ເນື່ອງໃນໂອກາດວັນທີ 01 ພຶດສະພາ, ວັນກໍາມະກອນ ສາກົນ, ທີ່ໄດ້ໝູູນວຽນມາອິກຄັ້ງໜຶ່ງ ເຊິ່ງ ປີ 2021 ນີ້ ຄົບຮອບ 135 ປີ( 1 ພຶດສະພາ 1886 – 1 ພຶດສະພາ 2021). ເຊິ່ງ ເປັນວັນທີມີຄວາມໝາຍ ແລະ ຄວາມສຳຄັນ ຕໍ່ຊາວຜູ້ອອກແຮງງານ ເຊິ່ງ ແຕ່ລະປີບັນດາປະເທດຕ່າງໆໃນທົ່ວໂລກ ທີ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງເພື່ອລະນຶກເຖິງ ວັນທີ 1 ພຶດສະພາ ປີ 1886, ວັນແຫ່ງຜົນສຳເລັດ ທີ່ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ສາມາດຕໍ່ສູ້ຍາດເອົາສິດ ແລະ ຜົນປະໂຫຍດ ຈາກນາຍທຶນມາໃຫ້ຊາວຜູ້ອອກແຮງງານໃນທົ່ວໂລກ. ໃນໂອກາດຂອງວັນທີ່ມີຄວາມໝາຍທາງປະຫວັດສາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ) ໄດ້ກ່າວຜ່ານສື່ມວນຊົນ ມາຍັງ ພີ່ນ້ອງປະຊາຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນຊາວຜູ້ອອກແຮງງານລາວ ໃນຂອບເຂດທົ່ວປະເທດ ວ່າ: ໃນທາມກາງທີ່ທົ່ວປະເທດກຳລັງປະເຊີນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ໄດ້ແຜ່ລາມເປັນວົງກວ້າງໃນທົ່ວໂລກ.
ສະນັ້ນ, ຂ້າພະເຈົ້າຕາງໜ້າໃຫ້ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາຊາວຜູ້ອອກແຮງງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຂໍໃຫ້ທຸກຄົນຈົ່ງມີຄວາມເບີກບານມ່ວນຊື່ນ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາ ຢ່າງມີຜົນສຳເລັດ.
ສຳລັບ ສປປ ລາວ ຂອງພວກເຮົາ ພາຍໃຕ້ການນຳພາ ຂອງພັກປະຊາຊົນ ປະຕິວັດລາດ ທີ່ເປັນພັກຂອງຊົ້ນຊັ້ນກຳມະຊີບ ຫຼື ພັກຂອງຊາວຜູ້ອອກແຮງງານລາວ ນັບແຕ່ໃດມາທັງກ່ອນ ແລະ ຫຼັງການປະຕິວັດ ຫຼື ປົດປ່ອຍປະເທດຊາດ ຈົນເຖິງໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ແນວທາງປ່ຽວແປງໃໝ່ຮອບດ້ານຢ່າງມີຫຼັກການເຊັ່ນປັດຈຸບັນ ຍາມໃດພັກກໍໃຫ້ການຊີ້ນຳລັດຖະບານ ເພື່ອໃຫ້ເຫັນໄດ້ຄວາມສຳຄັນ, ໃຫ້ລະນຶກເຖິງ ແລະ ສະເຫຼີມສະຫຼອງວັນດັ່ງກ່າວມາໂດຍຕະຫຼອດ ມາປີນີ້ກໍເຊັ່ນດຽວກັນ ເພື່ອເປັນການຄຳນັບຮັບຕ້ອນ ພ້ອມທັງຮ່ວມກັນສະເຫຼີມສະຫຼອງວັນປະຫວັດສາດດັ່ງກ່າວນີ້ ກະຊວງແຮງານ ແລະ ສະຫວັດດີການສັງຄົມ ໃນນາມຂອງລັດຖະບານ ກໍໄດ້ມີການຈັດກິດຈະກຳຕ່າງໆຢ່າງເໝາະສົມ ສຳລັບຂັ້ນກະຊວງກໍໄດ້ເຄື່ອນໄຫວພົບປະ,ຢ້ຽມຢາມພີ່ນ້ອງຊາວຜູ້ອອກແຮງງານລາວ ໂດຍສະເພາະຜູ້ທີ່ເຮັດວຽກໃນຂົງເຂດການຜະລິດຢູ່ຕາມຫົວໜ່ວຍແຮງງານຕ່າງໆ ເພື່ອເປັນການຢື້ຢາມຖາມຂ່າວ ສ້າງຂ້ວນ ແລະ ກຳລັງໃຈໃຫ້ແກ່ເຂົາເຈົ້າໃນການຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ພ້ອມດຽວກັນນັ້ນ ກໍ່ເພື່ອໃຫ້ການຊີ້ນຳເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆທາງດ້ານແຮງງານໃຫ້ແກ່ຜູ້ລົງທຶນ ຫຼື ຜູ້ໃຊ້ແຮງງານ ເພື່ອໃຫ້ເອົາໃຈໃສ່ປະຕິບັດຕາມຢ່າງເຂັ້ມງວດ. ສຳລັບຢູ່ຂັ້ນທ້ອງຖິ່ນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມກໍ່ໄດ້ອອກແຈ້ງການໃຫ້ພະແນກ ຮສສ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດກິດຈະກຳ ໂດຍລົງກວດກາແຮງງານ ຫຼື ເປັນລັກສະນະການນຳຂອງແຂວງລົງຢ້ຽມຢາມຫົວໜ່ວຍແຮງງານຄືກັນກັບຢູ່ຂັ້ນສູນກາງ.
ບັນດາທ່ານທີ່ນັບຖື ພີ່ນ້ອງຊາວຜູ້ອອກແຮງງານທີ່ຮັກແພງທັຫລາຍ.
ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງທັງສອງຝ່າຍ ທີ່ເປັນຄູ່ຮ່ວມວຽກນຳກັນໃນການສ້າງຜົນຜະລິດໃຫ້ແກ່ປະເທດເຮົາ ນັ້ນຄືຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ພວກເຮົາຖືວ່າ ການມີສາຍສຳພັນທີ່ດີຕໍ່ກັນຂອງເຂົາເຈົ້າ ແມ່ນປັດໃຈຕົ້ນຕໍທີ່ຈະກໍ່ໃຫ້ເກີດມີປະລິມານ ແລະ ຄຸນນະພາບຂອງສິນຄ້າ ແລະ ການບໍລິການຢູ່ປະເທດເຮົາ ມັນຈະເປັນການກະຕຸ້ນການຈະເລີນເຕີບໂຕທາງດ້ານເສດຖະກິດຂອງປະເທດເຮົາໄດ້ຢ່າງຍືນຍົງ ແລະ ໝັ້ນຄົງ. ເພາະສະນັ້ນ ຕະຫຼອດໄລຍະທີ່ຜ່ານມາລັດຖະບານໄດ້ຮ່ວມກັບອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ອົງການຜູ້ຕາງໜ້າຜູ້ໃຊ້ແຮງງານ ທັງໃນລະດັບປະເທດ, ພາກພື້ນ ແລະ ລະດັບສາກົນເອົາໃຈໃສ່ໃນການກຳນົດ, ສະເໜີ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການ, ຍຸດທະສາດ ແລະ ແຜນງານຕ່າງໆ ທາງດ້ານແຮງງານ ໄດ້ດີ ແລະ ເປັນໜ້າເພິ່ງພໍໃຈ ເຮັດໃຫ້ພວກເຮົາຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍໃນການອອກແຮງງານ ແລະ ສາມາດພ້ອມກັນແກ້ໄຂບັນຫາທາງດ້ານແຮງງານຮ່ວມກັນໄດ້ຢ່າງມີປະສິດທິຜົນ ເຊັ່ນ: ດ້ານການຄຸ້ມຄອງ ແລະ ປົກປ້ອງແຮງງານ:
ມາຮອດປັດຈຸບັນ ສປປ ລາວ ພວກເຮົາຍັງຖືເອົາກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມເປັນບ່ອນອີງ ໃນການດຳເນີນການປົກປ້ອງ ແລະ ຄຸ້ມຄອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ນອກຈາກນັ້ນຍັງໄດ້ສ້າງນິຕິກຳລຸ່ມກົດໝາຍໄດ້ຫຼາຍສະບັບ ຊຶ່ງເຫັນວ່າໃນສະພາບ ແລະ ເງື່ອນໄຂທີ່ເປັນຢູ່ຂອງປະເທດເຮົາແມ່ນພຽງພໍ, ເໝາະສົມໃຫ້ແກ່ການນຳໃຊ້ ໂດຍສະເພາະແມ່ນນິຕິກຳລຸ່ມກົດໝາຍພວກເຮົາມີເຖິງ 10 ກວ່າສະບັບ. ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດບັນດານິຕິກຳເຫຼົ່ານີ້ຢູ່ໃນຫົວໜ່ວຍແຮງງານຕ່າງໆໄດ້ ເກືອບ 3000 ຄັ້ງ/ບໍລິສັດ ໃນປີ 2020 ທີ່ຜ່ານມາ(ສຳລັບຫ້າປີກວດໄດ້ 13,417 ຄັ້ງ) ກວມເອົາຜູ້ອອກແຮງງານຫຼາຍກວ່າ ໜຶ່ງແສນກວ່າຄົນ ຖ້າທຽບເປັນສ່ວນຮ້ອຍຕໍ່ຫົວໜ່ວຍທຸລະກິດທັງຫມົດໃນທົ່ວປະເທດທີ່ຂື້ນທະບຽນໄວ້ ເຫັນວ່າຍັງເຮັດໄດ້ໜ້ອຍ (ປະມານ 1,5 ສ່ວນຮ້ອຍ) ແຕ່ເຖິງຢ່າງໃດກໍຕາມຖ້າທຽບເປັນສັດສ່ວນຂອງຫົວໜ່ວຍທຸລະກິດທີ່ມີຜູ້ນຳໃຊ້ຜູ້ອອກແຮງງານແຕ່ 10 ຄົນຂື້ນໄປ ຄາດຄະເນວ່າພວກເຮົາສາມາດເຮັດໄດ້ເກືອບ 90%. ສະຫຼຸບໄດ້ວ່າການກວດກາແຮງງານສ່ວນຫຼາຍແມ່ນເນັ້ນໃສ່ທຸລະກິດຂະໜາດກາງ ແລະ ໃຫຍ່ເປັນຕົ້ນຕໍໃນໄລຍະຜ່ານມາ. ການກວດຫາແຮງງານແມ່ນເນັ້ນໃສ່ການປະຕິບັດເງື່ອນໄຂອັນເປັນພື້ນຖານໃນການອອກແຮງງານເຊັ່ນ:
1. ໄດ້ມີກົດລະບຽບການນຳໃຊ້ແຮງງານພາຍໃນ, ສັນຍາແຮງງານ, ການປະຕິບັດການເບີກຈ່າຍຄ່າແຮງງານ ໂດຍສະະເພາະແມ່ນຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານ ທີ່ບໍ່ໃຫ້ຕ່ຳ 1.100.000 ກີບ/ຄົນ/ເດືອນ ລວມທັງກວດກາດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ. ຜ່ານການກວດກາຕົວຈິງກໍເຫັນວ່າຫົວໜ່ວຍແຮງງານສ່ວນຫຼາຍປະຕິບັດຕາມກົດໝາຍລະບຽບການໄດ້ດີ, ແຕ່ກໍ່ຍັງມີສ່ວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ໃຫ້ການແນະນຳເພີ່ມຕື່ມອີກ. ສຳລັບຂໍ້ຂັດແຍ່ງແຮງງານໃນ 5 ປີຜ່ານມາແມ່ນໄດ້ຮັບທັງໝົດ 348 ກໍລະນີ ສາມາດແກ້ໄຂໄດ້ 183 ກໍລະນີ, ນໍາເອົາຜົນປະໂຫຍດມາໃຫ້ຜູ້ອອກແຮງງານໄດ້ທັງໝົດ 14,6 ຕື້ກີບ ໂດຍສະເພາະໃນຊ່ວງປີ 2020 ແມ່ນເກີດມີຂໍ້ຂັດແຍ່ງທາງດ້ານແຮງງານອັນເນື່ອງມາຈາກຜົນກະທົບຂອງ ໂຄວິດ 19 .
2. ວຽກພັດທະນາສີມືແຮງງານ ແລະ ຈັດຫາງານ
ໄລຍະຜ່ານມາ, ເພື່ອ ຊຸກຍູ້ ແລະ ສົ່ງເສີມ ສິດທິ ແລະ ຜົນປະໂຫຍດຂອງ ຊາວຜູ້ອອກແຮງງານ, ຂະແໜງ ພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ເອົາໃຈໃສ່ເປັນຢ່າງດີໃນການປະສານງານ ແລະ ພົວພັນກັບກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເພື່ອ ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວຜູ້ອອກແຮງງານ ເພື່ອ ຊ່ວຍສ້າງໂອກາດມີວຽກເຮັດງານທໍາ, ມີລາຍໄດ້ ທີສົມເຫດສົມຜົນ ແລະ ເປັນທຳ, ທັງຊ່ວຍຍົກສູງຄຸນນະພາບຂອງງານ ແລະ ຜະລິດຕະພາບຂອງການເຮັດວຽກ, ສ້າງໂອກາດແກ່ງແຍ້ງແຂ່ງຂັນ ກັບຕະຫຼາດແຮງງານໃນພາກພື້ນ ແລະ ສາກົນ ເຊິ່ງມັນສະແດງອອກໃນ ຜົນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ໃນໄລຍະແຜນການ 5 ປິ ( 2016 – 2020) ດັ່ງນີ້:
ດ້ານການພັດທະນາສີມືແຮງງານ, ຝຶກ ແລະ ພັດທະນາສີມືແຮງງານ ໄດ້ທັງໝົດ ຈໍານວນ 419.264 ຄົນ, ຍິງ 184.556 ຄົນ, ເທົ່າກັບ 64% ຂອງ 658.080 ຄົນ ຕາມແຜນການ 5 ປີ, ໃນນີ້ ຂະແໜງກະສິກໍາ-ປ່າໄມ້ 120.497 ຄົນ, ຍິງ 47.354 ຄົນ, ອຸດສາຫະກໍາ 101.043 ຄົນ, ຍິງ 27.724 ຄົນ ແລະ ບໍລິການ 197.724 ຄົນ, ຍິງ 109.478 ຄົນ. ໄດ້ຮັບຮອງ 13 ສາຂາອາຊີບ ທີ່ຈະສ້າງເປັນມາດຕະຖານສີມືແຮງງານແຫ່ງຊາດໃນຂະແໜງກະສີກໍາ, ໃນນັ້ນໄດ້ສ້າງສຳເລັດ 5 ສາຂາອາຊີບ ເທົ່າກັບ 20% ຂອງ 25 ສາຂາອາຊີບ ຕາມແຜນ 5 ປີ. ທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນຂະແໜງກະສິກໍາ, ອຸດສາຫະກໍາ ແລະ ຂະແໜງບໍລິການ ຈໍານວນ 9.582 ຄົນ, ຍິງ 3.147 ຄົນ, ເທົ່າກັບ 76,66% ຂອງ 12.500 ຄົນ ຕາມແຜນການ 5 ປີ.
– ດ້ານການຈັດຫາວຽກເຮັດງານທຳ ໄດ້ຊຸກຍູ້, ສົ່ງເສີມ ແລະ ປະສານສົມທົບໃນການສະໜອງແຮງງານເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 559.533 ຄົນ, ຍິງ 243.120 ຄົນ, ເທົ່າກັບ 78% ຂອງ 716.193 ຄົນ ຂອງແຜນການ 5 ປີ,ໃນນີ້, ສະ ໜອງແຮງງານໃຫ້ຕະຫຼາດແຮງງານຢູ່ພາຍໃນ ໄດ້ 251.974 ຄົນ, ຍິງ 82.966 ຄົນ ແລະ ຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ລວມທັງການປັບສະຖານະພາບແຮງງານລາວ ຢູ່ໄທ ໄດ້ 307.559 ຄົນ, ຍິງ 160.154 ຄົນ. ໄດ້ຂຶ້ນທະບຽນອອກບັດໃໝ່ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດໄດ້ທັງໝົດ 134.288 ຄົນ, ຍິງ 21.195 ຄົນ, ໃນນີ້ ອອກບັດໃໝ່ 86.714 ຄົນ, ຍິງ 13.308 ຄົນ ແລະ ຕໍ່ບັດອະນຸຍາດເຮັດວຽກ 47.574 ຄົນ, ຍິງ 7.887 ຄົນ; ຂຶ້ນທະບຽນຜູ້ຕ້ອງການມີວຽກເຮັດງານທໍາ 25.783 ຄົນ, ຍິງ 8.559 ຄົນ; ຂຶ້ນທະບຽນຕໍາແໜ່ງງານວ່າງໄດ້ 32.472 ຄົນ, ຍິງ 9.271; ໄດ້ຂະຫຍາຍຈຸດບໍລິການຈັດຫາງານຈຳນວນ 7 ແຫ່ງ ເທົ່າກັບ 88,88%, ຂອງແຜນ 5 ປີ, ປະຈຸບັນມີ 16 ແຫ່ງ ໃນ 16 ແຂວງ, ສູນບໍລິການຈັດຫາງານ 01 ແຫ່ງ, ມີບໍລິສັດຈັດຫາງານພາຍໃນ ແລະ ສົ່ງໄປຕ່າງປະເທດ ລວມທັງໝົດມີ 34 ບໍລິສັດ;
– ຕິດຕາມ ແລະ ຊ່ວຍເຫຼືອແຮງງານລາວທີ່ເດີນທາງກັບຄືນປະເທດຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍການແຕ່ງຕັ້ງຄະນະຮັບຜິດຊອບໄປປະຈໍາຢູ່ດ່ານເພື່ອຊ່ວຍເຫຼືອ ແລະ ແຈກຢາຍອາຫານ ແລະ ເຄື່ອງດື່ມ ຢູ່ດ່ານຂົວມິດຕະພາບແຫ່ງທີ 1 ນະຄອນຫຼວງວຽງຈັນ; ຈັດກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບຄວາມຕ້ອງການ ແລະ ການສະໜອງແຮງງານ ເພື່ອຊ່ວຍໃຫ້ແຮງງານທີ່ໄດ້ຮັບຜົນກະທົບໄດ້ມີໂອກາດເຂົ້າສູ່ຕໍາແໜ່ງງານຕ່າງໆພາຍໃນປະເທດ; ຝຶກອົບຮົມການເຄື່ອນຍ້າຍແຮງງານແບບປອດໄພ ແລະ ການປ້ອງກັນຕົນເອງຈາກພະຍາດໂຄວິດ-19 ໃຫ້ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ ຈາກຂະແໜງ ຮສສ ແລະ ປກສ;
3. ວຽກປະກັນສັງຄົມ ໄດ້ຊຸກຍູ້, ປຸກລະດົມ, ເຜີຍແຜ່ກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານປະກັນສັງຄົມໃຫ້ພາກສ່ວນຕ່າງໆລວມທັງພາກລັດ, ພາກວິສາຫະກິດ ແລະ ພາກສະໝັກໃຈ ດ້ວຍຮູບການຕ່າງໆຢ່າງກວ້າງຂວາງ ຊຶ່ງໄດ້ຂະຫຍາຍຜູ້ປະກັນຕົນໃນຫົວໜ່ວຍວິສາຫະກິດທີ່ມີຜູ້ອອກແຮງງານ 5 ຄົນຂຶ້ນໄປ ຊຶ່ງໄດ້ມີຜູ້ຂຶ້ນທະບຽນ 127.347 ຄົນ, ຍິງ 48.085 ຄົນ ເທົ່າກັບ 61,52% ຂອງ 207.000 ຄົນ ຕາມແຜນການ 5 ປີ.
ມາຮອດປັດຈຸບັນ ອັດຕາການປົກຄຸມຂອງລະບົບປະກັນສັງຄົມ ມີຜູ້ປະກັນຕົນທີ່ຂຶ້ນທະບຽນ ແລະ ຈ່າຍເງິນສົມທົບທັງພາກລັດ, ວິສາຫະກິດ ແລະ ຜູ້ສະໝັກໃຈ ທັງໝົດ 312.175 ຄົນ, ຍິງ 143.185 ຄົນ(ບໍ່ລວມພາກສ່ວນ ປກຊ ແລະ ປກສ), ໃນນີ້ພາກລັດມີ 183.151 ຄົນ, ຍິງ 84.573 ຄົນ, ພາກວິສາຫະກິດ 118.482 ຄົນ, ຍິງ 54.479 ຄົນ ແລະ ຜູ້ສະໝັກໃຈ 10.384 ຄົນ, ຍິງ 4.254 ຄົນ ຊຶ່ງມີຜູ້ເກີດສິດປິ່ນປົວສຸຂະພາບລວມທັງສະມາຊີກຄອບຄົວ ທັງໝົດ 744.735 ຄົນ, ຍິງ 383.163 ຄົນ, ໃນນີ້ ພາກລັດ 479.199 ຄົນ, ຍິງ 245.570 ຄົນ, ພາກວິສາຫະກິດ ແລະ ຜູ້ສະໝັກໃຈ 265.536 ຄົນ, ຍິງ 137.593 ຄົນ ແລະ ໄດ້ປະຕິບັດອຸດໜູນວ່າງງານ ໃຫ້ແກ່ຜູ້ອອກແຮງງານ ແລະ ຫົວໜ່ວຍແຮງງານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດປອດອັກເສບສາຍພັນໃໝ່ ໂຄວິດ-19 ຈໍານວນ 326 ຫົວໜາວຍແຮງງານ, ມີຜູ້ໄດ້ຮັບຜົນປະໂຫຍດຈໍານວນ 20.659 ຄົນ, ຍິງ 13.270 ຄົນ, ເປັນເງິນ 18,93 ຕື້ກວ່າກີບ.
ທັງໝົດທີ່ກ່າວມານັ້ນກໍແມ່ນຜົນານ, ຜົນສຳເລັດທີ່ພັກ ແລະ ລັດຖະບານ, ກໍຄືກະຊວງແຮງງານແລະສະຫວັດດີການສັງຄົມ ໄດ້ຈັດຕັ້ງປະຕິບັດໃນໄລະຜ່ານມາ ຈົນຮອດປະຈຸບັນ.
ເນື່ອງໃນໂອກາດວັນກຳມະກອນສາກົນນີ້ ຂ້າພະເຈັ້າໃນນາມຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງມາຍັງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ໃນການໂຄສະນາເຜີຍແຜ່ນິຕິກຳດ້ານແຮງງານ ເພື່ອໃຫ້ຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ສັງຄົມ ຮັບຮູ້ ສິດ ແລະ ພັນທະຂອງຕົນເອງ ເພື່ອຮູ້ປົກປ້ອງຕົນເອງຈາກການເຮັດວຽກ, ຮັກສາສະເຖຍລະພາບໃນການອອກແຮງງານ, ເຮັດວຽກໃຫ້ມີປະ ສິດທິພາບ, ຍົກສູງຜົນຜະລິດ, ເພີ່ມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ ແລະ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຮັດໃຫ້ປະເທດຊາດຫຼຸດຜົ້ນອອກຈາກປະເທດທີ່ດ້ອຍພັດທະນາ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານວາງອອກ.
ສຸດທ້າຍນີ້ ຂ້າພະເຈົ້າຂໍອວຍພອນໃຫ້ທຸກທ່ານຈົ່ງປະສົບຜົນສຳເລັດ, ມີຄວາມສຸກຄວາມຈະເລີນໃນໜ້າທີ່ວຽກງານ ມີສຸຂະພາບຈິດໃຈ ແລະ ຮ່າງກາຍທີ່ເຂັ້ມແຂງປັດສະຈາກເຊື້ອພະຍາດໂຄວິດ-19 ຕະຫຼອດໄປ ສາມາດປະກອບສ່ວນເຂົ້າໃນພາລະກິດສ້າງ ສາພັດທະນາປະເທດຊາດຂອງພວກເຮົາໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ປະຊາຊົນບັນດາເຜົ່າທຸກທົ່ວໜ້າໄດ້ກິນດີຢູ່ດີ ແລະ ມີຄວາມສຸກຕະຫຼອດໄປ.
ຂໍຂອບໃຈ
(ຂ່າວສານຮສສ )



