ໃນວັນທີ 22 ກຸມພາ 2021 ທີ່ນະຄອນ ຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະ ດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈດສະດາ ກະຕະເວທິນ ແລະ ໄດ້ສະແດງຄວາມຊົມເຊີຍ ທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.
ໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະ ຫລອດໄລຍະ 70 ຜ່ານມາ. ການພົວພັນ ແລະ ຮ່ວມມື ລາວ-ໄທ ແມ່ນມີຄວາມໃກ້ຊິດ ສະໜິດສະໜົມ ແລະ ມີຫລາຍກົນໄກການຮ່ວມມືລະ ຫວ່າງກັນ ເພື່ອຂັບເຄື່ອນບັນດາແຜນງານການຮ່ວມມືສອງຝ່າຍຢ່າງເປັນປົກກະຕິ, ປະຊາຊົນສອງປະເທດມີຄວາມຜູກພັນເຊິ່ງກັນ ແລະ ກັນ ໂດຍມີການໄປມາຫາສູ່ຄ້າຂາຍ ແລະ ເຮັດບຸນສິນກິນທານຮ່ວມກັນຢ່າງເປັນປະຈຳ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະ ຫຍາຍ ແລະ ຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ທ່ານເອກອັກຄະລາຊະທູດໄທ ໄດ້ໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ອອກແຮງນຊຸກຍູ້ໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ມິດຕະພາບອັນໃກ້ ຊິດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ໄທ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີຢ່າງຈິງໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນກຳມະການກົມການເມືອງສູງກາງພັກ ໃນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນເດືອນມັງກອນ 2021 ຜ່ານມາ.
ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະ ຊາຊົນລາວ ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາ ຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕໍ່ເຫດການໄພພິບັດທາງທຳມະຊາດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫລືອໃນການປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ອີກດ້ວຍ. ພ້ອມນັ້ນ, ກໍໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳ ເລັດໃນການເຄື່ອນໄຫວ ວຽກງານທູດທີ່ມີກຽດສູງສົ່ງຂອງທ່ານທູດ ຢູ່ ສປປ ລາວ.


ຂ່າວ: ສິງຄຳ, ພາບ: ກົມຂ່າວ