ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈໍາວັນເສົາ ວັນທີ 13 ມີນາ ປີ 2021 ໃຫ້ຮູ້ວ່າ: ວັນທີ 12 ມີນາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2,391 ຄົນ:
– ໃນນັ້ນຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,803 ຄົນ;
– ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 34 ຄົນ;
– ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 375 ຄົນ;
– ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 179 ຄົນ;
- ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
o ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
o ໄດ້ເກັບຕົວຢ່າງທຸກໆຄົນມາກວດຊອກຫາຜູ້ຕິດເຊື້ອ COVID-19;
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3,750 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ຊອກຫາຜູ້ຕິດເຊື້ອ COVID-19. ນັບແຕ່ ວັນທີ່ 3 ມີນາ 2021 ເປັນຕົ້ນມາ ສປປ ລາວ ໄດ້ເລີ່ມນຳໃຊ້ເຄື່ອງຕິດຕາມການແພດ(ໂມງ) ໂດຍເລີ່ມຕົ້ນນຳໃຊ້ໃນຜູ້ທີ່ເດີນທາງເຂົ້າມ ສປປລາວທາງສະໜາມບິນວັດໄຕສາກົນ ທຸກຄົນຕ້ອງໄດ້ໃສ່ໂມງຕິດຕາມໃນໄລຍະຈຳກັດບໍລິເວນ 14 ວັນ, ຮອດປັດຈຸບັນໄດ້ນຳໃຊ້ໂມງຕິດຕາມທັງໝົດ 636 ຄົນ.
ໃນວັນທີ 12 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 466 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ, ລາຍລະອຽດດັ່ງນີ້: ຜູ້ຕິດເຊື້ອນ້ຳເບີ 49 ເປັນເພດຊາຍ,ອາຍຸ 53 ປີ, ສັນຊາດ: ອິນໂດເນເຊຍ, ເຮັດວຽກຢູ່ບໍລິສັດແຫ່ງໜຶ່ງຢູ່ຕ່າງແຂວງ; ຜູ້ກ່ຽວຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ.
ປະຫວັດຂອງຜູ້ກ່ຽວ
ຜູ້ກ່ຽວແຂງແຮງດີ, ບໍ່ມີອາການສະແດງຫຍັງ ແລະ ໄດ້ກວດຊອກຫາໂຄວິດ-19 ຢຸ່ປະເທດອິນໂດເນເຊຍ ກ່ອນເດີນທາງເຂົ້າມາ ສປປ ລາວ ຜົນກວດແມ່ນບໍ່ພົບເຊື້ອ.
ໃນວັນທີ 10 ມີນາ 2021 ໄດ້ເດີນທາງຈາກປະເທດອິນໂດເນເຊຍ ຫາ ປະເທດມາເລເຊຍ ແລະ ເດີນທາງມາຮອດ ສປປ ລາວ ໃນວັນທີ 11 ມີນາ 2021 ດ້ວຍຖ້ຽວບິນ AK7554 ພ້ອມທັງ ໄດ້ເກັບຕົວຢ່າງຜູ້ກ່ຽວກວດຊອກຫາເຊື້ອໂຄວິດ-19. ໃນວັນທີ 12 ມີນາ 2021 ຜົນກວດວິເຄາະ ຢັ້ງຢືນວ່າ ພົບເຊື້ອ COVID-19 ຈຶ່ງໄດ້ນຳສົ່ງຜູ້ກ່ຽວ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້; ນອກຈາກນີ້ຍັງໄດ້ຕິດຕາມ ຜູ້ສຳຜັດ ໃກ້ຊິດທັງໝົດ 25 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະ, ເຫັນວ່າ ຜົນກວດທັງໝົດ ແມ່ນບໍ່ພົບເຊື້ອ, ພ້ອມດຽວກັນ, ຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົບຄົບ 14 ວັນ.
ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດ ປະຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 121,483 ຕົວຢ່າງ, ກວດພົບເຊື້ອສະສົມ 48 ຄົນ.
ມາຮອດປະຈຸບັນ ຜູ້ຕິດເຊື້ອພະຍາດ COVID-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍຈຳນວນ 07 ຄົນ (ນະຄອນຫຼວງ 4 ຄົນ, ຈຳປາສັກ 2 ຄົນ ແລະ ສະຫວັນນະເຂດ 1 ຄົນ), ທັງ 7 ຄົນ ທີ່ຕິດຕາມປິ່ນປົວ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.