ່ງກ່າວ ແມ່ນສືບຕໍ່ກໍ່ສ້າງອາຄານ ກັກບໍລິເວນ ເບີ 2, ອາຄານປີ່ນປົວພາກສະໜາມ, ວຽກກໍ່ສ້າງຮົ້ວ, ວຽກໄຟຟ້ານອກອາຄານ ແລະ ໜ້າວຽກປັບເດີ່ນ ຄາດຈະໃຫ້ສໍາເລັດ 100% ໃນເດືອນທັນວາ 2022, ໄລຍະເວລາໃນການກໍ່ສ້າງ 13 ເດືອນ (ເດືອນພະຈິກ 2021-ເດືອນທັນວາ 2022), ມີມູນຄ່າການກໍ່ສ້າງທັງໝົດ 6,5 ຕື້ກີບ, ໃນນັ້ນທຶນຂອງກະຊວງສາທາລະນະສຸກ 6 ຕື້ກີບ ແລະ ທຶນສົມທົບຂອງແຂວງ 500 ລ້ານກີບ.


ການລົງເຄື່ອນໄຫວຢ້ຽມຢາມຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາ ທາລະນະສຸກ ພ້ອມດ້ວຍຄະນະ ໃນທ້າຍອາທິດຜ່ານມານີ້, ໂດຍການຕ້ອນຮັບ ແລະ ນຳພາຂອງ ທ່ານ ດຣ ອາຄົມ ລ່ຳວິຈິດ ຫົວໜ້າພະ ແນກສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍຄະນະນຳພະແນກ, ຄະນະອຳນວຍການໂຮງໝໍ, ຄະນະນຳຫ້ອງການສາທາລະນະສຸກເມືອງ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ