ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ລາວ – ອົດສະຕຣາລີ ສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ ຂອງ ​​ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ​ທ່ານ ນາງ ມາ​ຣີສ ​ເພນ (Marise Payne), ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ລັດ​ຖະມົນຕີຮັບ​ຜິດ​ຊອບ​ວຽກງານ​ແມ່​ຍິງ ​ແຫ່ງ ອົດ​ສະຕຣາລີ ພ້ອມດ້ວຍ​​ຄະນະ ໄດ້​ເດີນທາງມາ​ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ກຸມພາ 2022, ຊຶ່ງຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ  ທັງເປັນການສະເຫຼີມສະຫຼອງ ວັນແຫ່ງການສ້າງຕັ້ງ ສາຍພົວພັນການທູດ ອັນ​ຍາວ​ນານ ​ແລະ ຕໍ່​ເນື່ອງ ລະຫວ່າງ ສອງປະ​ເທດ ຄົບຮອບ 70 ປີ.

​ໃນ​ໂອ​ກາດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ ນາງ ມາຣີສ ​ເພນ ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ຊຶ່ງ​ທັງ​ສອງ​ຝ່າຍ ​ໄດ້​ຕີ​ລາຄາ​ສູງ ຕໍ່​ການ​ສາຍ​ພົວພັນ​ອັນ​ດີງາມ ​ແລະ ຕໍ່​ເນື່ອງ​ຂອງ​ສອງ​ຊາດ ຕະຫຼອດ 70 ປີ​ ທີ່​ຜ່ານມາ. ພ້ອມ​ກັນນີ້, ​ໄດ້​ມີ​ການ​ແລກປ່ຽນ​ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍທີ່ຜ່ານມາ ​ແລະ ທິດ​ທາງ​ແຜນການ​ຮ່ວມ​ມື​ໃນ​ຕໍ່ໜ້າ​ຂອງ​ສອງ​ປະ​ເທດ ເປັນຕົ້ນແມ່ນ ການຊ່ວຍເຫຼືອຂອງອົດສະຕຣາລີ ໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດ​ໂຄ​ວິດ 19, ການ​ຊ່ວຍເຫຼືອດ້ານສ້າງຊັບພະຍາກອນມະນຸດ, ປ້ອງ​ກັນຊາ​ດ, ການ​ຄ້າ​ ​ແລະ ການ​ລົງທຶນ, ພື້ນຖາ​ນໂຄງ​ລ່າງ, ກະສິກໍາ ​ແລະ ບັນຫາ​ລະ​ເບີ​ດທີ່​ຍັງ​ບໍ່​ທັນ​ແຕກ (UXO) ຢູ່ ສປປ ລາວ. ພ້ອມ​ກັນ​ນີ້, ທັງສອງ​ຝ່າຍ ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ທີ່​ຈະ​ເຮັດວຽກ​ຮ່ວມ​ກັນ ​ໃນ​ກອບ​ການ​ຮ່ວມ​ມື ອາ​ຊຽນ ​​ໃນ​ໂອກາດ ທີ່ ສປປ ລາວ ​ເປັນ​ປະ​ເທດ​ປະສານ​ງານ​ ການ​ພົວພັນອາ​ຊຽນ-ອົດ​ສະຕຣາລີ (2021-2024) ​ແລະ ອົດ​ສະຕຣາລີ ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ໃຫ້ການ​ສະໜັບສະໜູນ​ ​ແກ່​ການ​ກະກຽມ​ຄວາມ​ພ້ອມ ຂອງ ສປປ ລາວ ​ໃນ​ການ​ເປັນ​ປະທານ​ອາ​ຊຽນ ປີ 2024. ນອກຈາກ​ນັ້ນ, ຍັງ​ໄດ້​ປຶກສາ​ຫາລື ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ທັງ​ສອງຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ.

​ໃນ​ໂອກາດ​ການ​ຢ້ຽມຢາມ ສປປ ລາວ ​ຢ່າງເປັນ​ທາງ​ການ​ໃນ​ຄັ້ງນີ້, ທ່ານ ນາງ ມາຣີສ ​ເພນ ຍັງ​ໄດ້​ມີ​ໂອກາດ​ເຂົ້າ​ຢ້ຽມ​ຂໍ່ານັບ ທ່ານ ພັນ​ຄໍາ ວິພາ​ວັນ, ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ທີ່ ສໍານັກງານ​ນາຍົກລັດຖະມົນຕີ ​​ໃນ​ວັນ​ທີ 24 ກຸມພາ 2022, ຊຶ່ງ​ ທ່ານໄດ້​ຢໍ້າຄືນ ທີ່ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ ສປປ ລາວ ​​ໃນ​ບັນດາ​​ໂຄງການ​ຮ່ວມ​ມື​ສອງ​ຝ່າຍ ທີ່​ຈັດ​ຕັ້ງ​ປະຕິບັດ​ໃນ​ຜ່ານ​ມາ ​ແລະ ທ່ານນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ກໍ່ໄດ້​ຕີ​ລາຄາ​ສູງ​ຕໍ່​ການ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນທາງ​ການ​ໃນ​ຄັ້ງ​ນີ້, ຊຶ່ງ​ເປັນ​ນິມິດ​ໝາຍ​ອັນ​ດີ ​ໃນ​ການ​ສົ່ງ​ເສີມ​ການ​ຮ່ວມມື​ຂອງສອງ​ປະ​ເທດ​ໃນ​ອະນາຄົດ ​ແລະ ​ໄດ້ສະ​ເໜີຝ່າຍ​ອົດ​ສະຕຣາລີ ​ໃຫ້ການ​ຊ່ວຍ​​ເຫຼືອ​ ສປປ ລາວ ​ໃນ​ການຈັດ​ຕັ້ງ​ແຜນ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ 9 (2021-2025), ການຈັດ​ຕັ້ງ​ປະຕິບັດ​ວ່າ​ລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກທາງ​ດ້ານ​ເສດຖະກິດ-ການ​ເງິນ ​ແລະ ວ່າ​ລະ​ແຫ່ງ​ຊາດ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ລວມທັງ​ການສະ​ເໜີ​ໃຫ້​ຝ່າຍ​ອົດ​ສະຕຣາລີ ພິຈາລະນາ ນຳ​ເຂົ້າ​ແຮງ​ງານ ຈາກ ສປປ ລາວ.

ນອກຈາກ​ນີ້, ​ໃນ​ວັນ​ທີ 25 ກຸມພາ 2022, ທ່ານ​ ນາງ ມາຣີສ ​ເພນ ຍັງ​ໄດ້ກ່າວ​ປະ​ຖະກະຖາ ​ໃນ​ຫົວ​ຂໍ້: ສະ​ເຫຼີ​ມ ສະຫຼອງ 70 ປີ ​ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ​​ທີ່ ສູນການຮ່ວມມື ແລະ ການຝຶກອົບຮົມສາ​ກົນ (ICTC) ເປັນກຽດ​ເຂົ້າ​ຮ່ວມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ Paul Kelly, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ​ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ​. ທ່ານ ນາງ ມາຣີສ ​ເພນ ​ຍັງ​ໄດ້​ຢໍ້າຄືນ ທີ່​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ບັນດາ​ໂຄງການ​ຕ່າງໆ ທີ່ກໍາລັງ​ຈັດ​ຕັ້ງ​ປະຕິບ​ັດຢູ່ ສປປ ລາວ ຂອງ ອົດ​ສະຕຣາລີ ​ເປັນ​ຕົ້ນ​ແມ່ນ ​​ໂຄງການຄຸນນະພາບ ແລະ ເຂົ້າເຖິງການສຶກສາ ຢູ່ ສປປ ລາວ ໂຄງການທີ 2 (Basic Education Quality and Access in Lao PDR), ​​ສູນ​ລາວ-ອົດ​ສະຕຣາລີ ​​ເພື່ອ​ສະໜັບສະໜູ​ນການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ, ​ໂຄງການ​ຄູ່​ຮ່ວມ​ມື​ແມ່​ນໍ້າຂອງ-ອົດ​ສະ ຕຣາລີ (Mekong-Australia Partnership), ຄະນະ​ກໍາມະການ​ແມ່​ນໍ້າຂອງ (MRC)​ ​ແລະ ​ໂຄງການ​ ຄູ່​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ (Partnership for Infrastructure program). ​ໃນ​ວັນ​ດຽວ​ກັນ​ນີ້, ທ່ານ​ຍັງ​ໄດ້​ພົບ​ປະ​ກັບ ທ່ານ ທອງ​ສະຫວັນ ພົມ​ວິຫານ, ຫົວໜ້າ​ຄະນະ​ພົວພັນ​ຕ່າ​ງປະ​ເທດ​ສູນ​ກາງ​ພັກ ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື ​ໃນ​ຕໍ່​ໜ້າ.

​ໃນທາມ​ກາງ​ບັນຍາກາດ ​ທີ່​ທັງ​ສອງ​ປ​ະ​ເທດ ຮ່ວມ​ກັນ​ສະ​ເຫຼີ​ມສະຫຼອງ 70 ປີ ແຫ່ງ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ຄົບຮອບ ​ໃນ​ຄັ້ງ​ນີ້, ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ໃນ​ດ້ານ​ຫຼັກການ ທີ່​ຈະ​ຍົກ​ລະດັບ​ສາຍ​ພົວພັນ​ຂອງ​ສອງ​ປະ​ເທດອັນ​ຍາວ​ນານ ​ແລະ ຕໍ່​ເນື່ອງຕະຫຼອດ 7 ທົດ​ສະ​ວັດ​ທີ່​ຜ່ານ ​ເປັນ​ການ​ພົວພັນ​ຮ່ວມ​ມື​ແບບຮອບດ້ານ (Comprehensive Partnership).