ລັດຖະບານ ແຫ່ງ ສປປ ລາວ ແລະ ລັດ ຖະບານສະມາພັນທະລັດສະວິດ ໄດ້ລົງນາມຮ່ວມກັນໃນສັນຍາ ວ່າດ້ວຍການຮ່ວມມືດ້ານເຕັກນິກ, ວັດທະນະທຳ, ເສດຖະກິດ ແລະ ການເງິນ ແລະ ການຊ່ວຍເຫລືອດ້ານມະນຸດສະທຳ ລວມມູນຄ່າປະມານ 65 ລ້ານໂດລາສະຫະລັດ.
ພິທີເຊັນສັນຍາ ໄດ້ຈັດຂຶ້ນໃນວັນທີ 04 ສິງຫາ 2021 ທີ່ນະຄອນຫລວງວຽງຈັນ, ໃນໂອກາດທີ່ທ່ານ ອິກນາຊີໂອ ກາດສິດສ ຮອງປະທານາທິບໍດີ, ລັດຖະມົນຕີ ກະ ຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດສະວິດ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມທາງການ ຢູ່ ສປປ ລາວ ລະຫວ່າງວັນທີ 3-4 ສິງຫາ 2021.
ໃຫ້ກຽດຕາງໜ້າລັດຖະບານລາວ ລົງ ນາມໃນຄັ້ງນີ້, ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາ ຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງແຜນການ ແລະ ການລົງ ທຶນ ແລະ ຕາງໜ້າລັດຖະບານສະມາພັນທະລັດສະວິດ ລົງນາມໂດຍ ທ່ານ ອິກນາຊີໂອ ກາດສິດສ, ໂດຍມີພະນັກງານຈາກສອງຝ່າຍທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພິຍານ.
ສັນຍາວ່າດ້ວຍການຮ່ວມມືດ້ານເຕັກ ນິກ, ວັດທະນະທຳ, ເສດຖະກິດ ແລະ ການເງິນ ແລະ ການຊ່ວຍເຫລືອດ້ານມະນຸດສະທຳ ຈະເລີ່ມຈັດຕັ້ງປະຕິບັດໃນໄລຍະປີ 2022-2025, ເຊິ່ງເປັນການຊ່ວຍ ເຫລືອໃນຂອບໃໝ່ ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສະໄໝທີ 9.
ຂ່າວ: ສິງຄຳ
ພາບ: ເກດສະໜາ

