ໃນວັນທີ 25 ເມສາ 2021 ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ:
ມາຮອດປະຈຸບັນ ສປປລາວ ມີຜູ້ຕິດເຊື້ອສະສົມ 323 ຄົນ (ໃໝ່ 76), ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 274 ຄົນ, ລາຍລະອຽດດັ່ງນີ້:
– ຢູ່ນະຄອນຫຼວງວຽງຈັນ 243 ຄົນ (ໃໝ່ 64)
– ແຂວງຈຳປາສັກ 7 ຄົນ
– ແຂວງສາລະວັນ 6 ຄົນ (ໃໝ່ 5)
– ແຂວງບໍ່ແກ້ວ 6 ຄົນ (ໃໝ່ 1)
– ແຂວງສະຫວັນນະເຂດ 5 ຄົນ (ໃໝ່ 2)
– ຫຼວງນ້ຳທາ 4 ຄົນ (ໃໝ່ 4)
– ແຂວງວຽງຈັນ 1
– ແຂວງຄຳມ່ວນ 1 ຄົນ
– ແຂວງບໍລິຄຳໄຊ 1 ຄົນ
- ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
- ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ
ວັນທີ 24 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 3,204 ຄົນ:
- ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,866 ຄົນ;
- ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 47 ຄົນ;
- ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1,133 ຄົນ;
- ຈຸດຜ່ານສະໜາມບິນສາກົນວັດໄຕ ທັງໝົດ 158 ຄົນ;
- ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
- ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
- ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19;
- ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.
- ການຕິດຕາມການຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 49 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,678 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
- 3. ການເກັບຕົວຢ່າງຊອກຫາເຊື້ອ COVID-19
- ໃນວັນທີ 24 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,115 ຄົນ;
- ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 76 ຄົນ, ໃນນັ້ນ ຈາກນະຄອນຫຼວງ 64 ຄົນ, ຫຼວງນໍ້າທາ 4 ຄົນ, ສາລະວັນ 5 ຄົນ, ສະຫວັນນະເຂດ 2 ຄົນ ແລະ ບໍ່ແກ້ວ 1 ຄົນ.
- ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 1 ແສນກວ່າ ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 323 ຄົນ.
- ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອ 76 ຄົນ (ກໍລະນີຢັ້ງຢືນທີ 248 – 323)
ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຈະນຳສະເໜີລາຍລະອຽດຕື່ມ, ຂໍຮຽນເຊີນ:
*ຂໍ້ແນະນໍາ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
- ການລະບາດຂອງພະຍາດໂຄວິດ-19 ຖືວ່າເປັນປັນຫາທາງດ້ານສາທາລະນະສຸກ ໃນທົ່ວໂລກ ລວມທັງ ສປປ ລາວຂອງພວກເຮົາ ທີ່ກວດຜູ້ຕິດເຊື້ອເພິ່ມທະວີຂຶ້ນຢ່າງເນື່ອງ;
- ຄະນະສະເພາະກິດ ກໍ່ຄື ກະຊວງສາທາລະນະສຸກ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ໄດ້ມີການຄົ້ນຄວ້າ ກະກຽມໂຮງໝໍພາກສະໜາມ ໃນແຕ່ລະຈຸດ ໂດຍສະເພາະຢູ່ໃນນະຄອນຫຼວງ ເພື່ອໃຫ້ບໍລິການ ແລະ ດູແລປິ່ນປົວ ຜູ້ຕິດເຊື້ອຢ່າງທົ່ວເຖິງໃຫ້ຫຼາຍຂຶ້ນ;
- ບັນຫາສຳຄັນ ແມ່ນ ພວກເຮົາໝົດທຸກຄົນ ຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ກໍ່ຄື ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄຳແນະນຳຂອງຂະແໜງການກ່ຽວຂ້ອງ ຄຽງຄູ່ກັນກັບ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກວິທີ ໂດຍ ການໃສ່ຜ້າປິດ-ດັງ ເມື່ອອອກຈາກບ້ານ, ລ້າງມືດ້ວຍສະບູ່ໃສ່ນ້ຳສະອາດ ຫຼື ເຈວລ້າງມືຂ້າເຊື້ອ ເລື້ອຍໆ, ເວັ້ນລະຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ, ຫຼີກລ້ຽງການໄປສະຖານທີ່ແອອັດ. ການປະຕິບັດ ທັງໝົດນີ້ ກໍ່ແມ່ນເພື່ອ ປ້ອງກັນຕົວທ່ານເອງ, ຄົນໃນຄອບຄົວຂອງທ່ານ ແລະ ສັງຄົມ ໃຫ້ປອດໄພຈາກເຊື້ອພະຍາດໂຄວິດ-19. ການມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ມີສ່ວນສຳຄັນຢ່າງຍິ່ງ ທີ່ຈະນຳພາປະເທດຂອງພວກເຮົາ ກ້າວຂ້າມຜ່ານວິກິດໃນຄັ້ງນີ້ໄດ້;
- ສະນັ້ນ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;
- ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.
- ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດ
ຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
- ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19;
- ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ ;
- ແລະ ສາມາດໂທສອບຖາມ ສາຍດ່ວນ 165 ແລະ 166.