ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະ ມົນຕີກະຊວງການຕ່າງປະເທດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ ແບບທາງໄກວັນທີ 4 ຕຸລາ 2021, ທີ່ ກະຊວງການຕ່າງປະເທດ
ໃນຕອນເຊົ້າຂອງວັນທີ 4 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການ ຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24, ກອງປະຊຸມສະພາປະ ສານງານອາຊຽນ ຄັ້ງທີ 30 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບທາງໄກ, ໂດຍການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021. ຈຸດປະສົງຂອງ 3 ກອງປະ ຊຸມດັ່ງກ່າວ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຂອງອາຊຽນໃນໄລຍະຜ່ານມາ ແລະ ເພື່ອກະ ກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ແບບທາງໄກ.
ກອງປະຊຸມສະພາປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ ຄັ້ງທີ 24 ໄດ້ຮັບຊາບຄວາມຄືບໜ້າວຽກງານຂອງຂະ ແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາ ຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງ ໄດ້ຊຸກຍູ້ຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນ ປີ 2021 ຂອງ ບຣູໄນ ດາຣູຊາລາມ ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການ ຈັດຕັ້ງປະຕິບັດແຜນວຽກອາຊຽນເພື່ອການຟື້ນຟູຮອບດ້ານ, ການຈັດຊື້ຢາວັກຊິນສໍາລັບປະຊາຊົນອາຊຽນ ໂດຍນໍາໃຊ້ກອງທຶນເພື່ອການຮັບມືໂຄວິດ-19 ຂອງອາຊຽນ, ການຄັດເລືອກປະເທດເຈົ້າພາບຂອງສູນອາຊຽນ ເພື່ອແກ້ໄຂເຫດສຸກເສີນດ້ານສາທາ ລະນະສຸກ ແລະ ພະຍາດລະບາດ, ການເປີດແລວເດີນທາງອາຊຽນ, ຄັງແຮອຸປະກອນການແພດສໍາລັບເຫດສຸກເສີນດ້ານສາທາ ລະນະສຸກພາກພື້ນອາຊຽນ. ພ້ອມກັນນັ້ນ, ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເອະສານ ເປັນຕົ້ນແມ່ນ ຮ່າງຖະແຫຼງການ ບັນດາ ເສຣິ ເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ; ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ; ແລະ ຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍການຮ່ວມມືເສດຖະກິດສີຟ້າ, ແລະ ໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ພິຈາລະນາຮັບຮອງ ແລະ ຮັບຊາບ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນ, ຊຶ່ງກອງປະຊຸມ ກໍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດຂອງການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ປີ 2021. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືຂອງອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ, ໂດຍສະເພາະ ຄວາມພະຍາຍາມໃນການຮັບມື ແລະ ແກ້ໄຂຜົນກະ ທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໃນພາກພື້ນ.