ໃນການພົບປະຄັ້ງນີ້, ສະຫາຍເລຂາທິ ການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ໃນບັນ ຍາກາດທີ່ທັງສອງພັກຫາກໍສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ພວມອອກແຮງຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່, ຍຸດທະສາດ ແລະ ແຜນພັດ ທະນາເສດຖະກິດ – ສັງຄົມຂອງແຕ່ລະພັກ, ແຕ່ລະປະເທດຢ່າງເປັນຂະບວນຟົດຟື້ນ. ສອງຝ່າຍເປັນເອກະພາບຕີລາຄາວ່າ: ການພົວພັນຮ່ວມມີລະຫວ່າງສອງພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ອົງການ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ລົງທຶນ ສືບຕໍ່ມີການຂະຫຍາຍຕົວໃນທ່ວງທ່າທີ່ຕັ້ງໜ້າ; ການລົງທຶນຂອງຫວຽດນາມໃນ ສປປ ລາວ ໄດ້ເພີ່ມຂຶ້ນແຕ່ລະປີ, ການຄ້າສອງຝ່າຍໄດ້ຂະຫຍາຍຕົວຕໍ່ເນື່ອງ; ການພົວພັນດ້ານວຽກງານການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສຶກສາ-ກິລາ, ວັດທະນະທໍາ, ສາທາ ລະນະສຸກ, ຄົມມະນາຄົມ-ຂົນສົ່ງ, ວິທະ ຍາສາດ-ເຕັກນິກ, ກະສິກໍາກໍ່ລ້ວນແຕ່ມີການພັດທະນາຢ່າງຕັ້ງໜ້າ, ແທດຕົວຈິງ ແລະ ນັບມື້ນັບມີປະສິດທິຜົນຫຼາຍກວ່າເກົ່າ.
ການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ຍັງເປັນການຢັ້ງຢືນຄືນອີກເທື່ອໜຶ່ງເຖິງຄວາມມຸ່ງໝັ້ນ ແລະ ເຈດຕະນາລົມອັນສະເໝີຕົ້ນສະເໜີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ໃນການສືບຕໍ່ມູນເຊື້ອແຫ່ງການຜູກພັນອັນເລິກເຊິ່ງ, ໜັ້ກແໜ້ນ, ເຊື່ອອົກເຊື່ອໃຈກັນ, ບໍລິສັດຜຸດຜ່ອງຂອງຄວາມສໍາພັນ ທີ່ຫາຍາກຂອງສອງຊາດ ລາວ-ຫວຽດນາມ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ເປັນຜູ້ກໍ່ສ້າງ, ບໍາລຸງ ແລະ ຖະນຸຖະໜອມ ມານັ້ນໃຫ້ສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
ພາຍຫຼັງການພົບປະທາງການສອງຝ່າຍ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ເປັນສັກຂີພິຍານໃນການລົງນາມ ເອກະສານກ່ຽວກັບການຮ່ວມມືສອງຝ່າຍຄື: ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດ ນາມ ໄລຍະ 2021-2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021- 2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023; ບົດບັນທຶກວ່າດ້ວຍແຜນ ການຮ່ວມມື ວັດທະນະທໍາ, ສິນລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວລາວ ກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025; ບົດບັນທຶກວ່າດ້ວຍແຜນ ການຮ່ວມມືໃນຂົງເຂດຂ່າວສານ ລະ ຫວ່າງກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວລາວ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດ ນາມ ແລະ ສັນຍາການຮ່ວມມືທາງດ້ານເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນານຈຳນວນໜຶ່ງ.
Loading...