ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ, ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງການຮ່ວມມືໃຫ້ຄວາມຊ່ວຍເຫຼືອເຊິ່ງກັນແລະກັນ ໃນການສົ່ງເສີມການພັດທະນາຂົງເຂດວຽກງານການສຶກສາ ແລະ ກິລາ ເວົ້າລວມ, ເວົ້າສະເພາະແມ່ນການນຳສົ່ງນັກກິລາ ສປປ ລາວ ໄປຝຶກຊ້ອມເປັນເວລາ 3 ເດືອນ ເພື່ອກຽມຄວາມພ້ອມໃນການເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ ໃນກາງປີນີ້.

ເມື່ອລະຫວ່າງວັນທີ 8-10 ມັງກອນ 2022, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຕິດຕາມຄະນະຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ໂດຍປະຕິບັດຕາມຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ລັດຖະບານຫວຽດນາມ ກ່ຽວກັບຂົງເຂດການສຶກສາ ແລະ ກິລາ, ໃນໂອກາດດັ່ງກ່າວ ທ່ານລັດຖະມົນຕີ ກະຊວງ ສສກ ໄດ້ລົງນາມເອກະສານຮ່ວມມື ປີ 2022 ຈຳນວນ 3 ສະບັບ, ໃນນັ້ນລວມທັງຂໍ້ຕົກລົງໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດັ່ງນີ້.

1. ແຜນການຮ່ວມມືປະຈໍາປີ 2022 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ, ສສ ຫວຽດນາມ ເພື່ອ “ຍົກສູງຄຸນນະພາບ ແລະ ປະສິດທິຜົນຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2011-2030”;
2. ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຜັນຂະຫຍາຍໂຄງການກໍ່ສ້າງສູນຄົ້ນຄວ້າວິທະຍາສາດ ແລະ ຝຶກອົບຮົມ ທີ່ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ແລະ ມະຫາວິທະຍາໄລແຫ່ງຊາດ ສສ ຫວຽດນາມ;
3. ຂໍ້ຕົກລົງວ່າດ້ວຍການກໍ່ສ້າງໂຮງຮຽນສາມັນຊົນເຜົ່າ ແຂວງຄຳມ່ວນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ສປປ ລາວ ແລະ ຄະນະກຳມະການປະຊາຊົນແຂວງກວາງບິ່ງ;
4. ພ້ອມນີ້ຄະນະວິຊາການຂັ້ນສູງຂອງສອງຝ່າຍຍັງໄດ້ຍາດເວລາພົບປະ ໂດຍໄດ້ພົບປະກັບ ກະຊວງສຶກສາທິການ ແລະ ກໍ່ສ້າງ ສສ ຫວຽດນາມ ເພື່ອຂະຫຍາຍຂອບການຮ່ວມມືໃນວຽກງານສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃນຕໍ່ໜ້າໃຫ້ມີຄຸນນະພາບສູງ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ເພື່ອນຳສົ່ງນັກກິລາ ສປປ ລາວ ໄປຝຶກຊ້ອມ 3 ເດືອນ ກຽມແຂ່ງຂັນໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ໃນກາງປີ 2022.
5. ພ້ອມນີ້ກໍໄດ້ມີການສືບຕໍ່ປະສານກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງແຮງງານ, ຜູ້ເສຍອົງຄະ ແລະ ກິດຈະການສັງຄົມ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງໃນລາຍລະອຽດພາກສ່ວນວິທະຍາສາດ ຈະໄດ້ລົງເລິກຕື່ມກັບຝ່າຍຫວຽດນາມ ເພື່ອໃຫ້ໄດ້ບັນຈຸເນື້ອໃນການຮ່ວມມື ເຂົ້ົາໃນກອງປະຊຸມ ຄັ້ງທີ 45.
ໂດຍ: ສົງການ ພັນແພງດີ
ພາບ-ເນື້ອໃນຈາກ: ຫ້ອງການ ກະຊວງ ສສກ