ວັນທີ 16 ພຶດສະພາ ປີ 2023, ທ່ານ ນາງ ເພັນນີ ວອງ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມ ນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນໂອກາດທີ່ທ່ານພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມລາວໃນລະຫວ່າງວັນທີ 15-16 ພຶດສະພາ2023ໂດຍການຕ້ອນຮັບຂອງ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະພັກ ຄະນະນໍາກະຊວງ, ຄະນະອໍານວຍການໂຮງຮຽນ ພ້ອມດ້ວຍນັກຮຽນໂຮງຮຽນນາໄຮ່ດຽວເຂົ້າຮ່ວມ.
ການເຄື່ອນໄຫວຢ້ຽມຢາມໂຮງຮຽນນາໄຮ່ດຽວໃນຄັ້ງນີ້ ທ່ານນາງ ເພັນນີ ວອງ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຊົມ ຫ້ອງຮຽນວິຊາພາສາລາວ ແລະ ວິຊາວິທະຍາສາດ ແລະ ສິ່ງແວດລ້ອມ ເຊິ່ງໄດ້ນຳໃຊ້ສື່ການຮຽນການສອນຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່ ທີ່ພັດທະນາຂຶ້ນໂດຍ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພາຍໃຕ້ການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.
ເຊີ່ງໄດ້ສະເເດງທ່ານຮູ້ສຶກດີໃຈທີ່ໄດ້ເຫັນນັກຮຽນໃນຫ້ອງຮຽນທຸກຄົນມີສ່ວນ ຮ່ວມຢ່າງຫ້າວຫັນໃນການສຶກສາຮໍ່າຮຽນຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງນຳໃຊ້ອຸປະກອນ ການຮຽນການສອນ ແລະ ມີການຮຽນຮູ້ຜ່ານການປະຕິບັດຕົວຈິງນອກຈາກນີ້ທ່ານໄດ້ຢ້ຽມຊົມການວາງສະແດງສື່ການຮຽນການສອນ ແລະ ອຸປະກອນການຝຶກອົບຮົມຄູທີ່ກະກຽມໂດຍສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກົມສ້າງຄູທີ່ຖືກພັດທະນາຂຶ້ນດ້ວຍການສະໜັບສະໜູນຈາກແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບການສຶກສາຂັ້ນພື້ນຖານ ໃນລາວ (ແຜນງານບີຄວາ).
ໂດຍເນັ້ນຫນັກໃສ່ວິທີການໄດ້ແນະນຳສື່ການຮຽນການສອນທີ່ໃຊ້ໃນໂຄງການ ຝຶກເວົ້າພາສາລາວ ທີ່ຊ່ວຍການຮຽນຂອງນັກຮຽນທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວ
ເຊີ່ງລັດຖະບານລາວ ແລະ ລັດຖະບານ ອົດສະຕຣາລີ ໄດ້ຮ່ວມມືກັນເປັນເວລາດົນສົມຄວນ ໃນການພັດທະນາຂະແໜງການສຶກສາ ເຊິ່ງຫຼ້າສຸດແມ່ນການປັບປຸງ ແລະ ການປະຕິບັດຫຼັກສູດຊັ້ນ ປະຖົມສຶກສາສະບັບປັບປຸງໃໝ່ດັ່ງກ່າວໃນຂອບເຂດທົ່ວປະເທດ ທີ່ອຳນວຍຄວາມສະດວກໃຫ້ ແກ່ການຮຽນຮູ້ໂດຍຜ່ານການປະຕິບັດຕົວຈິງ ແລະ ການພັດທະນາທັກສະທີ່ຈຳເປັນໃນສັດຕະວັດທີ 21.
ການຮຽນການສອນທີ່ປັບປຸງໃນຫຼັກສູດໃໝ່ນີ້ ແມ່ນເນັ້ນໜັກໃສ່ການມີສ່ວນຮ່ວມຂອງນັກຮຽນ ຜ່ານການປະຕິບັດຕົວຈິງ, ການແກ້ໄຂບັນຫາ ແລະການຄິດແບບວິເຄາະ; ນອກນັ້ນ ເອກະສານຫຼັກສູດ, ເອກະສານສຳລັບການຝຶກອົບຮົມຄູ ແລະ ວິທີການສອນໃນຫຼັກສູດສະບັບປັບປຸງໃໝ່ ລ້ວນແຕ່ເນັ້ນໜັກຄວາມສຳຄັນໃນການຄຳນຶງເຖິງບົດບາດຍິງຊາຍ ແລະ ຄວາມພິການ.
ໂອກາດນີ້ ທ່ານນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ “ລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ມີອຸດົມການອັນດຽວກັນໃນການຮັບປະກັນໃຫ້ເດັກທຸກຄົນ ໂດຍສະເພາະແມ່ນເດັກທີ່ດ້ອຍໂອກາດ ສາມາດເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ,
ນັບແຕ່ປີ2015ເປັນຕົ້ນມາ, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາໄດ້ສະໜັບສະໜູນກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດສະບັບປັບປຸງໃໝ່ໃນ ຂອບເຂດທົ່ວປະເທດ,
ພ້ອມທັງ ສະໜັບສະໜູນການອອກແບບ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມຄູ ແລະ ການພັດທະນາວິຊາຊີບຄູ”.
ໂອກາດດຽວກັນທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ກະຊວງສຶກສາທິການ ແລະກິລາ ທີ່ໄດ້ສຳເລັດການປັບປຸງຫຼັກສູດຊັ້ນປະຖົມສຶກສາແຫ່ງຊາດ ແລະ ໄດ້ຮັບຮູ້ເຖິງບົດບາດສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່.
ການສຶກສາທີ່ມີຄຸນນະພາບເປັນພື້ນຖານຂອງການພັດທະນາເສດຖະກິດແບບຍືນຍົງແລະເນື່ອງຈາກວ່າລາວມີປະຊາກອນໄວໜຸ່ມຫຼາຍທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ດັ່ງນັ້ນ ລາວເປັນປະເທດຫນື່ງທີ່ມີຮ່າເເຮງທີ່ດີທີ່ຈະໄດ້ຮັບຜົນປະໂຫຍດສູງສຸດ ດ້ານການພັດທະນາຊັບພະຍາກອນພະນຸດທີ່ເປັນກຳລັງແຮງງານຂອງຊາດ, ມີສຸຂະພາບທີ່ດີ ແລະ ມີການສຶກສາທີ່ດີ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ.
ເຊີ່ງການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີຕໍ່ການສຶກສາຊັ້ນປະຖົມຈະສືບຕໍ່ໃນໄລຍະທີສອງຂອງແຜນງານ ບີຄວາ ດ້ວຍທຶນຊ່ວຍເຫຼືອມູນຄ່າ 28 ລ້ານໂດລາອົດສະຕຣາລີ ໃນໄລຍະ 4 ປີ 2022-2026 ເມື່ອປັບປຸງຫຼັກສູດຮອດປີຮຽນຂັ້ນສຸດທ້າຍຂອງຫຼັກສູດຊັ້ນປະຖົມສຶກສາ ໃນປີ 2023 ແລ້ວ, ແຜນງານບີຄວາຈະຫັນໄປເນັ້ນໜັກໃສ່ການສະໜັບສະໜູນກະຊວງ ສຶກສາທິການ ແລະ ກິລາ ດ້ານການພັດທະນາລະບົບວິຊາຊີບຄູແບບຕໍ່ເນື່ອງ,
ຈຸດປະສົງ ເພື່ອຮັບປະກັນໃຫ້ຄູໄດ້ຮັບການປັບປຸງຄຸນນະພາບທາງດ້ານວຽກງານວິຊາສະເພາະ, ສາມາດເຂົ້າເຖິງການຊ່ວຍເຫຼືອທຸກຮູບເເບບຢ່າງປົກກະຕິ ແລະ ມີຄຸນນະພາບສູງ ເພື່ອນຳໃຊ້ເຂົ້າໃນການສອນໃນຫ້ອງຮຽນເຊີ່ງບຸລິມະສິດຮ່ວມຂອງລັດຖະບານລາວ ແລະ ລັດຖະບານອົດສະຕຣາລີ ແມ່ນການຮັບປະກັນການເຂົ້າເຖິງການສຶກສາທີ່ມີຄຸນນະພາບສຳລັບເດັກທຸກຄົນບໍ່ວ່າຈະເປັນເດັກຍິງ, ເດັກຊາຍ, ເດັກຊົນເຜົ່າ ແລະ ເດັກທີ່ມີຄວາມສາມາດທີ່ ແຕກຕ່າງກັນ.












