ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໃນວັນທີ 20 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ພົບປະສອງຝ່າຍຜ່ານລະບົບທາງໄກຮ່ວມກັບ ທ່ານ ນາງ Armida Salsiah Alisjahbana, ຮອງເລຂາ ທິການໃຫຍ່ ສປຊ, ທັງເປັນ ເລຂາທິການບໍລິຫານງານ ຄະນະກຳມະທິການເສດ ຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (UN-ESCAP).
ຈຸດປະສົງຂອງການພົບປະສົນທະນາໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ESCAP, ໂດຍສະເພາະແມ່ນການກະ ກຽມໃຫ້ແກ່ ກອງປະຊຸມລະດັບສູງເພື່ອທົບທວນຄືນ ແຜນງານອິດສະຕັນບູນ ສຳລັບປະເທດດ້ອຍພັດທະນາ ປະຈໍາພາກພື້ນອາຊີ-ປາຊີຟິກ (High-Level Regional Review of the Istanbul Programme of Action) ທີ່ຈະຈັດຂື້້ນໃນລະຫວ່າງວັນທີ 30 ສິງຫາ – 02 ກັນຍາ 2021 ທີ່ ເຊີແນວ, ປະເທດ ສະວິດ. ບົນຈິດໃຈດັ່ງກ່າວ, ສປປ ລາວ ກໍ່ເປັນປະເທດໜຶ່ງທີ່ມີຄວາມຄືບໜ້າອັນພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນດຳເນີນງານອິດສະຕັນບູນ ສຳລັບປະເທດດ້ອຍພັດທະນາ ເຊິ່ງສະແດງອອກຈາກຜົນສຳເລັດທີ່ ສປປ ລາວ ສາມາດຜ່ານການປະເມີນຮອບວຽນ 3 ປີ ໂດຍ ຄະນະກຳມະການນະໂຍບາຍການພັດທະນາ (CDP) ອົງການ ສປຊ ໃນປີ 2018 ແລະ 2021. ສະນັ້ນ, ESCAP ຈຶ່ງຊຸກຍູ້ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນຂະບວນ ການປຶກສາຫາລື ແຜນດຳເນີນງານສຳລັບປະເທດດ້ອຍພັດທະນາ ໃນຕໍ່ໜ້າ. ພ້ອມກັນນັ້ນ, ການເຂົ້າຮ່ວມກອງປະຊຸມດັ່ງກ່າວ ກໍ່ຖືເປັນກາລະໂອກາດອັນດີສຳລັບ ສປປ ລາວ ທີ່ຈະສະແດງໃຫ້ສາກົນໄດ້ເຫັນເຖິງ ບັນດາຜົນສຳເລັດ ແລະ ສິ່ງທ້າທາຍ ຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ເຊິ່ງການເຈລະຈາບັນດາເອກະສານ ແລະ ຜົນຂອງກອງປະຊຸມໃນຄັ້ງນີ້ ຈະປະກອບສ່ວນກະກຽມໃຫ້ແກ່ ກອງປະຊຸມອົງການ ສປຊ ສຳລັບປະເທດດ້ອຍພັດທະນາ ຄັ້ງທີ 5 ທີ່ຈະຈັດຂື້້ນໃນເດືອນມັງກອນ 2022, ທີ່ ໂດຮາ, ປະເທດ ກາຕ້າ, ທີ່ຈະມີການສ້າງແຜນດຳເນີນງານ ສຳລັບປະເທດດ້ອຍພັດທະນາ ສະບັບໃໝ່ຂຶ້ນ.