ທ່ານ ນາງສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ເອກກະພາບ ພັນທະວົງ ຮອງເລຂາທິການໃຫຍ່ອາຊຽນ ເພື່ອປະຊາຄົມວັດທະນະທຳສັງຄົມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໃນການຢ້ຽມພົບປະ ທ່ານລັດຖະມົນຕີ ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນ ແລະ ກ່າວເຖິງຄວາມສຳຄັນຂອງອາຊຽນ ໂດຍສະເພາະ ການຈັດຕັ້ງປະຕິບັດວຽກງານ ເສົາຄໍ້າປະຊາຄົມວັດທະນະທຳສັງ ຄົມອາຊຽນ, ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ການກຽມຄວາມພ້ອມເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ການເປີດປີທ່ອງທ່ຽວລາວ. ຊຶ່ງທ່ານໄດ້ຮຽກຮ້ອງໃຫ້ກອງເລຂາອາຊຽນ ໃຫ້ການຊ່ວຍເຫຼືອ ແລະ ແນະນໍາທາງດ້ານເນື້ອໃນແກ່ການຈັດກອງປະຊຸມ, ດ້ານພິທີການ, ຂັ້ນຕອນ ແລະ ດ້ານອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ການເປັນເຈົ້າພາບຄັ້ງນີ້ປະສົບຜົນສຳເລັດ.
ໂອກາດນີ້ ຮອງເລຂາທິການໃຫຍ່ອາຊຽນ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບໃນຄັ້ງນີ້ ພ້ອມທັງຢືນຢັນຈະຊ່ວຍເຫຼືອ ສປປ ລາວ ຢ່າງເຕັມທີ່ໃນການກະກຽມຄວາມພ້ອມເປັນປະທານອາຊຽນໃນປີ 2024 ລວມເຖິງແຜນປະຕິບັດງານ ເສົາຄໍ້າປະຊາຄົມວັດທະນະທຳສັງຄົມອາຊຽນ ທີ່ມີຫົວໃຈສຳຄັນຄື ຄວາມມຸ່ງໝັ້ນຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ຜ່ານກິດຈະກຳການຮ່ວມມືທີ່ໃຫ້ຄວາມສຳຄັນກັບປະຊາຊົນ ຍຶດຖືປະຊາຊົນເປັນສູນກາງ ເປັນມິດຕໍ່ສິ່ງແວດລ້ອມ ແລະ ມຸ່ງໝັ້ນສູ່ການສົ່ງເສີມການພັດທະນາທີ່ຍືນຍົງ ເພື່ອໃຫ້ອາຊຽນມີຄວາມຈະເລີນເຕີບໂຕ, ກ້າວໜ້າ ແລະ ພັດທະນາຕໍ່ໄປຢ່າງຍືນຍົງ. ພ້ອມນັ້ນ ທ່ານກໍໄດ້ຍົກໃຫ້ເຫັນ ບາງເນື້ອໃນທີ່ເປັນສິ່ງທ້າທ້າຍ ເພື່ອກຽມພ້ອມຮັບມືໃນການເປັນປະທານອາຊຽນໃຫ້ທ່ານລັດຖະມົນຕີໄດ້ຮັບຊາບຕື່ມ. ການເຂົ້າຢ້ຽມຂໍ່ານັບໄດ້ມີຂຶ້ນໃນຕອນເຊົ້າ ວັນທີ 26 ກໍລະກົດ 2023 ທີ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາຍຫຼັງການເຂົ້າຢ້ຽມຂໍ່ານັບແລ້ວ ໄດ້ມີການພົບປະສອງຝ່າຍ ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

