ວັນທີ 8 ກັນຍາ 2020 ໄດ້ມີພິທີ ມອບ- ຮັບ ແລະ ເປີດນຳໃຊ້ ໂຄງການພັດທະນາພື້ນຖານໂຄງລ່າງ ລວມທັງສິ່ງອຳນວຍຄວາມສະດວກເພື່ອສົ່ງເສີມການທ່ອງທ່ຽວ ແລະ ຕອບສະໜອງໃຫ້ແກ່ການບໍລິການທ່ອງທ່ຽວ ຢູ່ສອງເມືອງຂອງແຂວງຫລວງພະບາງ ຄື: ເມືອງຈອມເພັດ ແລະ ເມືອງປາກອູ ໂດຍມອບໃຫ້ອົງການປົກຄອງແຂວງເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ນຳໃຊ້ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ.
ໃຫ້ກຽດເຂົ້າຮ່ວມມີ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ຫລວງພະບາງ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສູນ ມະນີວົງສ໌ ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ລາຍງານໃຫ້ຮູ້ວ່າ: ການປະຕິບັດໂຄງການນີ້ ໄລຍະ I ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ ລວມມູນຄ່າທັງໝົດ 43 ລ້ານໂດລາສະຫະລັດ, ໃນນັ້ນມີທຶນສົມທົບຂອງລັດຖະບານ 3 ລ້ານໂດລາສະຫະລັດ, ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2015-2020 ຢູ່ ແຂວງອຸດົມໄຊ ໄດ້ກໍ່ສ້າງເສັ້ນທາງໄປຫາຖ້ຳຈອມອອງ, ຄວາມຍາວ 54 ກມ, ລວມທັງສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ ແລະ ພາຍໃນຖ້ຳ, ພັດທະນາ-ສົ່ງເສີມການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນ ໃນຂະແໜງການທ່ອງທ່ຽວທັງພາກລັດ ແລະ ພາກທຸລະກິດ; ສ່ວນແຂວງຄຳມ່ວນ ກໍ່ສ້າງເສັ້ນທາງໄປຖ້ຳຊ້າງ ຄວາມຍາວ 4,5 ກມ, ກໍ່ສ້າງສິ່ງອຳນວຍຄວາມສະ ດວກບໍລິເວນໜ້າຖ້ຳ, ກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກ ບໍລິເວນເດີ່ນພະທາດສີໂຄດຕະບອງ, ພັດທະນາ-ສົ່ງເສີມການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ ທັງພາກລັດ ແລະ ພາກທຸລະກິດ.
ສະເພາະ ຢູ່ແຂວງຫລວງພະບາງ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ໄດ້ເລີ່ມລົງ ມືກໍ່ສ້າງມາແຕ່ເດືອນມັງກອນ 2018, ຈັດຕັ້ງປະຕິບັດ ຢູ່ເມືອງປາກອູ ແລະ ເມືອງຈອມເພັດ ໃນນັ້ນ, ເມືອງປາກອູ ໄດ້ສ້າງເສັ້ນທາງ ອາ1 ແຕ່ທາງ 13 ເໜືອ ຫາ ປາກອູ ມີຄວາມຍາວ 8,4 ກິໂລແມັດ, ສ້າງທາງພາຍໃນ ບ້ານຊ່າງໄຫ ແລະ ບ້ານປາກອູ ຍາວທັງໝົດ 1,2 ກິໂລແມັດ, ພ້ອມທັງ ສ້າງຂັ້ນໄດຂຶ້ນລົງທ່ານ້ຳ ຢູ່ບ້ານຊ່າງໄຫ 2 ແຫ່ງ, ຢູ່ບ້ານປາກອູ 1 ແຫ່ງ ແລະ ສ້າງຫ້ອງນ້ຳສາທາລະນະ, ບ່ອນຈອດລົດ ແລະ ສ້າງສູນຂໍ້ມູນຂ່າວສານ ບ້ານລະ 1 ແຫ່ງ, ພ້ອມຕິດຕັ້ງໄຟເຍືອງທາງ. ພ້ອມນັ້ນ, ຍັງໄດ້ສ້ອມແປງຂັ້ນໄດຂຶ້ນລົງຖ້ຳຕິ່ງ, ສ້າງຫ້ອງນ້ຳສາທາລະນະ, ບ່ອນທຽບເຮືອ 30 ແມັດ ແລະ ປະກອບໄຟແສງສີພາຍໃນຖ້ຳ. ສ່ວນຢູ່ເມືອງຈອມເພັດ ໄດ້ຈັດຕັ້ງປະຕິບັດ ຢູ່ 2 ບ້ານ ຄື: ບ້ານຈ່ານເໜືອ ໂດຍໄດ້ສ້າງເສັ້ນທາງພາຍໃນບ້ານ ຍາວ 240 ແມັດ, ສ້າງສູນສາທິດ 1 ຫລັງ, ສູນຂໍ້ມູນຂ່າວສານທ່ອງ ທ່ຽວ 2 ແຫ່ງ, ສູນສະແດງສິນຄ້າ 1 ຫລັງ, ຫ້ອງນ້ຳສາທາລະນະ 1 ແຫ່ງ, ບ່ອນຈອດລົດ 1 ແຫ່ງ, ຂັ້ນໄດຂຶ້ນລົງທ່ານ້ຳ 1 ແຫ່ງ. ສ່ວນບ້ານຊຽງແມນ ໄດ້ສ້າງເສັ້ນທາງ ອາ 2 ຍາວ 400 ແມັດ, ທາງ ອາ 3 ຍາວ 540 ແມັດ, ທາງ ອາ 4 ຍາວ 210 ແມັດ, ທາງ ອາ 5 ສ້າງທາງຍ່າງ 1.362 ແມັດ, ກວ້າງ 2 ແມັດ, ປູດ້ວຍເບຕົງຫີນ ຂັດໜ້າ ພ້ອມໄຟເຍືອງທາງ, ພ້ອມທັງສ້າງຕະຫລາດ 1 ຫລັງ, ຫ້ອງນ້ຳສາທາລະນະ 1 ແຫ່ງ, ສູນຂໍ້ມູນຂ່າວສານທ່ອງທ່ຽວ 1 ຫລັງ ແລະ ຂັ້ນໄດຂຶ້ນລົງທ່ານ້ຳ 1 ແຫ່ງ.
ນອກນັ້ນ, ຍັງໄດ້ສ້າງຕ້ານເຈື່ອນດ້ວຍກະຕ່າຫີນ, ດ້ວຍເບຕົງເສີມເຫລັກ ຢູ່ເມືອງປາກອູ ແລະ ສ້າງຂົວຮ່ອງເຟືອງ, ສ້າງຂົວອູ່ ບ້ານຈ່ານເໜືອ ຫາ ບ້ານຈ່ານໃຕ້ 149 ແມັດ ຢູ່ເມືອງຈອມເພັດ ແລະ ສ້າງທາງໄປຕາດກວາງຊີ, ສ້ອມແປງ ແລະ ປັບປຸງໜ້າຂົວເບເລ 5 ແຫ່ງ, ສ້ອມແປງໜ້າທາງ ແຕ່ບ້ານຄອຍ ຫາ ຕາດກວາງຊີ ລວມທັງຮ່ອງລະບາຍນ້ຳ ຍາວ 26 ກິໂລແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 6 ລ້ານກວ່າໂດລາສະຫະລັດ.
Cr: ທະນູທອງ