ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 21 ທັນວາ 2021, ທ່ານ ຄຳແພງ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຈາກກະຊວງອຸດສາຫະກໍາ ແລະ ການຄ້າ ລົງຊຸກຍູ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ທີ່ໄດ້ຮັບສິນເຊື່ອບ້ວງອັດຕາດອກເບ້ຍ 3%ຕໍ່ປີ ຂອງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ຜ່ານທະນາຄານມາຣູຮານເຈແປນ ລາວ ແລະ ທະນາຄານຊາຄອມແບັງລາວ ຈໍານວນ 03 ຫົວໜ່ວຍຄື: ໂຮງຊ່າງຫັດຖະກໍາກອງແຊງ ຂອງ ທ່ານ ກອງແຊງ ລາດສະມູນ ຕັ້ງຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ ໄດ້ຮັບສິນເຊື່ອ ມູນຄ່າ 900 ລ້ານກີບ ເພື່ອຊື້ວັດຖຸດິບໃນການຜະລິດສິນຄ້າ ແລະ ຕໍ່ເຕີມບ່ອນຜະລິດ; ວິສາຫະກິດສ່ວນບຸກຄົນ ໂຮງຜະລິດກະແລ້ມ ບ້ານບ້ານ ຂອງ ທ່ານ ອານັນ ທອງສະຫວັດ ຕັ້ງຢູ່ບ້ານດອນໜູນ, ເມືອງໄຊທານີ ໄດ້ຮັບສິນເຊື່ອມູນຄ່າ 2,5 ຕື້ກີບ ເພື່ອຊື້ເຄື່ອງຈັກ ແລະ ຂະຫຍາຍໂຮງງານຜະລິດກະແລ້ມ ແລະ ວິສາຫະກິດສ່ວນບຸກຄົນ ສຸກສໍາລານຟາມ ຂອງ ທ່ານ ນາງ ວິລາວັນ ສຸກສໍາລານຕັ້ງຢູ່ບ້ານດອນໜູນ, ເມືອງໄຊທານີໄດ້ຮັບສິນເຊື່ອມູນຄ່າ 500 ລ້ານກີບ ເພື່ອເປັນທຶນໝູນວຽນໃນການຂະຫຍາຍການຜະລິດຝຸ່ນທຳມະຊາດຈາກຂີ້ກະເດືອນ ເລີ່ມຕົ້ນການຜະລິດຈາກ 40 ຊາມ ສາມາດຂະຫຍາຍໄດ້ 400 ຊາມ ເປົ້າໝາຍຈະຂະຫຍາຍໃຫ້ໄດ້ 4.000 ຊາມ.
ຈຸດປະສົງຂອງການລົງຊຸກຍູ້ໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ ຕິດຕາມ ແລະ ໃຫ້ກໍາລັງໃຈຜູ້ປະກອບກິດຈະການ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ວຽກງານພັດທະນາ ຈວນກ ຕິດພັນກັບການຊຸກຍູ້ການຜະລິດອຸດສາຫະກໍາປຸງແຕ່ງເປັນໜຶ່ງໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນຊຶ່ງ ລັດຖະບານ ໄດ້ໃຫ້ຄວາມສໍາຄັນຫຼາຍເປັນຕົ້ນແມ່ນການເຂົ້າເຖິງແຫຼ່ງທຶນຂອງ ຈວນກ ໃນອັດຕາດອກເບ້ຍ ແລະ ໄລຍະເວລາກູ້ຢືມທີ່ເໝາະສົມ. ສະນັ້ນ ລັດຖະບານຈິ່ງໄດ້ປະກອບທຶນໃຫ້ ທສວ ໃນປີ 2020 ແລະ 2021 ຈໍານວນ 300 ຕື້ກີບ ໃນນັ້ນມີຈໍານວນ 281 ຕື້ກີບທີ່ຈັດສັນເພື່ອປ່ອຍສິນເຊື່ອໃຫ້ ຈວນກ ທີ່ນອນໃນ 04 ຂະແໜງບູລິມະສິດຄື ອຸດສາຫະກໍາປຸງແຕ່ງກະສິກຳ, ຫັດຖະກຳ, ກະສິກຳ ປູກຝັງ ແລະ ລ້ຽງສັດ ແລະ ທ່ອງທ່ຽວ ໃນອັດຕາດອກເບ້ຍ 3% ຕໍ່ປີ ຜ່ານ 04 ທະນາຄານທຸລະກິດ (ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານຊາຄອມແບັງ ລາວ ແລະ ທະນາຄານມາຣູຮານເຈແປນ ລາວ)ແລະ ກອງທຶນພັດທະນາໄຊສົມບູນ. ຮອດເດືອນ ຕຸລາ 2021ບັນດາສະຖາບັນການເງິນສາມາດສະໜອງສິນເຊື່ອໃຫ້ ຈວນກໄດ້ຈໍານວນ139 ຫົວໜ່ວຍ, 176 ສັນຍາ ມູນຄ່າ 200,45 ຕື້ກີບ ກວມ 71,33% ຂອງທຶນທັງໝົດ. ໃນນີ້ ມີຂະແໜງກະສິກໍາ 104 ສັນຍາ ກວມ 55%, ຂະແໜງທ່ອງທ່ຽວ 19 ສັນຍາ ກວມ 20%, ຂະແໜງຫັດຖະກໍາ 21 ສັນຍາ ກວມ9% ແລະ ຂະແໜງອຸດສາຫະກໍາປຸງແຕ່ງກະສິ ກຳ 32 ສັນຍາ ກວມ 16%. ຈວນກ ທີ່ສາມາດເຂົ້າຫາແຫລ່ງທຶນບ້ວງນີ້ຂອງ ທສວແມ່ນມາຈາກ 14 ແຂວງທົ່ວປະເທດຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ, ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງບໍລິຄຳໄຊ, ແຂວງຫຼວງນ້ຳທາ, ແຂວງຜົ້ງສາລີ, ແຂວງອັດຕະປື ແລະ ແຂວງຫົວພັນ.
ທ່ານ ຄໍາແພງ ໄຊສົມແພງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜູ້ປະກອບກິດຈະການ ທີ່ສາມາດປະຄັບປະຄອງທຸລະກິດຕົນເອງ ໃຫ້ຜ່ານຜ່າຄວາມຫຍຸ້ງຍາກໃນສະພາບການແຜ່ລະບາດຂອງພະບາດໂຄວິດ-19 ເຮັດໃຫ້ທຸລະກິດບໍ່ໄດ້ປິດຕົວລົງ ພ້ອມທັງໄດ້ຊີ້ນໍາໃຫ້ບັນດາກົມຂອງທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈົ່ງເອົາໃຈໃສ່ຄົ້ນຄວ້າວິທີການຊ່ວຍເຫຼືອດ້ານວິຊາການແກ່ຜູ້ປະກອບກິດຈະການ ເພື່ອສ້າງຄວາມເຂັ້ມແຂງໄປຄຽງຄູ່ກັບວຽກງານສົ່ງເສີມການເຂົ້າຫາແຫຼ່ງທຶນ. ພ້ອມກັນນັ້ນ ກໍຊຸກຍູ້ໃຫ້ ໜ່ວຍງານສົ່ງເສີມ ຈວນກ ແລະ ສະມາຄົມທຸລະກິດ ລວມທັງ ຈວນກ ນໍາໃຊ້ຜົນປະໂຫຍດຈາກທຶນສະໜັບສະໜູນໂຄງການວິຊາການ ຂອງ ທສວ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃຫ້ ຈວນກໄດ້ຕາມລະບຽບການ ແລະ ທສວ ຕ້ອງໄດ້ເລັ່ງຊ່ວຍທຸລະກິດທີ່ຍັງບໍ່ສາມາດຖືບັນຊີຖືກຕ້ອງຕາມກົດໝາຍບັນຊີ ໃຫ້ເຂົ້າລະບົບຕາມກຳນົດເວລາ ປະຕິບັດຕາມເງື່ອນໄຂທີ່ກຳນົດໄວ້ໃນດຳລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ.