ໃນວັນທີ 14 ຕຸລາ 2021, ທີ່ປະເທດສິງ ກະໂປ . ໄດ້ຈັດກອງປະຊຸມກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 9, ກອງປະຊຸມພາຄີຕໍ່ ສັນຍາອາຊຽນວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນ ຄັ້ງທີ 10, ກອງປະຊຸມ ລັດຖະມົນຕີຄຸ້ມຄອງໄພ ພິບັດອາຊຽນ ບວກ ສປ ຈີນ ຄັ້ງທີ 1 ແລະ ບວກ ຍີ່ປຸ່ນ ຄັ້ງທີ 1ໄດ້ໄຂຂື້ນຢ່າງເປັນທາງການໂດຍເປັນປະທານ ຂອງ ໂດຍ ທ່ານ K.Shanmugam, ລັດຖະ ມົນຕີ ກະຊວງພາຍໃນ ທັງເປັນລັດ ຖະມົນຕີ ກະຊວງກົດໝາຍ ປະເທດສິງ ກະໂປ, ມີຜູ້ເຂົ້າຮ່ວມຈາກບັນດາປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສປປ ລາວ ນຳໂດຍ ທ່ານ ນ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ( ຮສສ), ຮອງປະທານ ຜູ້ປະຈໍາການ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ. ໂດຍອີງໃສ່ຄໍາຂວັນ ກອງປະຊຸມລັດຖະມົນຕີຄຸ້ມຄອງໄພ ພິບັດອາຊຽນ ຄື: “ ເສີມຂະຫຍາຍການຮ່ວມມື ແລະ ສ້າງຄວາມເຂັ້ມແຂງທາງດ້ານນະວັດຕະກໍາສຳລັບການຄຸ້ມຄອງໄພພິບັດໃນອາຊຽນ” “STRENGTHENING PARTNERSHIP AND INNOVATION FOR DISASTER MANAGEMENT IN ASEAN”
ໃນນາມຕາງໜ້າຄະນະຜູ້ແທນ ສປປ ລາວ ທ່ານ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງ ຮສສ ໄດ້ມີຄໍາເຫັນບາງຕອນເຊິ່ງທ່ານ ໄດ້ກ່າວວ່າ: ສຳລັບ ສປປ ລາວຂອງພວກເຮົາ ແມ່ນໄດ້ສຳເລັດໃນການ ພ້ອມ ກັນຈັດຈິດຈະກຳປຸກລະດົມການມີສ່ວນ ຮ່ວມ ໃນວຽກງານຄຸ້ມຄອງໄພພິບັດຂອງ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ເນື່ອງໃນໂອກາດ 13 ຕຸລາ ວັນຄຸ້ມຄອງໄພພິບັດແຫ່ງຊາດ, ອາຊຽນ ແລະ ວັນຫຼຸດຜ່ອນໄພພິບັດສາກົນ. ພາຍໃຕ້ຄໍາຂວັນ “ຮ່ວມໃຈກັນເພື່ອປົກປ້ອງໂລກຂອງເຮົາ” “ONLY TOGETHER – CAN WE SAVE THE PLANET!”.
ພ້ອມດຽວກັນນີ້, ທ່ານຍັງໄດ້ ຍົກໃຫ້ເຫັນເຖີງ ບັນຫາຜົນກະທົບຂອງໄພພິບັດທີ່ສາເຫດມາຈາກການປ່ຽນແປງຂອງດິນຟ້າອາກາດ ທີ່ຍັງສືບຕໍ່ເກີດຂື້ນຖີ່ ແລະ ເພີ່ມຄວາມຮຸນແຮງດ້ານຜົນກະທົບຂື້ນເລື້ອຍໆ ຕໍ່ສຸຂະພາບ, ຊີວິດ ແລະ ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນ ຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ໄດ້ເນັ້ນເຖິງຄວາມສໍາຄັນ ຂອງວຽກງານຄຸ້ມຄອງໄພພິບັດ ແລະ ການເພີ່ມທະວີການຮ່ວມມືຂອງທຸກພາກສ່ວນ ໃນການກຽມຄວາມພ້ອມ, ການປ້ອງກັນເພື່ອຫຼຸດຜ່ອນຄວາມເສຍ ຫາຍ, ການຕອບໂຕ້ຊ່ວຍເຫຼືອສຸກເສີນຕໍ່ໄພພິບັດ ແລະ ການຟື້ນຟູຫຼັງໄພພິບັດທີ່ຮັບປະກັນຄວາມປອດໄພ ແລະ ຄວາມສູນເສຍທີີ່ອາດຈະເກີດຂື້ນໃນອານາຄົດ ໂດຍຍົກໃຫ້ເຫັນວ່າ “ສິ່ງດັ່ງກ່າວນີ້ ແມ່ນໄດ້ສະແດງອອກຢູ່ໃນເຫດການໄພພິບັດທີ່ເກີດຂື້ນຜ່ານມາ ຢູ່ບັນດາປະເທດອາຊຽນ ເປັນຕົ້ນ – ບັນຫາຜົນກະທົບຈາກການລະບາດຂອງພະຍາດໂຄວິດ 19 ທີ່ໄດ້ເກີດຂື້ນໃນທ້າຍປີ 2019 ເປັນຕົ້ນມາ ແລະ ແກ່ຍາວມາເຖິງປັດຈຸບັນ, ໄພນໍ້າຖ້ວມ, ອື່ນໆ .
ພ້ອມນີ້, ໃນນາມຕ່າງໜ້າ ສປປ ລາວ, ທ່ານ ຍັງໄດ້ມີຄຳເຫັນແລກປຽ່ນຕື່ມອີກວ່າ: ໃນຂະນະທີ່ ພວກເຮົາ ກໍາລັງເລັ່ງແກ້ໄຂຟື້ນຟູຫຼັງໄພພິບັດໃນປີທີ່ຜ່ານມາ, ໃນປີ 2021 ນີ້ ສປປ ລາວ ຍັງໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ເປັນຕົ້ນ – ນໍ້າຖ້ວມ, ລົມພະຍຸພັດ ແລະ ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງ ຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ຕໍ່ກັບເຫດການດັ່ງກ່າວ, ລັດຖະບານ ສປປ ລາວ ກໍ່ຄື ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ສຸມໃສ່ໃນການຕອບໂຕ້ ແກ້ໄຂສະພາບການຕ່າງໆທີ່ເກີດຂຶ້ນ ເຊິ່ງບໍ່ສະເພາະພຽງແຕ່ນຳໃຊ້ກຳລັງ, ເຄື່ອງມືເທົ່ານັ້ນ ແຕ່ຍັງຕ້ອງໄດ້ນຳໃຊ້ງົບປະມານມະຫາສານໃນການແກ້ໄຂບັນຫາທີ່ຮີບດ່ວນ, ສຸກເສີນ ແລະ ລວມໄປເຖິງການຟື້ນຟູບັນດາຟື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ກັບບົດຮຽນທີ່ຖອດຖອນໄດ້, ລັດຖະບານ ສປປ ລາວ ໄດ້ມີຄວາມຮັບຮູ້ສູງ ແລະ ໃຫ້ຄວາມສໍາຄັນ ຕໍ່ວຽກງານຄຸ້ມຄອງໄພພິບັດ ດ້ວຍການກຳນົດນະໂຍບາຍ ແລະ ຍຸດທະສາດ ເພື່ອການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫລັງໄພພິບັດ; ໄດ້ເອົາໃຈໃສ່ ສ້າງຄວາມເຂັ້ມແຂງໃຫ້ແກ່ ກົນໄກການຈັດຕັ້ງວຽກງານຄຸ້ມຄອງໄພພິບັດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍສະເພາະ ຢູ່ຊຸມຊົນຂັ້ນບ້ານ, ເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ລະບົບການພະຍາກອນ ແລະ ການເຕືອນໄພລ່ວງໜ້າ, ການຝືກອົບຮົມ ແລະ ການສາທິດຝືກຊ້ອມ ເພື່ອຮັບມືໄພພິບັດສຸກເສີນ, ການໂຄສະນາ ແລະ ສ້າງຈິດສໍານຶກຊຸມຊົນທົ່ວສັງຄົມ ໄດ້ຮັບຮູ້ເຖີງຄວາມສ່ຽງໄພພິບັດ ແລະ ປະກອບສ່ວນເຂົ້າໃນການກຽມພ້ອມຮັບມືກັບໄພພິບັດ; ເພີ່ມທະວີການຮ່ວມມືສາກົນ, ບັນດາປະເທດເພື່ອນມິດ, ການຮ່ວມມືພາກລັດ ແລະ ເອກະຊົນ ທັງໄລຍະການກຽມພ້ອມ, ການປ້ອງກັນ, ການຫຼຸດຜ່ອນຄວາມສ່ຽງ ແລະ ການຕອບໂຕ້ສຸກເສີນຫຼັງໄພພິບັດ, ອັນທີ່ພົ້ນເດັ່ນ, ໃນການຜັນຂະຫຍາຍກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ ຊື່ງໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນປີ 2019 ທີ່ຜ່ານມາ, ໃນທ້າຍປີ 2020 ໄດ້ຮັບຮອງ ດຳລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ, ໃນກາງປີ 2021 ໄດ້ຮັບຮອງ ຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ 2021-2030, ພ້ອມກັນນັ້ນ, ວຽກງານຄຸ້ມຄອງໄພພິບັດ ກໍ່ໄດ້ເປັນວຽກບູລິມະສິດສໍາຄັນ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ5 ປີ ຄັ້ງທີ 9 ໄລຍະປີ 2021-2025 ຂອງ ປະເທດ ສປປ ລາວ. ເຊິ່ງນັ້ນ ແມ່ນເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດ ຢູ່ ສປປ ລາວ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໂດຍຜ່ານການປຶກສາຫາລື, ຄົ້ນຄ້ວາ ແລະ ປະກອບຄວາມຄິດຄວາມເຫັນ, ກອງປະຊຸມໄດ້ຕົກລົງ ແລະ ຮັບຮອງບັນດາບັນຫາທີ່ຕົ້ນຕໍດັ່ງນີ້:
1) ບັນດາທ່ານລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ຈາກບັນດາປະເທດສະມາຊິກອາຊຽນ ມີຄຳເຫັນຕໍ່ຫົວຂໍ້ “STRENGTHENING PARTNERSHIP AND INNOVATION FOR DISASTER MANAGEMENT IN ASEAN”;
2) ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ແຜນງານສັນຍາອາຊຽນວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ຕອບໂຕ້ສຸກເສີນ 2021-2025 (ໃນໄລຍະ ປີ 2021) ແລະ ການປະຕິບັດແຜນວຽກຂອງ ສູນປະສານງານຊ່ວຍເຫຼືອມະນຸດສະທຳອາຊຽນ (ອາຮາເຊັນເຕີ);
3) ຮ່ວມກັນປຶກສາຫາລືກ່ຽວກັບການຊ່ວຍເຫຼືອດ້ານມະນຸດສະທຳ ປະເທດມຽນມາ;
4) ຮັບຮອງເອົາ ຂອບກົນໄກ ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດອາຊຽນ ບວກ ສປ ຈີນ, ບວກ ຍີ່ປຸ່ນ, ບວກ ສ. ເກົາຫຼີ ແລະ ຮັບຮອງເອົາ ຂອບກົນໄກ ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ບວກ ສປ ຈີນ, ບວກ ຍີ່ປຸ່ນ ແລະ ສ. ເກົາຫຼີ;
5) ຮັບຮອງເອົາ ແຜນການຮ່ວມມືອາຊຽນ-ສປ ຈີນ ໃນວຽກງານຄຸ້ມຄອງໄພພິບັດ, ຮັບຊາບການກະກຽມແຜນການຮ່ວມມື ອາຊຽນ-ຍີ່ປຸ່ນ ໃນວຽກງານຄຸ້ມຄອງໄພພິບັດ ແລະ ປຶກສາຫາລືຂົງເຂດທີ່ຈະຮ່ວມມືໃນວຽກງານຄຸ້ມຄອງໄພພິບັດ ອາຊຽນ-ສ. ເກົາຫຼີ;
6) ຮັບຮອງ ຖະແຫຼ່ງການຮ່ວມກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ບວກ ສປ ຈີນ ຄັ້ງທີ 1 ແລະ ບວກ ຍີ່ປຸ່ນ ຄັ້ງທີ 1.
ໃນວາລະປິດກອງປະຊຸມ, ປະເທດ ສິງກະໂປ ໃນນາມ ປະທານ ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ປີ 2021 ໄດ້ແຈ້ງໃຫ້ທີ່ປະຊຸມໄດ້ຮັບຊາບວ່າ ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດອາຊຽນ ຄັ້ງທີ 10 ແລະ ບັນດາກອງປະຊຸມປິ່ນອ້ອມ ແມ່ນຈະໄດ້ຈັດຂື້ນ ປີ 2022 ທີ່ປະເທດໄທ ເປັນຈົ້າພາບ.
(ຂ່າວສານ ຮສສ)
