ໃນວັນທີ 25 ເມສາ 2022 ນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາພັກ, ລັດຖະມັນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕ້ອນຮັບການພົບປະຢ້ຽມຢາມຂອງ ສະຫາຍ ຫງ້ວຽນ ຈ໋ອງ ເງ້ຍ ເລຂາ ທິການສູນກາງພັກ, ຫົວໜ້າຄະນະໂຄສະ ນາສຶກສາສູນກາງພັກ ກອມມູນນິດຫວຽດນາມ ພ້ອມດ້ວຍຄະ ນະ ໃນໂອກາດເດີນທາງມາເຮັດວຽກ ແລະ ຢ້ຽມຢາມທາງການຢູ່ ສປປ ລາວ ລະຫວ່າງວັນທີ 24- 27 ເມສາ 2022.
ໃນໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ສະແດງຄວາມຍິນດີຕ້ອນຮັບທ່ານ ຫງ້ວຽນ ຈ໋ອງ ເງ້ຍ ພ້ອມດ້ວຍຄະ ນະ, ທີ່ໄດ້ມາເຮັດວຽກ ແລະ ຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດ ຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມທັງໄດ້ສະ ແດງຄວາມຂອບໃຈໄປຍັງປະ ຊາຊົນຊາວຫວຽດນາມ ກໍຄື ພັກຄອມມູນນິດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ.
ພ້ອມນີ້, ສະຫາຍ ຫງ້ວຽນ ຈ໋ອງ ເງ້ຍ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ພົບປະໂອ້ລົມແລກປ່ຽນເຊິ່ງກັນ ແລະ ກັນ. ພ້ອມທັງ, ສະແດງຄວາມຢືນຢັນວ່າ ຈະໃຫ້ການຊ່ວຍເຫລືອ ແລະ ຮ່ວມມືກັບກະຊວງ ຖວທ ໃນອະອານາ ຄົດ. ພ້ອມນີ້ ສະຫາຍຍັງໄດ້ແຈ້ງໃຫ້ຊາບເຖິງຈຸດປະສົງໃນການເດີນທາງມາເຮັດວຽກ ແລະ ຢ້ຽມຢາມທາງການຢູ່ ສປປ ລາວ ໃນຄັ້ງນີ້.
ຂ່າວ: ສຸກສະຫວັດ
ພາບ: ເກດສະໜາ
