ໃນໂອກາດເຂົ້າຮ່ວມກອງປະຊຸມ ສະຫລຸບວຽກງານຊາວໝຸ່ມທົ່ວກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ປີ 2021 ແລະ ທິດທາງແຜນການ ປີ 2022 ໃນວັນທີ 23 ກຸມພາ 2022 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຫລາຍບັນຫາສຳຄັນ. ໃນນັ້ນ, ທ່ານໄດ້ເນັ້ນໃຫ້ຊາວໝຸ່ມທົ່ວກະຊວງ ຖືເອົາການຈັດຕັ້ງຊາວໜຸ່ມ ເປັນບ່ອນຝຶກຝົນຫລໍ່ຫລອມກໍ່ສ້າງ ແລະ ພັດທະ ນາຊາວໜຸ່ມ ໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະ ຕິວັດ, ມີຄວາມຮູ້ໃນລະ ດັບທີ່ແນ່ນອນ, ຮູ້ນຳໃຊ້ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ມີຄວາມສາມາດຈັດຕັ້ງປະຕິບັດວຽກງານຢ່າງແຂງແຮງກວ່າເກົ່າ ແລະ ແທດເໝາະກັບສະພາບ ການໃນປັດຈຸບັນ ເພື່ອສະໜອງບຸກຄະລາກອນຮຸ່ນສືບທອດທີ່ມີຄຸນນະພາບ ໃຫ້ແກ່ການຈັດຕັ້ງພັກແຕ່ລະຂັ້ນ.
ທ່ານລັດຖະມົນຕີ ຍັງໄດ້ເນັ້ນໃຫ້ຊາວໝຸ່ມແຕ່ລະຂັ້ນ ຖືສຳຄັນການສຶກສາອົບຮົມການເມືອງແນວຄິດ, ເພີ່ມທະວີການນໍາພາວຽກ ງານການເມືອງ, ນໍາພາແນວຄິດແນໃສ່ຮັບປະກັນໃຫ້ຄະນະຊາວ ໜຸ່ມແຕ່ລະຂັ້ນ, ສະມາຊິກຊາວ ໜຸ່ມທົ່ວກະຊວງ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ລັດ, ໄປຄຽງຄູ່ກັບການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາວໝຸ່ມຮຸ່ນກ່ອນທີ່ໄດ້ສະສົມມາ, ມີຄວາມເປັນເອກະພາບພາຍໃນຄະນະຊາວໜຸ່ມ ຕໍ່ການນໍາພາ-ຊີ້ ນຳການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງຊາວໜຸ່ມ ໃຫ້ໜັກແໜ້ນກວ່າເກົ່າ ໂດຍສະ ເພາະການປະຕິ ບັດຂໍ້ແຂ່ງຂັນ 4 ບຸກ, ມີຄວາມເປັນເອກະພາບສູງພາຍໃນຄະນະ, ກໍ່ສ້າງຊາວໜຸ່ມໃຫ້ສືບທອດພາລະືກິດປ່ຽນແປງໃໝ່ ກໍຄື ຕອບສະໜອງຕາມຄວາມຮຽນຮ້ອງຕ້ອງການຂອງວຽກງານ ຖວທ ເຮົາໃນໄລຍະໃໝ່; ເອົາໃຈໃສ່ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງ ແລະ ລະບຽບການຂອງພັກ, ກົດໝາຍຂອງລັດ ທີ່ວາງອອກໃນແຕ່ລະໄລຍະ ໃຫ້ເລິກເຊິ່ງ ໂດຍສະເພາະແມ່ນ ເນື້ອໃນມະຕິ XI ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ ຄັ້ງທີ IX (2021-2025), 2 ວາລະແຫ່ງຊາດ, ມະຕິກອງປະ ຊຸມສະໄໝສາມັນ ຂອງສະພາແຫ່ງຊາດຊຸດທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະ ນະພັກກະຊວງ ຖວທ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວ ທົ່ວປະເທດ ຄັ້ງທີ VIII, ວິໄສທັດຊາວໜຸ່ມ ຮອດປີ 2040, ຍຸດທະ ສາດພັດທະນາຊາວໜຸ່ມ- ເຍົາວະ ຊົນ ແຕ່ປີ 2021-2030 ກໍຄື ມະ ຕິກອງປະຊຸມໃຫຍ່ ຜູ້ແທນຊາວ ໜຸ່ມ ທົ່ວກະຊວງ ຖວທ ຄັ້ງທີ VIII ແລະ ບັນດາມະຕິທີ່ກນົດອອກໃໝ່ຂອງພັກ ແລະ ລັດ; ສືບຕໍ່ຄົ້ນຄວ້າ ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ VIII, ການປະຕິບັດຂໍ້ແຂ່ງ ຂັນ 4ບຸກຂອງຊາວໜຸ່ມ, ຂໍ້ແຂ່ງ ຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ໃຫ້ຖືກຕ້ອງຊັດເຈນ ສອດຄ່ອງກັບເງື່ອນໄຂຕົວຈິງ, ຈຶ່ງສາມາດຮັບຮູ້ວ່າອັນໃດຄວນເສີມຂະຫຍາຍ, ອັນໃດຄວນປັບປຸງແກ້ໄຂໃນຕໍ່ໜ້າ.
ພ້ອມນີ້, ກໍໃຫ້ເອົາໃຈໃສ່ປັບປຸງລະບອບ, ລະບຽບ, ແບບແຜນວິທີເຮັດວຽກ, ກົນໄກໃຫ້ມີຄວາມສະດວກວ່ອງໄວ, ຍຶດໝັ້ນຫລັກ ການລວມສູນປະຊາທິປະໄຕ ໃນການຄົ້ນຄວ້າ ແລະ ຕັດສິນບັນຫາກ່ຽວກັບທິດທາງ, ວິທີການ, ຮູບ ການຊີ້ນຳ-ນຳພາໃຫ້ມີປະສິດ ທິ ພາບ, ປະສິດທິຜົນ ແລະ ແທດເໝາະກັບສະພາບການຕົວຈິງຂອງວຽກງານຊາວໜຸ່ມໃນໄລຍະໃໝ່. ພ້ອມທັງປັບປຸງການຈັດຕັ້ງ ໃຫ້ມີຄວາມກະທັດຮັດ; ເອົາໃຈໃສ່ໃນການຊີ້ນໍາ-ນໍາພາວຽກງານວິຊາສະເພາະ ກໍຄື ວຽກງານຂະ ບວນການຂອງຊາວໜຸ່ມໃຫ້ມີຂະບວນການຟົດຟື້ນກວ່າເກົ່າ ໂດຍສະເພາະແມ່ນການປະດິດສ້າງ ແລະ ການເສີມຂະຫຍາຍກໍາລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບການຜັນຂະຫຍາຍຄຳຂວັນກອງປະ ຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຖວທ ທີ່ວ່າ “ການນຳພາເຂັ້ມແຂງ ການຄຸ້ມຄອງສັກສິດ ຂ່າວສານທັນສະໄໝ ວັດທະນະທໍາສີວິໄລ ທ່ອງທ່ຽວຍືນຍົງ” ໃຫ້ໄດ້ຮັບການຜັນຂະຫຍາຍໄປສູ່ລວງເລິກ ແລະ ປະກົດຜົນເປັນຈິງເທື່ອລະກ້າວ. ປະທານໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ “ເສຍວັດທະນະທຳ ຄືເສຍຊາດ” ນັ້ນກໍເປັນບົດຝຶກຫັດອັນໜຶ່ງ ໃຫ້ແກ່ຊາວໜຸ່ມໃນຂົງເຂດວັດທະນະທໍາ ທີ່ຕ້ອງໄດ້ຄົ້ນວ້າຢ່າງເລິກເຊິ່ງ ແລະ ບັນຫາສຳຄັນອື່ນໆ.
ຂ່າວ: ຈັນທະລອນ
ພາບ: ຂັນໄຊ
Loading...