ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ເມື່ອບໍ່​ດົນ​ມານີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະລົງຕິດຕາມໃຫ້ກຳລັງໃຈທີມນັກກິລາຍິງປືນທີມຊາດລາວ ຊຸດທີ່ເຄີຍສ້າງຜົນງານຍາດໄດ້ 3 ຫຼຽນຄຳ ງານກິລາຊີເກມ ຄັ້ງທີ 25 ປີ 2009 ທີ່ກຳລັງເກັບຕົວຝຶກຊ້ອມທີ່ສະໜາມກິລາຍິງປືນ 5 ເມສາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເພື່ອກຽມຄວາມພ້ອມຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 12-23 ພຶດສະພານີ້. ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ບໍລິການ ສະໜາມກິລາຍິງປືນ ຈຳກັດ ທັງເປັນຮອງປະທານສະຫະພັນຍິງປືນແຫ່ງຊາດລາວ.
ທ່ານ ໄຊຍະ ສີສານ ຫົວໜ້າຄູຝຶກກິລາຍິງປືນທີມຊາດລາວ ໃຫ້ສຳພາດວ່າ: ນັກກິລາໄດ້ມາເກັບຕົວຝຶກຊ້ອມມາແຕ່ຕົ້ນເດືອນມີນາ 2022 ຊຶ່ງມີນັກກິລາທັງໝົດ 6 ຄົນ ຍິງ 3 ຄົນ ສ່ວນໃຫຍ່ແມ່ນເປັນນັກກິລາເກົ່າທັງໝົດ.ຜ່ານການຝຶກຊ້ອມສາມາດສັງເກດຕີລາຄາໄດ້ວ່ານັກກິລາທຸກຄົນແມ່ນມີຄວາມກ້າວໜ້າ ແລະ ມີການພັດທະນາດີຂຶ້ນຫຼາຍ. ແນວໃດກໍດີ, ໃນການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ອີງໃສ່ບົດຮຽນຂອງພວກເຮົາແລ້ວຍັງບໍ່ທັນໄດ້ວາງມາດຕະຖານສູງເກີນໄປ ເພາະມັນຈະກົດດັນນັກກິລາ ສິ່ງສຳຄັນທີ່ສຸດກໍຄືເນັ້ນໜັກການຝຶກນັກກິລາທາງດ້ານເຕັກ ນິກ, ພາລະກຳລັງ ແລະ ການຝຶກສະມາທິທາງດ້ານຈິດໃຈ ເພື່ອໃຫ້ທຸກຄົນສາມາດທຳລາຍສະຖິຕິຂອງຕົນເອງເປັນຫຼັກ. ແນວໃດກໍຕາມ, ຕ້ອງຂໍສະແດງຄວາມຂອບໃຈມາຍັງຂັ້ນເທິງ ເວົ້າສະເພາະແມ່ນກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ໃຫ້ຄວາມສະດວກໃນການເລີ່ມທຳອິດຂອງການຝຶກຊ້ອມ ໂດຍອະນຸມັດໃຫ້ພວກເຮົາໄດ້ຢືມເປົ້າມາຝຶກຊ້ອມ ພິເສດທີ່ສຸດກໍໄດ້ຮັບການຊ່ວຍເຫຼືອຈາກ ທ່ານ ປີຊາໄຊ ແກ້ວໄຊຍະຈັກ ປະທານບໍລິສັດ ບໍລິການ ສະໜາມກິລາຍິງປຶນ ຈຳກັດ ເຮັດໃຫ້ພວກເຮົາມີຄວາມພ້ອມຫຼາຍດ້ານ ທີ່ຈະເຂົ້າຮ່ວມສ້າງຜົນງານໃນງານກິລາຊີເກມຄັ້ງນີ້ ຢ່າງໃຈຈົດໃຈຈໍແລ້ວ. ງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ປີນີ້ ສປປ ລາວ ສົ່ງເຂົ້າຮ່ວມແຂ່ງຂັນຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາ ທັງໝົດ 500 ກວ່າຄົນ ຈາກ 29 ປະເພດກິລາ, ໃນນັ້ນ ກິລາຍິງປືນທີມຊາດລາວ ສົ່ງເຂົ້າຮ່ວມຊີງໄຊ 4 ຫຼຽນຄຳ ຈາກທັງໝົດ 6 ຄົນ ກໍຄື ຊາຍ 3 ຄົນ ແລະ ຍິງ 3 ຄົນ ຮ່ວມແຂ່ງຂັນ 1 ລາຍການ ປະເພດປືນເປົ້າເລື່ອນ 10 ແມັດ ດ່ຽວຍິງ-ຊາຍ ແລະ ປະເພດທີມຍິງ-ທີມຊາຍ ຊຶ່ງຈະເລີມແຂ່ງຂັນໃນວັນທີ 20-22 ພຶດສະພານີ້ ສ່ວນມື້ເດີນທາງຂອງນັກກິລາຍິງປືນທີມຊາດລາວ ແມ່ນຈະເລີ່ມອອກເດີນທາງໃນວັນທີ 3 ພຶດສະພາ 2022 ເປັນຕົ້ນໄປ.
ຂ່າວ-ພາບ: ສົງການ ພັນແພງດີ