ພິທີເຊັນສັນຍາຮ່ວມມືສອງຝ່າຍ( MOU ) ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຂອງ ສປປ ລາວ ກັບກະຊວງທ່ອງທ່ຽວຂອງຣາຊະອານາຈັກກໍາປູເຈຍຈັດຂຶ້ນໃນວັນທີ 18 ມັງກອນ 2022 ນີ້ ທີ່ຣາຊະອານາຈັກກໍາປູເຈຍ, ສໍາລັບຝ່າຍລາວເຂົ້າຮ່ວມເຊັນສັນຍາຂອງທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ສ່ວນຝ່າຍຣາຊະອານາຈັກກໍາປູເຈຍ ໂດຍແມ່ນທ່ານ ທອງ ຄົນ ລັດຖະມົນຕີກະຊວງທ່ອງທ່ຽວກໍາປູເຈຍ, ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເຂົ້າຮ່ວມເປັນສັກຂີພິຍານທາງວີດິໂອທາງໄກ. ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວມີຄໍາເຫັນຕໍ່ພິທີເຊັນສັນຍາຮ່ວມມືສອງຝ່າຍຄັ້ງນີ້ວ່າ: ໂດຍອີງຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງອົງການທ່ອງທ່ຽວແຫ່ງຊາດລາວ ແລະ ກະຊວງທ່ອງທ່ຽວແຫ່ງຣາຊະອານາຈັກ ກໍາປູເຈຍວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວສະບັບລົງວັນທີ 7 ກໍລະກົດ 2002; ເພື່ອແນ່ໃສ່ເພີ່ມທະວີສາຍພົວພັນການຮ່ວມມື ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະກັນລະຫວ່າງສອງປະເທດໃນການຮັດແໜ້ນ, ລົງເລິກ ແລະເປີດກວ້າງການຮ່ວມມືໄລຍະຍາວ ແລະການຮ່ວມມືໃນຂະແໜງການທ່ອງທ່ຽວຕ່າງຝ່າຍຕ່າງມີຜົນປະໂຫຍດຂອງສອງປະເທດ, ຂັບເຄື່ອນ ແລະຊຸກຍູ້ໃຫ້ນັກທ່ອງທ່ຽວມີການໄປມາຫາສູ່ກັນຫລາຍຂຶ້ນ, ການຮ່ວມມືເຂດຊາຍແດນ ແລະການຮ່ວມມື ເພື່ອອໍານວຍຄວາມສະດວກໃນການເດີນທາງ ແລະ ຂ້າມຊາຍແດນ; ເພີ່ມທະວີກ້າວສູ່ການເຊື່ອມໂຍງພາຍໃນອາຊຽນ ໂດຍການຊຸກຍູ້ຕົວເລກນັກທ່ອງທ່ຽວຂອງສອງປະເທດໃຫ້ຫລາຍກວ່າເກົ່າ ລວມທັງນັກທ່ອງທ່ຽວຈາກປະເທດທີ 3, ນອກນີ້ ສອງຝ່າຍຍັງໄດ້ສົ່ງເສີມການພັດທະນາຊັບພະຍາກອນມະນຸດໃນຂະແໜງການທ່ອງທ່ຽວ ແລະ ພັດທະນາຄວາມອາດສາມາດໃຫ້ແກ່ນັກວິຊາການ ໂດຍແຕ່ລະຝ່າຍ ຈະເຊື້ອເຊີນ ຊຶ່ງກັນ ແລະ ກັນເຂົ້າຮ່ວມບັນດາກອງປະຊຸມສໍາມະນາ, ເວທີປຶກສາຫາລືຕ່າງໆ ແລະ ສືບຕໍ່ຊຸກຍູ້ການແລກປ່ຽນທັດສະນະສຶກສາ ແລະ ການຢ້ຽມຢາມທາງການ ສໍາລັບພາກລັດ ແລະ ພາກທຸລະກິດ ລວມທັງສື່ມວນຊົນ ໂດຍຈຸດປະສົງເພື່ອຮັບປະກັນອຸດສາຫະກໍາການຄ້າທ່ອງທ່ຽວຂອງສອງຝ່າຍໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ຍືນຍົງ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຍັງມີຄໍາເຫັນຕື່ມວ່າ: ຕະຫລອດໄລຍະຜ່ານມາ ລາວ ແລະກໍາປູເຈຍໄດ້ຮ່ວມມືກັນ ໃນກອບສອງຝ່າຍ ແລະ ຫລາຍຝ່າຍໃນຂົງເຂດວຽກງານການທ່ອງທ່ຽວ ມີປະສິດທິຜົນຫລາຍສົມຄວນ ແລະ ຕີລາຄາສູງໃຫ້ແກ່ຜົນສໍາເລັດໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຂອບໃຈທີ່ກໍາປູເຈຍຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນ ແລະ ສົ່ງເສີມຂະແໜງການທ່ອງທ່ຽວລາວ ແລະ ກໍາປູເຈຍ ຊຶ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຂອງ ສປປ ລາວ ແລະ ກະຊວງທ່ອງທ່ຽວແຫ່ງຣາຊະອານາຈັກກໍາປູເຈຍ ກໍຄືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ກໍາປູເຈຍ-ລາວໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ.
ໂດຍ: ບຸນຍັງ ພຸດສະຫວັດ

