ໃນວັນທີ່ 17 ມິນາ 2022, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະ ອານາຈັກໄທ ໄດ້ມີພິທີລົງນາມໃນສັນຍາວ່າດ້ວຍ ການຮ່ວມດ້ານເຕັກນິກ ລະຫວ່າງ ສປປ. ລາວ ແລະ ສາທາລະນະລັດ ສະຫະພັນ ບຣາຊິນ ໂດຍມີເປົ້າໝາຍໃນການສົ່ງເສີມການຮ່ວມມືທາງດ້ານວິຊາການໃນຂະແໜງການທີ່ເປັນບູລິມະສິດຂອງສອງຝ່າຍ ເຊັ່ນ: ກະສິກໍາ, ລ້ຽງສັດ, ສາທາລະນະສຸກ, ການສຶກສາ, ການຫຼຸດຜ່ອນຄວາມທຸກຍາກ, ຄວາມໝັ້ນຄົງດ້ານອາຫານ, ການເປັນມືອາຊີບ ແລະ ຂະແໜງການອື່ນໆ ທີ່ມີຄວາມສົນໃຈ ເພື່ອການສົ່ງເສີມການພັດທະນາເສດ ຖະກິດ- ສັງຄົມ.
ລົງນາມໃນພິທີດັ່ງກ່າວ, ຕາງໜ້າໃຫ້ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແມ່ນທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ. ລາວ ປະຈຳຣາຊະອານາຈັກໄທ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ ແມ່ນທ່ານ ໂຈເຊ ໂບເຈດ ໂດດ ຊານໂຕດ ຈູເນຍ (José Borges dos Santos Júnior), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະ ນະລັດ ສະຫະພັນ ບຣາຊິນ ມີສຳນັກງານຕັ້ງຢູ່ບາງກອກ, ຣາຊະ ອານາຈັກໄທໄທ.
ຫລັງຈາກພິທີລົງນາມ, ທ່ານ ເອກອັກຄະລັດຖະທູດ ຂອງທັງສອງປະເທດ ໄດ້ສະແດງຄວາມປິຕິ ຍິນດີ ແລະ ເຊື່ອໝັ້ນວ່າ ສັນຍາວ່າດ້ວຍການຮ່ວມດ້ານເຕັກນິກ ຈະສ້າງເງື່ອນໄຂສະດວກໃຫ້ແກ່ການຮ່ວມມື ໃນຂະແໜງການຕ່າງໆ ໂດຍສະເພາະການສົ່ງເສີມການພັດທະນາເສດຖະ ກິດ-ສັງ ຄົມ ລະຫວ່າງ ສອງປະເທດ ໃຫ້ມີການຂະຫຍາຍຕົວເພີ່ມສູງຂື້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາ ຊົນສອງຊາດລາວ ແລະ ບຣາຊິນ ໃນຊຸມປີຕໍ່ໜ້າ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ສະຫະພັນ ບຣາຊິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ມິຖຸນາ 1995. ນັບແຕ່ການສ້າງຕັ້ງສາຍພົວພັນການທູດຮ່ວມກັນເປັນຕົ້ນມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ບຣາຊິນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍທັງສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນຫຼາຍລະດັບ. ການພົວພັນສອງຝ່າຍ ແມ່ນມີການພົວພັນຮ່ວມມືກັນຢ່າງປົກກະຕິນໍາກັນຕະຫຼອດມາ, ໂດຍສະເພາະໃນໂອກາດສໍາຄັນຕ່າງໆ, ການນໍາຂັ້ນສູງຂອງສອງປະເທດ ກໍ່ໄດ້ສົ່ງສານອວຍພອນເຊິ່ງກັນ ແລະ ກັນ.
ຜ່ານມາ, ລັດຖະບານບຣາຊິນ ເຄີຍໃຫ້ທຶນຝຶກອົບຮົມສໍາລັບນັກການທູດໜຸ່ມນ້ອຍ,ກິລາບານເຕະ ແລະ ຂໍ້ລິເລີ້ມໂຄງການຊົນລະ ປະທານແກ່ພາກສ່ວນກ່ຽວຂ້ອງຂອງ ສປປ ລາວ. ພ້ອມນີ້, ບຣາຊິນ ສະແດງຄວາມສົນໃຈ ການສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານການລ້ຽງງົວພັນຊີ້ນ ເພື່ອສົ່ງອອກຂາຍໃຫ້ແກ່ ສປ.ຈີນ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ
Loading...