ວັນທີ 18 ມີນາ 2021 ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເຊັນບົດບັນ ທຶກຄວາມເຂົ້າໃຈ (MOU) ການຮ່ວມມືກັນລະຫວ່າງ ບໍລິ ສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ສູນບໍລິ ຫານລັດດ້ວຍເອເລັກໂຕຣນິກ (ສລອ) ກະຊວງໄປຊະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທັນສະໄຫມ ກົມມະສິດ ລັດຖະມົນຕີ ກະຊວງໄປຊະນີ ໂທລະຄົມມະນາຄົມ ແລະ ການສື່ສານ.
ຮ່ວມລົງນາມໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະ ຫາຊົນ ແລະທ່ານ ທະວີສັກ ມະໂນທັມ ຫົວຫນ້າສູນບໍລິ ຫານລັດດ້ວຍເອເລັກໂຕຣນິກ.
ຈຸດປະສົງການເຊັນ MOU ໃນຄັ້ງນີ້ ເພື່ອຕົກລົງຮ່ວມມືກັນຈັດງານແຂ່ງຂັນ Makerthon Lao ແລະ ຮ່ວມມືພັດ ທະນາລະບົບບໍລິຫານ ແລະ ບໍລິການລັດແບບ Digital ເຊີ່ງແມ່ນ ລາວໂທລະຄົມ ຈະເປັນແມ່ງານໃນການຈັດງານ, ທັ້ງນີ້ ການຮ່ວມມືໃນການຈັດງານ Makerthon Lao ແມ່ນເພື່ອກ້າວໄປສູ່ການເຂົ້າຮ່ວມການແຂ່ງຂັນໃນລະດັບອາຊຽນ. ຄໍາວ່າ: Makerthon ເປັນການນໍາເອົາສອງຄໍາມາລວມກັນ ຄື: Maker ແລະ Marathon. ງານ Makerthon ຄື: ງານແຂ່ງຂັນທີ່ເປີດໂອກາດໃຫ້ນັກປະດິດສາຍໄອທີໃນປະເທດລາວໄດ້ມີພື້ນທີ່ສະແດງຄວາມຄິດສ້າງສັນໃນການຄິດຄົ້ນ ແລະ ພັດທະນາວັດທະນານະວັດຕະກໍາໃຫມ່ໆ ອອກມາຮັບໃຊ້ສັງຄົມ ເປັນຕົ້ນ: ການນໍາໃຊ້ເຕັກໂນໂລຊີ Lot ແລະ Bog Data ເພື່ອພັດທະນານໍາໃຊ້ໃນວຽກງານດ້ານການສຶກສາ, ດ້ານກະສິກໍາ ແລະ ອື່ນໆ ໂດຍຫົວໃຈຫລັກຂອງງານຄືການຮຽນຮູ້ຫລາຍກວ່າຜົນຂອງການແຂ່ງຂັນ.


