ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (His Highness Prince Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 18 ມີນາ 2022 ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ ໄດ້ພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງທັງສອງຝ່າຍ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ພາຍຫລັງທີ່ສອງປະເທດ ໄດ້ມີການສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 29 ພຶດສະພາ 1990 (ຄົບຮອບ 32 ປີ) ຈົນເຖິງປະຈຸບັນ. ພ້ອມນີ້, ສອງຝ່າຍ ໄດ້ມີການແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ລວມເຖິງແຜນການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໃຫ້ມີປະສິດທິຜົນສູງຂຶ້ນ ເປັນຕົ້ນແມ່ນ ການຊຸກຍູ້ການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ, ການຂຸດຄົ້ນບໍ່ແຮ່, ອຸດສາຫະກຳພະລັງ ງານ, ກະສິກຳ, ແຮງງານ, ວັດທະ ນະທຳ, ການທ່ອງ ທ່ຽວ ແລະ ການສຶກສາ. ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາ ກົນ ທີ່ມີຄວາມສົນໃຈຮ່ວມກັນ.


ໃນການພົບປະດັ່ງກ່າວ, ຝ່າຍລາວ ຍັງໄດ້ສະເໜີໃຫ້ລັດຖະບານ ຊາອຸດິ ອາຣັບບີ ຊ່ວຍພິຈາລະນາໃຫ້ການຊ່ວຍເຫຼືອພັດທະນາດ້ານຊັບ ພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ເປັນຕົ້ນແມ່ນ ການໃຫ້ທຶນຝຶກອົບຮົມພາສາອັງກິດ ແລະ ພາ ສາອາຣັບ ທັງໄລຍະສັ້ນ ແລະ ໄລ ຍະຍາວ ໃຫ້ແກ່ພະນັກງານການ ທູດຂອງລາວ, ການເຂົ້າມາລົງທຶນໃນຂະແໜງຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະດ້ານການຜະລິດກະສິກໍາສະອາດ ຢູ່ ສປປ ລາວ ແລະ ການນໍາເຂົ້າຜະລິດຕະ ພັນກະສິກໍາຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ, ທັງນີ້ກໍເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກປະ ເທດດ້ອຍພັດທະນາ. ໃນຂະນະດຽວກັນ, ທ່ານລັດຖະມົນຕີ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ ໄດ້ສະ ແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆປະກົດຜົນເປັນຈິງ.

ນອກນີ້, ທ່ານລັດຖະມົນຕີ ສະ ເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງ ຊາອຸດິ ອາຣັບບີ ໃນການເປັນເຈົ້າພາບຈັດກອງປະຊຸມ 42nd Gulf summit ໃນປີ 2021 ຜ່ານມາ, ສະແດງຄວາມຂອບໃຈຕໍ່ ລັດຖະບານ ຊາອຸດິ ອາຣັບບີ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ທັງສອງຝ່າຍຈະສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ ໃນອະນາຄົດ.
ຂ່າວ;ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ