ໃນວັນທີ 21 ກຸມພາ 2021 ນີ້, ທ່ານ ຈະເລີນ ເຍຍປາວເຮີ ລັດຖະ ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທັງເປັນຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດ ທີ IX ເຂດ 10 ແຂວງວຽງຈັນ ເບີ 1 ແລະ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກ ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໂດຍມີບັນດາການນໍາຂັ້ນເມືອງ, ອະດີດການນໍາຂັ້ນແຂວງ, ພະນັກງານບໍານານ, ຄະນະພັກອົງການປົກຄອງຂັ້ນບ້ານ ແລະ ປະຊາຊົນຜູ້ທີ່ມີສິດປ່ອນບັດຢູ່ໜ່ວຍເລືອກຕັ້ງທີ 43 ກຸ່ມບ້ານນາເລົາ-ຫລັກ 52 ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ບຸນເລີດ ແສງພະຕິ ຄະນະຮັບຜິດຊອບໜ່ວຍເລືອກຕັ້ງທີ 43 ໄດ້ໃຫ້ຮູ້ວ່າ: ໜ່ວຍເລືອກຕັ້ງກຸ່ມບ້ານນາເລົາ-ຫລັກ 52 ໄດ້ແບ່ງອອກເປັນ 2 ໜ່ວຍຄື: ໜ່ວຍເລືອກຕັ້ງທີ 42 ແລະ 43 ມີຜູ້ມີສິດປ່ອນບັດເລືອກຕັ້ງທີມີອາຍຸ 18 ປີຂຶ້ນໄປທັງໝົດ 1.010 ຄົນ ໂດຍໄດ້ເລີ່ມປ່ອນບັດເວລາ 7:00 ເຊົ້າ ແລະ ຄາດວ່າຈະໄດ້ປິດຫີບບັດໃນເວລາ 14:00 ຂອງວັນທີ 21 ກຸມພາ 2021 ແລະ ຈະຮັບປະກັນໃຫ້ໄດ້ 300% ຄື: ຮັບປະກັນໃຫ້ຜູ້ມີສິດໄດ້ຕື່ນຕົວ ແລະ ສະໝັກໃຈໄປ ປ່ອນບັດເລືອກຕັ້ງຢ່າງຄົບຖ້ວນ 100%; ຮັບປະກັນບໍ່ໃຫ້ມີບັດເສຍຫລືບັດຂີດບໍ່ຖືກຕ້ອງ 100% ແລະ ຮັບປະກັນດ້ານຄວາມສະຫງົບ ຄວາມປອດໄພໃນບັ້ນເລືອກຕັ້ງ 100%.
ຂ່າວ: ສອນສັກ ວັນວິໄຊ
Loading...