ທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບ ທ່ານ ເຢັນສ ປີເຕີ ລຸດເກນແຮມ (Jens Peter) ເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາ ລະນະລັດ ສະຫະພັນເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ນາງ ອີນາ ມາຈູລໍນີແຕ (Ina MARCIULIONYTE) ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຄູ່ຮ່ວມພັດທະນາປະຈຳ ສປປ ລາວ ໃນວັນທີ 18 ພຶດສະພານີ້ ທີ່ກະຊວງ ຖວທ ເພື່ອປຶກສາຫາລືໃນການກະກຽມສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກໂລກ.
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານທູດເຢຍລະມັນ ແລະ ທ່ານ ທູດອີຢູ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ເຂົ້າໃນຫຼາຍຂົງເຂດຕະຫຼອດມາ ໂດຍສະເພາະວຽກງານດ້ານວັດທະນະທຳ ແລະ ທ່ອງທ່ຽວ ລະຫວ່າງ ລາວ-ເຢຍລະມັນ ແລະ ລາວ-ອີຢູ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ພ້ອມດຽວກັນນີ້, ທ່ານ ເຢັນສ ປີເຕີ ລຸດເກນແຮມ ກໍໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມ ຂອບໃຈຕໍ່ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ທ່ານລັດຖະມົນຕີທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງ ເປັນລັດຖະມົນຕີ ຄົນໃໝ່ ພ້ອມອວຍພອນໃຫ້ທ່ານລັດຖະມົນຕີຈົ່ງປະສົບຜົນສຳເລັດໃນການປະຕິບບັດໜ້າທີ່ອັນມີກຽດ.
Loading...