ໂດຍຕອບສະໜອງຕາມຄໍາເຊີນ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພະນະທ່ານ ແອນຣິເກ ເອ. ມານາໂລ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຟີລິບປິນ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2, ໃນວັນທີ 03-05 ສິງຫາ 2023 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ຟີລິບປິນ.

ໃນວັນທີ 03 ສິງຫາ 2023, ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ແອນຣິເກ ເອ. ມານາໂລ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຟີລິບປິນ ແລະ ຄະນະ ໄດ້ຖືກຕ້ອນຮັບໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ຈາກນັ້ນ, ສອງລັດຖະມົນຕີຕ່າງປະເທດ ໄດ້ເປັນປະທານຮ່ວມ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ລາວ-ຟີລິບປິນ ຄັ້ງທີ 2, ເຊິ່ງສອງຝ່າຍໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 6 ປີຜ່ານມາ ພາຍຫຼັງກອງປະຊຸມ JCBC ລາວ-ຟີລິບປິນ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ປະເທດຟີລິບປິນ ໃນປີ 2017, ພ້ອມທັງໄດ້ຮ່ວມກັນກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ. ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆ ເປັນຕົ້ນ ດ້ານການເມືອງ, ດ້ານປ້ອງກັນຊາດ, ຄວາມໝັ້ນຄົງ, ດ້ານເສດຖະກິດ, ການຄ້າ-ການລົງທຶນ, ດ້ານພະລັງງານ, ເຕັກໂນໂລຊີ, ການສື່ສານ, ໂຍທາທິການ, ຂົນສົ່ງ, ດ້ານວັດທະນະທໍາ-ສັງຄົມ, ການພັດທະນາ, ການສຶກສາ, ກິລາ, ການທ່ອງທ່ຽວ, ແຮງງານ, ກະສິກໍາ ແລະ ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃນຕະຫຼອດໄລຍະ 68 ປີ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ, ເຊິ່ງໄດ້ຮັບການຮັດແຫນ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ຫຼ້າສຸດ ແມ່ນການພົບປະສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ. ຟີລິບປິນ ໃນໄລຍະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ ໃນເດືອນ ພຶດສະພາ 2023. ການຄ້າສອງຝ່າຍ ແມ່ນມີມູນຄ່າເພີ່ມຂຶ້ນ ພາຍຫຼັງການຢຸດເຊົາການລະບາດຂອງພະຍາດໂຄວິດ-19 ໂດຍບັນລຸຫຼາຍກວ່າ 10 ລ້ານໂດລາ ສະຫະລັດ ໃນປີ 2022 ແລະ ຫຼາຍກວ່າ 29 ລ້ານໂດລາ ສະຫະລັດ ໃນ 6 ເດືອນຕົ້ນປີ 2023. ການລົງທຶນຂອງຟີລິບປິນຢູ່ລາວ ຖືກຈັດຢູ່ໃນອັນດັບທີ 47 ຂອງການລົງທຶນຕ່າງປະເທດ ປະກອບມີ 4 ໂຄງການ ລວມມູນຄ່າ 325.439 ໂດລາ ສະຫະລັດ. ສໍາລັບ ແຜນການຮ່ວມມືໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດ; ສືບຕໍ່ສົ່ງເສີມການຄ້າ-ການລົງທຶນສອງຝ່າຍ ໂດຍການຊຸກຍູ້ນັກທຸລະກິດ ແລະ ນັກລົງທຶນຂອງສອງປະເທດ ເຂົ້າມາດໍາເນີນທຸລະກິດ ແລະ ລົງທຶນ ໃນຂົງເຂດທີ່ສອງຝ່າຍມີທ່າແຮງ ໃຫ້ຫຼາຍຂຶ້ນ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາບົດບັນທຶກຄວາມເຂົ້າໃຈ (MOU) ທີ່ສອງປະເທດໄດ້ລົງນາມຮ່ວມກັນ ແລະ ທັງຊຸກຍູ້ການລົງນາມ MOU ໃນຕໍ່ໜ້າ ໃນຂະແໜງການສຶກສາ, ການລົງທຶນ, ການປ້ອງກັນຊາດ, ການກະສິກໍາ ແລະ ອື່ນໆ, ພ້ອມທັງຈະສືບຕໍ່ຮັກສາການຮ່ວມມືທີ່ດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.


ໃນໂອກາດນີ້, ພະນະທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທໍາອິດຂອງ ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ແລະ ຄະນະ ນັບຕັ້ງແຕ່ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ, ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ; ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ຟີລິບປິນ ໃນຫຼາຍຂົງເຂດ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນມະນຸດ, ການພັດທະນາແມ່ຍິງ, ການຝຶກອົບຮົມພາສາອັງກິດ, ການສ້າງສູນບໍາບັດ ແລະ ຟື້ນຟູແຫ່ງຊາດລາວ, ໂຮງຮຽນ, ສະໜາມກິລາໃນຮົ່ມ ແລະ ອື່ນໆ; ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຄວາມຄືບໜ້າຂອງການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຈະມາເຖິງນີ້.


ໃນໂອກາດດຽວກັນ, ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແອນຣິເກ ເອ. ມານາໂລ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ກໍ່ຄື ການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກຝ່າຍລາວ ທີ່ມີຕໍ່ຝ່າຍຟີລິບປິນ ໃນໄລຍະຜ່ານມາ, ພ້ອມທັງຢືນຢັນຈະສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຟີລິບປິນ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.

ພາຍຫຼັງສໍາເລັດກອງປະຊຸມ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ແອນຣິເກ ເອ. ມານາໂລ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ຟີລິບປິນ ກໍ່ໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ຟີລິບປິນ ຄັ້ງທີ 2 ເພື່ອເປັນພື້ນຖານ ແລະ ທິດທາງໃນການເພີ່ມທະວີການຮ່ວມມືໃນອະນາຄົດ. ຕໍ່ຈາກນັ້ນ, ກໍ່ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຝ່າຍຟີລິບປິນ, ມອບໂດຍ ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ແລະ ຮັບໂດຍ ພະນະທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເຊິ່ງເຄື່ອງຊ່ວຍເຫຼືອດັ່ງກ່າວ ປະກອບດ້ວຍ ຄອມພິວເຕີແທັບເລັດ ຈໍານວນ 10 ໜ່ວຍ ເພື່ອປະກອບສ່ວນຊ່ວຍໃນການເປັນປະທານອາຊຽນ ປີ 2024 ຂອງລາວ.


ໃນຕອນແລງຂອງວັນດຽວກັນ, ພະນະທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ພັນລະຍາ ກໍ່ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ພະນະທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແອນຣິເກ ເອ. ມານາໂລ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
ຂ່າວ;ພາບ:ກົມການຂ່າວ, ກະຊວງການຕ່າງປະເທດ