ໃນວັນທີ 28 ຕຸລາ 2022, ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ໄດ້ຕ້ອນຮັບ ທ່ານ ນາງ ຊິວ-ແລ້ງ ຊູອອກ (Siv-Leng CHHUOR) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຝຣັ່ງ ປະຈຳ ສປປ ລາວ ໃນໂອກາດທີ່ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ປະຈຳ ສປປ ລາວ ແລະ ແລກປ່ຽນຄຳຄິດເຫັນການພົວພັນຮ່ວມມື ດ້ານວັດທະນະທຳ ຂອງສອງປະເທດລາວ-ຝຣັ່ງ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ນາງ ຊິວ-ແລ້ງ ຊູອອກ ທີ່ຖືກແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມືອັນດີ ລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃນໄລະຍະຜ່ານມາ. ທ່ານລັດຖະມົນຕີ ກະຊວງ ຖວທ ຍັງເຊື່ອໝັ້ນວ່າໃນໄລຍະທີ່ທ່ານທູດ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ຈະມີການຮ່ວມມືຢ່າງໃກ້ຊິດ ໃນຂະແໜງວັດທະນະທຳ ເພືຶ່ອສົ່ງເສີມການຮ່ວມມືຂອງສອງຝ່າຍ ໃຫ້ນັບມື້ກວ້າງຂວາງ ແລະ ເປັນຮູບປະທຳຫລາຍຂຶ້ນ.
ທ່ານ ນາງ ຊິວ-ແລ້ງ ຊູອອກ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ພ້ອມຄະນະ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ການພົວພັນຮ່ວມມື ລາວ-ຝຣັ່ງ ກໍຄື ຊຸກຍູ້ການພົວພັນຮ່ວມມື ໃນຂະແໜງວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຕໍ່ໜ້າ.
ຂ່າວ-ພາບ: ສົມຫວັງ
Loading...