ລັດວິສາຫະກິດການບີນລາວ ນໍາໃຊ້ມາດຕະການຢ່າງເຂັ້ມງວດໃນການປ້ອງ ກັນພະຍາດໂຄວິດ-19 ພາຍຫລັງລັດ ຖະບານອະນຸຍາດໃຫ້ເປີດສາຍການບີນເປັນປົກກະຕິ.
ທ່ານ ສະເຫລີມ ໄຕຍະລາດ ຮອງຜູ້ອໍານວຍການໃຫຍ່ລັດວິສາຫະກີດການບິນລາວ ໃຫ້ສໍາພາດວ່າ: ພາຍຫລັງລັດ ຖະບານມີມາດຕະການຜ່ອນຜັນໃນການປ້ອງ ກັນພະຍາດໂຄວິດ-19, ລັດວິສາ ຫະກິດການບິນລາວ ໄດ້ກັບມາເປີດບໍລິການຮັບໃຊ້ສັງຄົມເປັນປົກກະຕິ ບົນພື້ນຖານປະຕິບັດມາດຕະ ການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດທີ່ສຸດ ໂດຍເລີ່ມຈາກການກວດກາຜູ້ໂດຍສານທຸກຄົນ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບຕາມກໍານົດ, ການກວດວັດແທກອຸນຫະພູມ, ການຮັກສາໄລຍະຫ່າງຢູ່ເທີງເຮືອບີນ,ໃສ່ຜ້າອັດປາກ-ອັດດັງ. ນອກຈາກນີ້ ສໍາລັບພະນັກ ງານຈຸບີນ ແລະ ພະ ນັກງານຕ້ອນຮັບເທີງເຮຶອບີນໃຫ້ໃສ່ຊຸດປ້ອງກັນພະຍາດໂຄວິດ-19 ທຸກຄົນ, ພ້ອມທັງ ມີການສີດ ພົ່ນນໍ້າຢາຂ້າເຊື້ອທຸກຄັ້ງເມື່ອເຮືອບິນລົງຈອດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດໂຄວິດ-19 ຢູ່ ພາຍ ໃນເຮືອບີນ.
ທ່ານ ສະເຫລີມ ໄຕຍະລາດ ໃຫ້ຮູ້ຕື່ມວ່າ: ປັດຈຸບັນລັດວິສາຫະກິດການບິນລາວ ໄດ້ເປີດສາຍການບີນພາຍໃນປະເທດເປັນປົກກະຕິແລ້ວ ໂດຍໄດ້ບີນພາຍໃນ 6 ແຂວງທົ່ວປະເທດ, ໃນນີ້ ຖ້ຽວບີນວຽງຈັນ-ອຸດົມໄຊ-ວຽງຈັນ ມີ 4 ຖ້ຽວ ແລະ ວຽງ ຈັນ-ປາກເຊ-ວງຽງຈັນ 4 ຖ້ຽວຕໍ່ອາທິດ, ວຽງຈັນ-ຫລວງພະບາງ-ວຽງຈັນ ມີ 9 ຖ້ຽວ, ວຽງຈັນ-ສະຫວັນນະເຂດ-ວຽງຈັນ 2 ຖ້ຽວ, ວຽງຈັນ-ຫລວງນໍ້າທາ-ວຽງຈັນ 7 ຖ້ຽວ ແລະ ຖ້ຽວບີນວຽງຈັນ-ຊຽງຂວາງ-ວຽງ ຈັນ 2 ຖ້ຽວຕໍ່ອາທິດ.
ນອກນນີ້ ຍັງມີຖ້ຽວບີນໄປຕ່າງປະເທດຈໍານວນຫນື່ງ ຄື: ວຽງຈັນ-ຄຸນຫມີງ-ວຽງຈັນ ອາທິດລະ 2 ຖ້ຽວ ແລະ ວຽງຈັນ-ອີນຊອນ-ວຽງຈັນ ເດືອນລະ 4 ຖ້ຽວ ໂດຍໄດ້ປະ ຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມຫລັກ ການຂອງສາກົນທຸກຢ່າງ ແລະ ເຂັ້ມງວດທີ່ສຸດ. ສ່ວນຄ່າປີ້ໂດຍສານເຮືອບີນທັງພາຍໃນ ແລະ ຕ່າງປະ ເທດ ໃນໄລ ຍະນີ້ ມີການປັບຂື້ນເລັກນ້ອຍຈາກລາຄາປົກກະຕິ ເນື່ອງຈາກມາດຕະການປ້ອງກັນພະຍາດໂຄວິດ-19 ເຮັດໃຫ້ລັດວິສາຫະກິດ ການບິນລາວ ຕ້ອງໄດ້ໃຊ້ຈ່າຍຄ່າອຸປະກອນຕ່າງໆ ເພື່ອປ້ອງກັນພະຍາດດັ່ງກ່າວເພີ່ມຂຶ້ນ. ຢ່າງໃດກໍ ຕາມ ນັບແຕ່ເລີ່ມເປີດບໍລິການຄືນໃໝ່ພາຍຫລັງລັດຖະ ບານມີມາດຕະການຜ່ອນຜັນມານີ້ ເຫັນວ່າຜູ້ໂດຍສານທີ່ໄປໃຊ້ການບໍລິການຂອງການບິນລາວມີທ່າອ່ຽງດີຂຶ້ນ.
Cr: ເດດອາລຸນ ແກ້ວວິໄລ


