ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 26-27 ເມສາ 2023, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ, ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.
ຕອນບ່າຍວັນທີ 27 ເມສາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະຜູ້ແທນລາວ-ຮົງກາຣີ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີ ປີເຕີ ຊີຢາໂຕ ທີ່ນຳພາຄະນະມາຢ້ຽມຢາມໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີທີ່ເປັນມູນເຊື້ອຍາວນານ ລະຫວ່າງ ລາວ-ຮົງກາຣີ ເວົ້າລວມ, ເວົ້າສະເພາະ ກໍ່ຄື ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຮົງກາຣີ ໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ.ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຕີລາຄາສູງຕໍ່ສາຍພົວພັນຮ່ວມມືສອງປະເທດ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃຫມ່ພາຍຫຼັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ບັນດາຄະນະຜູ້ແທນຂອງສອງປະເທດ ໄດ້ສືບຕໍ່ການພົບປະແລກປ່ຽນການຢ້ຽມຢາມ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນແຕ່ລະໄລຍະ.ພິເສດ ໃນປີ 2022 ຜ່ານມາ, ສອງຝ່າຍ ກໍ່ໄດ້ຮ່ວມກັນຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງຄົບຮອບ 60 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍສຳຄັນ, ໃນນັ້ນ ສປປ ລາວ ກໍ່ໄດ້ເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຮົງກາຣີ ຄືນໃຫມ່, ເຊິ່ງສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຂອງລັດຖະບານລາວ ໃນການສືບຕໍ່ຮັດແຫນ້ນ ແລະ ເສີມຂະຫຍາຍການພົວພັນສອງຝ່າຍໃຫ້ກ້າວຂຶ້ນສູ່ລະດັບໃຫມ່ໃນອະນາຄົດ. ໃນຕໍ່ຫນ້າອັນໃກ້ນີ້, ຝ່າຍຮົງກາຣີ ກໍ່ພິຈາລະນາທີ່ຈະເປີດສະຖານທູດຂອງຕົນຢູ່ ສປປ ລາວ ເຊັ່ນກັນ.
ສຳລັບທິດທາງການຮ່ວມມືໃນຕໍ່ຫນ້າ, ສອງກະຊວງການຕ່າງປະເທດລາວ-ຮົງກາຣີເຫັນດີເປັນເອກະພາບກັນສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂອງຄະນະຜູ້ແທນສອງຝ່າຍ ຢ່າງເປັນປົກກະຕິ, ຊຸກຍູ້ການໄປມາຫາສູ່ກັນຂອງປະຊາຊົນ ເພື່ອສົ່ງເສີມຂະແໜງການທ່ອງທ່ຽວຂອງສອງປະເທດ ລາວ-ຮົງກາຣີ, ສືບຕໍ່ແລກປ່ຽນບົດຮຽນ ແລະ ການຈັດຝຶກອົບຮົມ ລະຫວ່າງ ນັກການທູດໜຸ່ມນ້ອຍນຳກັນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ,ຊຸກຍູ້ການແຕ່ງຕັ້ງຄະນະປະສານງານຮ່ວມ ລາວ-ຮົງກາຣີ ໃນການຄຸ້ມຄອງ-ຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດໂຄງການຕ່າງໆ ເພື່ອຮັບປະກັນປະສິດທິພາບ ແລະ ຜົນປະໂຫຍດສູງສຸດ, ເພີ່ມທະວີການຮ່ວມມືກັນໃນຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆທີ່ການນໍາສອງປະເທດ ໄດ້ລົງນາມກັນແລ້ວນັ້ນ ໃຫ້ສຳເລັດມີຫມາກຜົນຕົວຈິງ ເປັນຕົ້ນ ການຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການບໍລິຫານຈັດການຊັບພະຍາກອນນ້ຳ, ການຮ່ວມມືດ້ານການເງິນ ພາຍໃຕ້ເງິນກູ້ຢືມແບບມີເງື່ອນໄຂບໍ່ມີດອກເບ້ຍ, ການພັດທະນາພື້ນຖານໂຄງລ່າງກະສິກຳ, ການບຳບັດນ້ຳເປື້ອນ, ການຄຸ້ມຄອງພົນລະເມືອງແບບທັນສະໄຫມ, ການສຶກສາ, ການພັດທະນາຊັບພະຍາ ກອນມະນຸດແລະ ອື່ນໆ. ພ້ອມນີ້, ກໍ່ເຫັນສືບຕໍ່ພ້ອມກັນຄົ້ນຄວ້າປຶກສາຫາລືເພື່ອກຳນົດໂຄງການຮ່ວມມືສອງຝ່າຍທີ່ມີຜົນປະໂຫຍດຮ່ວມກັນຕື່ມ, ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫຼາຍຝ່າຍ ເປັນຕົ້ນ ການຮ່ວມມືໃນຂອບ ສປຊ, ອາຊຽນ-ຮົງກາຣີ ແລະ ອາຊຽນ-ອີຢູ. ໃນຂະນະດຽວກັນ, ຝ່າຍຮົງກາຣີ ກໍ່ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຮົງກາຣີ ໄດ້ສືບຕໍ່ໃຫ້ທຶນການສຶກສາຈຳນວນ 150 ທຶນຕໍ່ປີ ໃຫ້ແກ່ ສປປ ລາວ.ນອກຈາກນີ້, ສອງຝ່າຍ ກໍ່ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຕົນເອງ ໃນໄລຍະຜ່ານມາ ແລະ ໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ຝ່າຍລາວ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມຄວາມພ້ອມຂອງ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2024 ທີ່ຈະມາເຖິງນີ້.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ຮົງກາຣີ ໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຫວັງວ່າ ລັດຖະບານ ຮົງກາຣີ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕື່ມໃນອະນາຄົດ, ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນປີ 2024 ເພື່ອໃຫ້ມີຜົນສຳເລັດອັນຈົບງາມ. ໃນຂະນະດຽວກັນ, ຝ່າຍ ຮົງກາຣີ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ປະສານສົມທົບກັບຝ່າຍລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນຳຂັ້ນສູງສອງປະເທດ ໄດ້ເປັນເອກະພາບກັນແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນສູງສຸດ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງປະເທດ ຮົງກາຣີ-ລາວ, ລາວ-ຮົງກາຣີ.
ພາຍຫລັງສຳເລັດພິທີພົບປະທາງການ, ສອງຝ່າຍ ກໍ່ໄດ້ຮ່ວມກັນລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃຫ້ແກ່ນັກການທູດ ແລະ ພະນັກງານການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຮົງກາຣີ.ພ້ອມນີ້, ສອງຝ່າຍ ກໍ່ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນ ລາວ ແລະ ຮົງກາຣີ ກ່ຽວກັບ ຜົນສຳເລັດຂອງການພົບປະຄັ້ງນີ້, ເຊິ່ງຈະເປັນພື້ນຖານອັນສຳຄັນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ,ໂດຍສະເພາະ ການປະສານສົມທົບກັນຢ່າງກົມກຽວ ລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຮົງກາຣີ ໃນອະນາຄົດ.ພາຍຫຼັງສຳເລັດພິທີ, ສອງຝ່າຍ ຍັງໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງແບບເຮັດວຽກ ເພື່ອປຶກສາຫາລືເຖິງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ໃນຕໍ່ຫນ້າ.
ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານລັດຖະມົນຕີ ປີເຕີ ຊີຢາໂຕ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມນີ້ ກໍ່ໄດ້ເດີນທາງໄປເຂົ້າຮ່ວມພິທີມອບ-ຮັບ ໂຮງງານຜະລິດນ້ຳປະປາດົງບັງ, ໂຮງງານປຸງແຕ່ງປາເວີນຄຳ ແລະ ຢ້ຽມຊົມຄວາມຄືບຫນ້າຂອງໂຄງການຄຸ້ມຄອງພົນລະເມືອງ (ລະບົບອອກບັດປະຈຳຕົວ) ແລະ ໄດ້ໄປໃຫ້ສຳພາດຂ່າວ ແກ່ບັນດາສື່ມວນຊົນລາວ ທີ່ສະຖານີໂທລະພາບແຫ່ງຊາດລາວ ກ່ຽວກັບ ຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ທິດທາງການພົວພັນຮ່ວມມືສອງປະເທດ ລາວ-ຮົງກາຣີ ໃນຕໍ່ຫນ້າ.
ອາດເປັນຮູບພາບຂອງ 2 ຄົນ, ເວທີ ແລະ ຂໍ້ຄວາມ
ອາດເປັນຮູບພາບຂອງ 2 ຄົນ, ເວທີ ແລະ ຂໍ້ຄວາມ
ອາດເປັນຮູບພາບຂອງ 18 ຄົນ, ລຳໂພງ ແລະ ຂໍ້ຄວາມ
Loading...