ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ເດີນທາງໄປຕິດ ຕາມ,ຊຸກຍູ້ ການສັກວັກຊິນປ້ອງ ກັນພະຍາດໂຄວິດ -19 ເນື່ອງໃນໂອກາດວັນສັກຢາກັນພະຍາດແຫ່ງຊາດທີ່ຈັດຕັ້ງປະຕິບັດຢູ່ເມືອງໂຂງ ແຂວງຈຳປາສັກ ໃນວັນທີ 12 ມີນາ 2022 ໂດຍສະເພາະ ຢູ່ບ້ານກະດັນ ຄຸ້ມໂພນຈາມ ເມືອງໂຂງ ແຂວງຈຳປາສັກ. ເຊິ່ງໂອກາດດັ່ງກ່າວ ພໍດີປະຊາຊົນຕະຫຼອດຮອດເດັກນ້ອຍລູກຫຼານ ອາຍຸ 6 – 11ປີ, 12-17ປີ ແລະ ອາຍຸ 18 ປີຂຶ້ນໄປ ຫຼັ່ງໄຫຼກັນມາຮັບການສັກວັກຊິນກັນພະຍາດຢ່າງເປັນຂະບວນຕາມການນັດໝາຍຂອງແພດ ແລະ ການປະກາດແຈ້ງການຂອງອົງການປົກຄອງບ້ານ.
ໂອກາດນີ້ ທີ່ບ້ານກະດັນ ເມືອງໂຂງ ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໄດ້ທັກທາຍສະບາຍດີຖາມເຖິງຄວາມສຸກ, ທຸກຂອງປະຊາຊົນ, ສະພາບການປະຕິບັດໜ້າທີ່ວຽກງານໂດຍສະເພາະການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະ ຊາຊົນຂອງພະນັກງານແພດ-ໝໍ ເມືອງ ໂຂງ ທີ່ລົງເຄື່ອນໄຫວຢູ່ແຕ່ລະບ້ານ ເຊິ່ງຮູ້ໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກ. ພ້ອມທັງໄດ້ໃຫ້ທິດທາງແກ້ໄຂ ເພື່ອເຮັດໃຫ້ການສັກວັກຊິນຢູ່ພາຍໃນບ້ານກໍຄືທົ່ວເມືອງໂຂງ, ແຂວງຈຳປາສັກ ປະສົບຜົນສຳເລັດຕາມລະດັບຄາດໝາຍ.
ໂອກາດນີ້ ທ່ານຍັງໄດ້ຮຽກ ຮ້ອງໃຫ້ປະຊາຊົນສືບຕໍ່ໃຫ້ການຮ່ວມມືຕໍ່ພະນັກງານແພດ-ໝໍ ກໍຄືປະຕິບັດພັນທະຂອງຕົນເຂົ້າຮ່ວມຂະບວນການສັກວັກຊິນກັນພະຍາດໂຄວິດ-19 ຄັ້ງນີ້ຢ່າງກວ້າງ ຂວາງຫຼາຍຂຶ້ນ. ເພາະມີແຕ່ການສັກວັກຊິນຢ່າງຄົບຖ້ວນເທົ່ານັ້ນ ປະຊາຊົນຈິ່ງຈະປອດໄພຈາກໄພຂົ່ມຂູ່ຂອງພະຍາດໂຄວິດ-19 ໄດ້.
ການເດີນທາງມາຢ້ຽມຢາມຊຸກຍູ້ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ເມືອງໂຂງແຂວງຈຳປາສັກ ຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກໃນຄັ້ງນີ້ ສະແດງເຖິງຄວາມເປັນຫ່ວງເປັນໃຍຂອງພັກ-ລັດຖະບານມາຍັງປະຊາຊົນບັນດາເຜົ່າເພື່ອພ້ອມ ກັນຜ່ານຜ່າວິກິດການລະບາດພະຍາດໂຄວິດ-19ໃຫ້ໄດ້.
ເກດສະໜາ ແກ້ວສຸວັນນະແສງ