ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ສປປ ລາວ ໄດ້ປະຕິບັດມາດຕະການຫລຸດຜ່ອນການສົ່ງວັດຖຸດິບຫລາຍປະເພດອອກໄປຂາຍໃຫ້ ຕ່າງປະ ເທດ ເພື່ອສະໜອງວັດຖຸດິບຈໍານວນໜຶ່ງ ໃຫ້ຜູ້ຜະລິດພາຍ ໃນປະເທດ ແປຮູບເປັນຜະລິດຕະພັນ ສໍາເລັດຮູບ ຫລື ເຄິ່ງສໍາເລັດຮູບ ເພື່ອສ້າງມູນຄ່າເພີ່ມໃຫ້ສີນຄ້າ, ພັດທະນາຄຸນະພາບແຂ່ງຂັນໃນຕະຫລາດພາກພື້ນ ແລະ ໃນໂລກ.
ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດ ສາຫະກາ ແລະ ການຄ້າ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້, ພາຍຫລັງມີສະມາຊິກສະພາແຫ່ງຊາດ (ສສຊ) ສົນໃຈກ່ຽວກັບມາດຕະການສົ່ງເສີມການຜະລິດພາຍ ໃນຂອງລັດຖະບານ. ພ້ອມຢ້ຳວ່າ ຂະແໜງອຸດສາຫະກໍາ ແລະ ການຄ້າ ໄດ້ດໍາເນີນຫລາຍມາດຕະການ ເພື່ອຈໍາກັດ ແລະ ຫລຸດຜ່ອນ ການສົ່ງອອກວັດຖຸດິບໄປຂາຍໃຫ້ຕ່າງປະເທດ, ແລ້ວນໍາວັດຖຸດິບທີ່ມີສະໜອງໃຫ້ຜູ້ຜະລິດອຸດສາຫະກໍາປຸງແຕ່ງທີ່ມີທ່າແຮງພາຍໃນປະເທດ ເປັນ
ຕົ້ນ: ອຸດສາຫະກໍາປຸງແຕ່ງອາຫານ-ເຄື່ອງດື່ມ, ແຜ່ນແພ, ເຄື່ອງນຸ່ງຫົ່ມ-ເກີບ, ວັດສະດຸກໍ່ສ້າງ, ຜະລິດຕະພັນປຸງແຕ່ງຈາກກະສິກໍາ-ປ່າໄມ້, ປຸງແຕ່ງແຮ່ທາດ-ໂລຫະ ແລະ ເຄມີ, ໂຮງກັ່ນນໍ້າມັນ, ເຄື່ອງໃຊ້ໄຟຟ້າ ແລະ ອີເລັກໂຕຣນິກ, ພາ ຫະນະ-ກົນຈັກ ການຜະລິດ ແລະ ອຸດສາຫະກໍາສິ່ງພີມ ແລະ ຫຸ້ມຫໍ່ ເພື່ອໃຫ້ອຸດສະກໍາປຸງແຕ່ງສິນຄ້າເຫລົ່ານີ້ ເປັນຖານການຜະລິດທີ່ໝັ້ນຄົງ, ກາຍເປັນອຸດສະຫະກໍາປາຍ ແຫລມ ແລະ ຖານການຜະລິດທີ່ມີຄວາມຫລາກຫລາຍ, ປະກອບສ່ວນໃນໂຄງສ້າງເສດຖະກິດຂອງຊາດ ໄປຕາມທິດອຸດສາຫະກໍາສະອາດ, ເຂັ້ມແຂງ, ສີຂຽວ, ຍືນຍົງ ແລະ ນໍາໃຊ້ພະລັງງານຢ່າງມີປະສິດທິພາບ.
ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວຕື່ມວ່າ: ເພື່ອເຮັດໃຫ້ຂະແໜງອຸດສາຫະກໍາ ປຸງແຕ່ງເຕີບໃຫຍ່, ເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້, ລັດ ຖະບານ ໄດ້ສ້າງຫລາຍນະໂຍບາຍສົ່ງ ເສີມທີ່ເປັນອັນສະເພາະກ່ຽວກັບການສ້າງມູນຄ່າເພີ່ມໃຫ້ສີນຄ້າ ແລະ ສົ່ງເສີມອຸດສາຫະກໍາປຸງແຕ່ງ ພາຍໃນ ເປັນຕົ້ນ ແມ່ນນະ ໂຍບາຍ ແລະ ກົນໄກ ກ່ຽວກັບການຜະລິດ, ການນໍາເຂົ້າ ແລະ ການສົ່ງອອກ ທີ່ຕິດພັນກັບວຽກງານອຸດສາຫະກໍາປຸງແຕ່ງ ເພື່ອໃຫ້ການຜະລິດມີຄວາມຄ່ອງຕົວ ແລະ ສອດ ຄ່ອງກົມກຽວ. ນະໂຍບາຍສົ່ງເສີມຫົວໜ່ວຍການຜະລິດທີ່ມີທ່າແຮງ ເພື່ອອໍານວຍ ຫລື ສະໜັບສະໜູນ ດ້ານພາສີ-ອາ ກອນ ແລະ ການເຂົ້າຫາແຫລ່ງທຶນ ແລະ ສົ່ງເສີມການຕະ ຫລາດ ແລະ ເຂົ້າຫາຕະຫລາດພາຍໃນ, ພາກພື້ນ ແລະ ສາ ກົນ. ນະໂຍບາຍການກໍານົດມາດຕະການ ແລະ ລະບຽບການ ທາງດ້ານເຕັກນິກຕ່າງໆ ຕໍ່ສິນຄ້າອຸດສາຫະກໍາທີ່ນໍາເຂົ້າມາ ເພື່ອປົກປ້ອງຜູ້ຊົມໃຊ້ ແລະ ປົກປ້ອງ ອຸດສາຫະກໍາຜະລິດພາຍໃນ. ນະໂຍບາຍຊຸກຍູ້-ສົ່ງເສີມ ແລະ ປູກຈິດສໍານຶກໃນການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, ສົ່ງ ເສີມ ແລະ ພັດທະນາ ຫົວໜ່ວຍອຸດສາຫະກໍາ ທີ່ນໍາໃຊ້ວັດ ຖຸດິບ, ຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບພາຍໃນປະເທດ ແລະ ສ້າງມູນຄ່າເພີ່ມສູງ ລວມທັງ ສະ ໜັບສະໜູນການສະໜອງຜະລິດຕະພັນພາຍໃນ ໃຫ້ແກ່ບັນດາໂຮງງານທີ່ມີການຜະລິດພາຍໃນໃຫ້ຫລາຍຂຶ້ນ ດ້ວຍການກໍານົດບັນຊີລາຍການຜະລິດອຸດສາຫະກໍາ ທີ່ຜະລິດຢູ່ພາຍໃນ ເພື່ອສາມາດ ດຸ່ນດ່ຽງສິນຄ້ານໍາເຂົ້າ, ແນໃສ່ເພື່ອກໍານົດນະໂຍບາຍສົ່ງເສີມການຜະລິດພາຍໃນ ແລະ ຫລຸດຜ່ອນການ ນໍາເຂົ້າສິນຄ້າ.
ໃນບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານໃນ 9 ເດືອນຂອງປີ 2021 ນີ້ ເຫັນວ່າມູນຄ່າການສົ່ງອອກບັນລຸໄດ້ 5.611 ລ້ານໂດລາສະຫະລັດ. ສ່ວນການນໍາເຂົ້າ ບັນລຸໄດ້ 4.452 ລ້ານໂດລາສະຫະລັດ ເຫັນວ່າເກີນດຸນປະມານ 1.160 ລ້ານໂດລາສະຫະລັດ. ສໍາລັບການຜະລິດພາຍໃນທີ່ມີທ່າແຮງ ກໍແມ່ນຂະແໜງກະສິກໍາ, ໂດຍສະເພາະບັນດາພືດສິນຄ້າຕົ້ນຕໍ ທີ່ມີສັນຍາສົ່ງອອກຕະຫລາດທັງພາຍໃນ ແລະ ຕ່າງປະເທດ.
ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.