ວັນທີ 24 ເມສາ 2021 ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ຄຳພົ້້ວ ສຸດທິສົມບັດ ຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ທ່ານ ດຣ. ພອນປະເສີດ ອຸນາຜົນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ:
ຢູ່ ສປປລາວ ຮອດປະຈຸບັນມີຜູ້ຕິເຊື້ອທັງໝົດ 247 (88ໃໝ່) ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 198 ຄົນ ຕາມລາຍລະອຽດດັ່ງນີ້
– ຢູ່ນະຄອນຫຼວງວຽງຈັນ 179 ຄົນ (ໃໝ່ 84)
– ແຂວງຈຳປາສັກ 7 ຄົນ (ໃໝ່ 2)
– ແຂວງບໍ່ແກ້ວ 5 ຄົນ (ໃໝ່ 2)
– ແຂວງສະຫວັນນະເຂດ 3 ຄົນ
– ແຂວງວຽງຈັນ 1
– ແຂວງສາລະວັນ 1 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງບໍລິຄຳໄຊ 1 ຄົນ
• ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ
• ວັນທີ 23 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 3,202 ຄົນ:
– ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,866 ຄົນ;
– ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 47 ຄົນ;
– ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1,133 ຄົນ;
– ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
– ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
– ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19;
– ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.
2. ການຕິດຕາມການຈຳກັດບໍລິເວນ
• ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 48 ສູນ, ມີຜູ້ຈຳກັດບໍລິເວນທັງ
• ໝົດ 3,661 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
3. ການເກັບຕົວຢ່າງຊອກຫາເຊື້ອ COVID-19
• ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,012 ຄົນ;
• ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 88 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 84 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ.
• ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 153,075 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 247 ຄົນ.
• ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 88 ຄົນ ແມ່ນມີດັ່ງຕໍ່ໄປນີ້:
 ກໍລະນີຢັ້ງຢືນທີ 160 – 162
 ກໍລະນີຢັ້ງຢືນທີ 163:
– ເພດຍິງ, ອາຍຸ 32, ສັນຊາດ: ລາວ, ອາຊີບ ຫວ່າງງານ, ປະຈຸບັນຢູ່ບ້ານຫ້ວຍຊາຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
– ສຳຜັດກັບໝູ່ ຂອງກໍລະນີທີ 090 ທີ່ແຂວງບໍ່ແກ້ວ ວັນທີ 22 ເມສາ 2021
– ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ
– ວັນທີ 13 ເມສາ 2021: ຜູ້ກ່ຽວ ໄປການຕາມປົກກະຕິ ແລະ ຕອນແລງ ໄປກິນເຂົ້າຢູ່ເຮືອນປ້າ (ບ້ານຂອນແກນ)
– ວັນທີ 14 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າ ຢູ່ເຮືອນອາວ (ບ້ານໜອງຊາຍ) ຕອນແລງກໍ່ກັບບ້ານ
– ວັນທີ 15 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນອ້າຍ (ບ້ານປາກຮາບໃຕ້) ແລະ ຕອນແລງ ໄປຫຼີນເຮືອນໝູ່ (ບ້ານຫ້ວຍຊາຍໃຕ້)
– ວັນທີ 17 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນເຮືອນ (ບ້ານໃໝ່ພູຄາ) ກໍ່ກັບເຮືອນ
– ວັນທີ 18 ເມສາ 2021: ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອຄົນຫ້ອງການເມຍ (ບ້ານຂອນແກ້ວ), ຕອນແລງໄປຫຼີ້ນເຮືອນໝູ່ (ບ້ານປາກຮາວເໜຶອ) ກັບໄປກິນເຂົ້າເຮືອນນ້າ (ບ້ານຫ້ວຍຊາຍ)
– ວັນທີ 19 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການຕອນແລງ ຢູ່ຕົ້ນເຜີ້ງ ກັບໝູ່ ແລ້ວໄປກິນເຂົ້າຊອຍ ຢູ່ຕະຫລາດສີເມືອງງາມ (ຮ້ານໜ້າຕະຫລາດ) ແລ້ວກັບມາຫ້ວຍຊາຍ ພາກັນໄປກິນເຂົ້າ ຢູ່ກາງເມືອງ (ຮ້ານແປະທາງລົງວັດຈອມເຂົາ) ແລ້ວກັບບ້ານ
– ວັນທີ 20 ເມສາ 2021: ຜູ້ກ່ຽວ ໄດ້ໄປຫ້ອງການປະຊຸມ ຢູ່ຊັ້ນ 3 ເລີກແລ້ວ ກັບໝູ່ 02 ຄົນ ໄປກິນເຂົ້າມັນໄກ່ (ບ້ານຫ້ວຍຊາຍເໜຶອ) ແລ້ວ ແວະ ໄປຊື້ນໍ້າອ້ອຍຢູ່ຂ້າງກອງບັນຊາການ ປກສ ແຂວງ ແລ້ວກັບໄປຫ້ອງການ
– ວັນທີ 22 ເມສາ 2021: ຜູ້ກ່ຽວ ໄດ້ໄປກວດສຸກຂະພາບຢູ່ພະແນກສາທາລະນະສຸກແຂວງ ແລ້ວກັກໂຕ ຢູ່ເຮືອນ
– ວັນທີ 23 ເມສາ 2021: ຜູ້ກ່ຽວ ກໍ່ໄດ້ກັກໂຕຢູ່ເຮືອນ
• ປະຈຸບັນນີ້ຄົນເຈັບ, ນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວ ຢູ່ໂຮງໝໍບໍ່ແກ້ວ
 ກໍລະນີຢັ້ງຢືນທີ 164:
– ເພດຍິງ, ອາຍຸ 20, ສັນຊາດ: ລາວ, ອາຊີບ ຫວ່າງງານ
– ບ້ານຢູ່ປະຈຸບັນຜູ້ກ່ຽວ ໄດ້ພັກກັບໝູ່ ຢູ່ອາພັດເມັນສຸວິສາ ຂື້ນກັບເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,
– ມາຈາກບ້ານຜາສັງ, ເມືອງເຟືອງ, ແຂວງວຽງຈັນ (ຜູ້ກ່ຽວ ບໍ່ໄດ້ກັບບ້ານ)
– ມີອາການສະແດງອອກ ໄຂ້, ໄອ, ເຈັບຄໍ ແລະ ເມື່ອຍ
– ວັນທີ 10 ເມສາ 2021: ຜູ້ກ່ຽວໄດ້ໄປຫຼີ້ນ ຢູ່ What Club ແລ້ວກັບມານອນຢູ່ບ້ານພັກນິວມູນ
– ວັນທີ 11 ເມສາ 2021: ຜູ້ກ່ຽວໄດ້ໄປ Diamond Karaoke ຕັ້ງຢູ່ບ້ານນາໄຊ, ເມືອງໄຊເສດຖາ
– ວັນທີ 13 ເມສາ 2021: ມີໝູ່ (ເພດຍິງ) ໄດ້ຂີ່ຍົນຈາກສະໜາມບິນວັດໄຕ ນະຄອນຫລວງວຽງຈັນ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ໂດຍຖ້ຽວບິນການບິນລາວ) ແລະ ຫຼັງຈາກນັ້ນ ໄດ້ຂື້ນລົດຕູ່ ໄປແຂວງບໍ່ແກ້ວ
– ເວລາ 16:00 ໂມງ: ຂີ່ລົດຕູ້ຂອງການບິນສະກາຍເວ ໄປແຂວງບໍ່ແກ້ວ ມີ 04 ຄົນລວມທັງຜູ້ກ່ຽວ (ພ/ງຂັບລົດ ແລະ ອີກ 02 ຄົນ ເປັນລາວ ແຕ່ບໍ່ຮູ້ຈັກຄົນ) ແລະ ບໍ່ໄດ້ໃສ່ຜ້າອັດປາກອັດດັງ; ຫຼັງຈາກນັ້ນ ຜູ້ກ່ຽວ ໄດໄປພັກຢູ່ຫ້ອງແຖວກັບກໍລະນີ 090 ຢູ່ແຂວງບໍ່ແກ້ວ
– ວັນທີ 14 ເມສາ 2021: ຜູ້ກ່ຽວມີອາການໄອ, ເຈັບຄໍ ແລະ ເມື່ອຍ ແລະ ພັກຢູ່ຫ້ອງແຖວ ກັບຄົນເຈັບຕິດເຊື້ອກໍລະນີທີ່ 090 ທີ່ແຂວງບໍ່ແກ້ວ
– ວັນທີ 16 ເມສາ 2021: ຜູ້ກ່ຽວມີອາການໄຂ້ ແລ້ວກິນຢາ paracetamol ມີຢາຢູ່ຫ້ອງແຖວ ແລະ ບໍ່ໄດ້ໄປຊື້ຢາກິນເອງ
– ວັນທີ 18 ເມສາ 2021: ຜູ້ກ່ຽວມີອາການດິຂື້ນ ແລະ ໄປຮ່ວມສູ່ຂ້ວນ ຢູ່ບ້ານວຽງໃໝ່ ແຂວງບໍ່ແກ້ວ ກັບກໍລະນີທີ່ 090
– ວັນທີ 20 ເມສາ 2021: ຜູ້ກ່ຽວ ໄດ້ໄປຫຼີ້້ນກັບໝູ່ ພ້ອມທັງກໍລະນີຕິດເຊື້ອທີ່ 090 ຢູ່ບ້ານໝຸ່ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ
– ວັນທີ 21 ເມສາ 2021: ເວລາ 07: 30ໂມງ: ຂື້ນລົດຕູ້ຂອງສາຍການບິນສະກາຍເວ ຈາກແຂວງບໍ່ແກ້ວ ຫາແຂວງຫລວງພະບາງ
– ເວລາ 16:00 ໂມງ: ຜູ້ກ່ຽວ ໄດ້ຂື້ນຍົນ ຢູ່ສະໜາມບິນແຂວງຫລວງນໍ້າທາ ຫາສະໜາມນະຄອນຫລວງວຽງຈັນ ແລ້ວມາພັກກັບໝູ່ ຢູ່ແຖວທາດຫລວງ ອາພາດເມັນສຸວິສາ ເມືອງໄຊເສດຖາ ແລ້ວຂີ່ລົດຕັກຊີ ໄປດັດແກ້ແຂ້ວ ຢູ່ຄຼີນິກດົງໂດກໃຊ້ເວລາ 10 ນາທີ.
– ວັນທີ 21-22 ເມສາ 2021: ຜູ້ກ່ຽວ ໄດ້ກັກໂຕ ຢູ່ ສູນຫຼັກ 27, ເມືອງໄຊທານີ, ນະຄອນຫລວງວຽງຈັນ
 ກໍລະນີຢັ້ງຢືນທີ 165:
– ເພດ: ຊາຍ, ອາຍຸ: 35 ປີ , ອາຊີບ: ພະນັກງານຢູ່ກະຊວງປ້ອງກັນປະເທດ
– ບ້ານຢູ່ປະຈຸບັນ: ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ, ແຂວງ ນະຄອນຫຼວງວຽງຈັນ
– ສໍາຜັດກັບກໍລະນີ 67 ວັນທີ 17/4/2021
– ວັນທີ 17 ເມສາ 2021: ຜູ້ກ່ຽວ ໄປກິນເຂົ້າບ້ານໝູ່ຢູ້ບ້ານໜອງສະໂນຄໍາ ຜູ້ຕິດເຊື້ອຈາກກໍລະນີ ຈີ່ມມີ (ສໍາຜັດ 59) ມີ 5 ຄົນ
– ວັນທີ 18 ເມສາ 2021: ໄປກິນປີໃໝ່ບ້ານສາຍນໍ້າເງິນ ມີປະມານ 20 ກວ່າຄົນ
– ວັນທີ 19 ເມສາ 2021: 9:00-10:30 ເຂົ້າປະຊຸມຄະນະ ມີຄົນຮ່ວມປະຊຸມ 7-8 ຄົນ
– 15:00-19:00 ໄປກິນເຂົ້ານໍາໝູ່ ຢູ່ອາພັດເມັນ (ມີໝູ່ 2 ຄົນ) ຢູ່ແຖວໂພນພະເນົາ
– ວັນທີ 20 ເມສາ 2021: ໄປວຽກປົກກະຕິ ມີພະນັກງານເຮັດວຽກໃນຫ້ອງດຽວກັນ 4 ຄົນ
– 12:00-12:45 ໄປກິນເຂົ້າຢູ່ວາກສຸກີ້ ໜ້າອຸດົມເລກ 9 ນໍາໝູ່ອີກ 2 ຄົນ
– ວັນທີ 21 ເມສາ 2021: ໄປຈຳກັດບໍລິເວນສູນຫຼັກ 27 ແລະ ເກົບຕົວຢ່າງກວດພົບເຊື້ອ
 ກໍລະນີຢັ້ງຢືນທີ 166:
– ເພດ: ຍິງ, ອາຍຸ: 30 ປີ , ອາຊີບ: ຄ້າຂາຍ (ເຊົ່າໂຕະຕັ່ງເຕັ້ນ)
– ບ້ານຢູ່ປະຈຸບັນ: ບ້ານ ຕາດທອງ, ເມືອງ ສີໂຄດຕະບອງ, ແຂວງ ນະຄອນຫຼວງວຽງຈັນ
– ສໍາຜັດກັບກໍລະນີ 67 ວັນທີ 17/4/2021
– ອາການ: ໄອ, ເປັນຫວັດ, ມີນໍ້າມູກຍ້ອຍ
– ວັນທີ 17 ເມສາ 2021: ຜູ້ກ່ຽວ ໄປກິນເຂົ້າຢູ່ເຮືອນໝູ່ຢູ່ໜອງສະໜອງຄໍາ ຜູ້ຕິດເຊື້ອຈາກກໍລະນີ ຈີ່ມມີ 67 (ສໍາຜັດກັບກໍລະນີ 59)
– ວັນທີ 18 ເມສາ 2021: ໄປກິນປີໃໝ່ບ້ານສາຍນໍ້າເງິນ ມີປະມານ 20 ກວ່າຄົນ (ໄປນໍາກັນ ກໍລະນີ 165), ຜູ້ກ່ຽວເລີ່ມມີເມື່ອຍ, ຮູ້ສຶກຄັນຄໍ
– ວັນທີ 19 ເມສາ 2021: ບໍ່ໄດ້ໄປໃສ, ຜູ້ຮູ້ສຶກບໍ່ສະບາຍ, ນໍ້າມູກຍ້ອຍ
– ວັນທີ 21 ເມສາ 2021: ໄປກັກໂຕຢູ່ສູນຫຼັກ 27 ແລະ
– ວັນທີ 21-23 ເມສາ 2021: ບໍ່ໄດ້ໄປໃສ ກັກຕົວຢູ່ບ້ານ
 ກໍລະນີຢັ້ງຢືນທີ 167 – 247
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ປະຈຸບັນ ສະພາບການລະບາດພາຍໃນປະເທດຂອງ ສປປ ລາວ ເຮົາທີ່ມີການລະບາດໃນຊູມຊົນໃນນະຄອນຫຼວງວຽງຈັນ ຍັງສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເປັນຈຳນວນຫຼາຍໃນແຕ່ລະວັນ ເຊິ່ງມີຜູ້ຕິດເຊື້ອສະສົມສູງກວ່າສອງຮ້ອຍກວ່າຄົນ;
• ບາງປະເທດໃນອາຊີຂອງພວກເຮົາ ກຳລັງພະເຊີນໜ້າກັບການຂາດແຄນເຄື່ອງອົກຊີເຈນ, ຈຳນວນຕຽງນອນກໍ່ບໍ່ພຽງພໍ, ຈຳນວນຄົນເສຍຊີວິດກໍ່ເພິ່ມຂຶ້ນເລື້ອຍໆ ຍ້ອນບໍ່ໄດ້ຮັບການປິ່ນປົວຢ່າງທັນການ ຫຼື ບໍ່ໄດ້ຮັບການປິ່ນປົວເລີຍ;
• ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ, ພວກເຮົາທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ຈົ່ງພ້ອມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຮັດເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອປ້ອງກັນຕົວທ່ານເອງ, ຄົນອ້ອມຂ້າງ ແລະ ສັງຄົມລາວ ໃຫ້ປອດໄພຈາກພະຍາດໂຄວິດ-19;
• ບົດຮຽນການຕິດເຊື້ອທີ່ຜ່ານມາ ສະແດງໃຫ້ເຮົາເຫັນວ່າ ການລັກລອບເຂົ້າເມືອງ ທີ່ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນກະທົບຢ່າງກວ້າງຂວາງ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ວົງຈອນເສດຖະກິດ-ສັງຄົມ;
• ສະນັ້ນ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;
• ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.
• ສຳລັບໃນນະຄອນຫຼວງວຽງຈັນຈະເພີ່ມຈຸດເກັບຕົວຢ່າງຢູ່ 4 ແຫ່ງ ແຕ່ລະແຫ່ງຈະເປີດໃຫ້ບໍລິການໃນຕອນເຊົ້າ 9:00-12:00ມ ຄື:
– ເດີນກິລາໃນຮົ່ມ ບືງຂະຫຍອງ, ເມືອງສີສັດຕະນາກ
– ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ
– ມສ ສີໂຄດ ເມືອງສີໂຄດຕະບອງ
– ໂຮງຮຽນ ມິດຕະພາບ ລາວ-ຫວຽດ ເມືອງ ໄຊເສດຖາ
Loading...