ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາ ລະນະສຸກ, ​ຮອງ​ຫົວ​ໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການແຜ່ລະ ບາດຂອງພະຍາດໂຄວິດ-19 ລະ ດັບຊາດ ແລະຄະນະ ໄດ້ເຄື່ອນ ໄຫວຢ້ຽມຢາມຢໂຄງການພັດທະ ນາເຂດພັດທະນາເສດ ຖະກິດໃໝ່ສີທັນດອນ. ເຊິ່ງຕັ້ງຢູ່ເມືອງໂຂງ ແຂວງຈຳປາສັກ ໃນວັນທີ 12 ມີນາ 2022 ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ລີຊຽງ ປະ ທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ພ້ອມຄະນະ ແລະພະນັກງານ.
ໃນໂອກາດນີ້ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຮັບຟັງລາຍງານສະພາບລວມຂອງໂຄງການພັດທະນາເຂດພັດທະ ນາເສດຖະກິດໃໝ່ສີທັນດອນ , ຄວາມຄືບໜ້າໃນການພັດທະນາ ແລະ ຄວາມຫວັງທີ່ຈະໄດ້ຮັບຜົນປະໂຫຍດເມື່ອສຳເລັດໂຄງ ການ.
ໃນນັ້ນທີ່ກ່ຽວພັນກັບດ້ານສາທາ ລະນະສຸກແມ່ນໂຄງການກໍ່ສ້າງຫ້ອງວິເຄາະຈຳປາສາຍໃໝ ປະຈຸ ບັນໄດ້ຂຶ້ນທະບຽນສຳເລັດແລ້ວ ແລະ ຈະເປີດໃຊ້ບໍລິການສັງຄົມໃນປີ 2022 ນີ້.ເຊິ່ງໂຄງການນີ້ຈະນຳໃຊ້ລະບົບກວດ-ວິເຄາະພະ ຍາດທີ່ທັນສະໄໝ,ໄດ້ມາດຕະ ຖານສາກົນ. ເບື້ອງຕົ້ນຈະນຳໃຊ້ທ່ານໝໍຊ່ຽວຊານຈາກຕ່າງປະ ເທດມາປະຈຳການຝຶກອົບຮົມ ແລະ ຖ່າຍທອດບົດຮຽນໃຫ້ພະ ນັກງານແພດໝໍຄົນລາວ ເພື່ອສືບຕໍ່ເຮັດໜ້າທີ່ບໍລິການສັງຄົມ ໂດຍສະເພາະ ການວິເຄາະກວດເຊື້ອໄວຣັດໂຄວິດ -19 ທີ່ມີຄວາມແມ້ນຢຳຖືກຕ້ອງວ່ອງໄວ ອຳນວຍຄວາມສະດວກຮອງຮັບແກ່ນັກທ່ອງທ່ຽວທີ່ເຂົ້າມາເຂດມະຫານະທີສີທັນດອນ.
ໂອກາດນີ້ ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະ ນະໂຄງການເຂດເສດຖະກິດໃໝ່ສີທັນດອນ.ທີ່ເຫັນໄດ້ຄວາມສຳຄັນໃນໂຄງການຮັກສາ ແລະ ສົ່ງເສີມສຸຂະພາບຂອງນັກທ່ອງ ທ່ຽວ ກໍຄືປະຊາຊົນໃນເຂດເມືອງໂຂງ ແລະ ຈະເປັນທາງເລືອກນຶ່ງໃນການຍົກສູງຄຸນນະພາບຊີວິດຂອງປະຊາຊົນໃນການກວດວິ ເຄາະ,ປິ່ນປົວພະຍາດ ກໍຄືການເຂົ້າເຖິງການບໍລິການດ້ານສາທາ ລະນະສຸກຢ່າງທົ່ວເຖິງຫຼາຍຂຶ້ນ.
ທ່ານລັດຖະມົນຕີ ກະຊວງສາ ທາລະນະສຸກ ຍັງໄດ້ເປັນກຽດໂອ້ ລົມໂດຍຢືນຢັນວ່າຈະອຳນວຍຄວາມສະດວກຮອບດ້ານໃນການຮ່ວມມື,ປະສານງານ ກັບໂຄງການ ເພື່ອເຮັດໃຫ້ການຄວບຄຸມພະຍາດໂຄວິດ-19,ການປິ່ນປົວ ຮັກ ສາ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນ ມີປະສິດທິພາບ ແລະ ປະສິດທິຜົນໃນຕໍ່ໜ້າ.
ຮ່ວມຕິດຕາມທ່ານລັດຖະ ມົນ ຕີ ກະຊວງສາທາລະນະສຸກ ມາຢ້ຽມຢາມໃນຄັ້ງນີ້ ມີທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ ແລະໂດຍການຕິດຕາມພາທາງຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ ໄຂການລະບາດພະຍາດໂຄວິດ -19,ທ່ານ ດຣ ວຽງສີ ສຸພັກດີ ຫົວ ໜ້າພະແນກສາທາລະນະສຸກແຂວງ ມີຜູ້ອຳນວຍການໂຮງໝໍແຂວງ,ມີຫົວໜ້າຫ້ອງການ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເກດສະໜາ ແກ້ວສຸວັນນະແສງ
May be an image of screen
May be an image of 1 person
Loading...