ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ສຳເລັດການຝຶກອົບຮົມ ມອບໃບຢັ້ງຢືນຫຼັກສູດ Non Degree ຮຸ່ນທີ II ຫົວຂໍ້: “Introduction Data Science” ຊຶ່ງໄດ້ຈັດພິທີປິດການຝຶກອົບຮົມດັ່ງກ່າວ ໃນວັນທີ 27 ກັນຍານີ້ທີ່ຫ້ອງປະຊຸມໃຫຍ່ໃນສຳນັກງານໃຫຍ່ຂອງບໍລິສັດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານເລຂາຄະ ນະພັກຮາກຖານ ລາວໂທລະຄົມ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ, ມີທ່ານຜູ້ຊ່ວຍສາດສະດາຈານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍ ຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລ ຂອນແກ່ນ ພ້ອມດ້ວຍ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີປິດ ຝຶກອົບຮົມທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ສຸພົນ ຈັນທະວີໄຊ ໄດ້ກ່າວໃຫ້ເຫັນເຖິງຄວາມສຳຄັນການພັດທະນາບຸກຄະລາກອນ ໄລຍະຜ່ານມາຈົນເຖິງອະນາຄົດ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງກອນຂອງ ລາວໂທລະຄົມ ແລະ ລວມເຖິງຄູ່ຮ່ວມທຸລະກິດ ຜ່ານການສົມທົບຄວາມຮ່ວມມືກັບມະຫາວິທະຍາໄລຂອນແກ່ນ ໂດຍການຄັດເລືອກເອົາຫຼັກສູດສຳຄັນ ທີ່ເໝາະສົມກັບສະພາບຕົວຈິງ ແລະ ໃນປັດຈຸ ບັນ ລາວໂທລະຄົມ ກໍຈັດຕັ້ງແຜນນະໂນບາຍການຫັນເປັນ ດີຈີຕອນ.
ການຝຶກອົບຮົມໄດ້ເລີ່ມດຳເນີນແຕ່ວັນທີ 19-27 ກັນຍາ 2023, ໂດຍມີສຳມະນາກອນເຂົ້າຮ່ວມທັງໝົດ 34 ທ່ານ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະ ຊວງການເງິນ, ອົງການປະກັນສັງຄົມແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດ ແລະ ລາວໂທລະຄົມ, ການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບຄວາມຮ່ວມມືຈາກທາງຄະນະວິສະວະກຳສາດ ມະຫາວິທະຍາໄລຂອນແກ່ນ (ປະ ເທດໄທ) ທີ່ສົ່ງ ຄະນະອາຈານ ທີ່ມີຄວາມຮູ້ ຄວາມສາມາດ ແລະ ຄວາມຊ່ຽວຊານ ທາງດ້ານວຽກງານ Data Science ມາເປັນວິທະຍາກອນໃຫ້ໃນຄັ້ງນີ້ດ້ວຍ ແລະ ໃຫ້ກຽດຂຶ້ນມອບໃບຢັ້ງຢືນໃຫ້ສຳມະນາກອນໂດຍ ທ່ານ ພານຸພົງ ວັນຈັນທຶກ ຜູ້ຊ່ວຍຄະນະບໍດີ ຄະນະວິສະວະກຳສາດ ມະຫາວິທະຍາໄລ ຂອນແກ່ນ.
ໃນໂອກາດນີ້, ທ່ານ ອາລຸນນະເດດ ບານຈິດ ຄະນະປະຈຳພັກຮາກຖານຮອງຜູ້ອຳນວຍການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຂຶ້ນກ່າວປິດພິທີ, ການຝຶກອົບຮົມໃນຄັ້ງນີ້ ກໍເປັນອີກຫົວຂໍ້ໜຶ່ງ ທີ່ມີຄວາມໝາຍ ຄວາມສໍາຄັນຫຼາຍ ໃນການຮຽນຮູ້ ແລະ ຕໍ່ຍອດ ເພື່ອການພັດທະນາຄວາມຮູ້ ຄວາມສາມາດ ຂອງບັນດາທ່ານ ເພື່ອເປັນແນວທາງກ້າວໄປສູ່ ການເປັນຜູ້ຊໍານານການ ຫຼື ຊ່ຽວຊານທາງດ້ານວຽກງານຂອງຕົນຮັບຜິດຊອບ, ວຽກງານ Data Science ຖືເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ເພາະວ່າເປັນການນຳເອົາຂໍ້ມູນໄປປະກອບເຂົ້າໃນການວາງແຜນຍຸດ ທະສາດ, ການວິໄຈ ແລະ ທີ່ສຳຄັນແມ່ນໃຊ້ປະກອບສ່ວນເຂົ້າໃນການຕັດສິນໃຈ ໃນການປະຕິບັດວຽກໃຫ້ຖືກເປົ້າໝາຍ ແລະ ງ່າຍຂຶ້ນ, ນອກຈາກນັ້ນ ຍັງເປັນການເສີມສ້າງສາຍສຳພັນກັບບັນດາຄູ່ຮ່ວມທຸລະກິດ ຂອງ ລລທ ໂດຍຜ່ານການພັດທະນາທັກສະ ຄວາມຮູ້-ຄວາມສາມາດໃນດ້ານ Data Science ຂອງພະນັກງານຮ່ວມກັນ.
ພິທີປິດງານດັ່ງກ່າວ,ຄະນະຜູ້ບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທຸກທ່ານ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາທ່າສໍາມະນາກອນທຸກທ່ານ ທີ່ສາມາດຜ່ານການຝຶກອົບຮົມໃນຫຼັກສູດດັ່ງກ່າວ ແລະ ພ້ອມທີ່ຈະນຳເອົາຄວາມຮູ້ ເພື່ອພັດ ທະນາ ແລະ ເພີ່ມທັກສະໃຫ້ຕົນເອງ, ເພື່ອທັນກັບສະພາບການ ແລະ ຍຸກສະໄໝທີ່ມີການປ່ຽນແປງຕະຫຼອດເວລາ.


