ໃນວັນທີ່ 24 ທັນວາ 2021, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ. ລາວ ປະຈຳຣາຊະ ອານາຈັກໄທ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການປຶກສາຫາລືທາງການເມືອງ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂຄລົມເບຍ.
ໃນພິທີລົງນາມດັ່ງກ່າວ, ຕາງໜ້າໃຫ້ກະຊວງການຕ່າງປະເທດ ສປປ. ລາວ ແມ່ນທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ. ລາວ ປະຈຳຣາຊະອາ ນາຈັກໄທ ແລະ ຕາງໜ້າໃຫ້ກະຊວງການຕ່າງປະເທດ ໂຄລົມເບຍ ແມ່ນທ່ານນາງ ແອນນາ ມາເຣຍ ເປຣຍໂຕ ອາແບດ (Ana Maria Prieto Abad), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ໂຄລົມເບຍ ປະຈໍາ ສປປ. ລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະ ນະລັດ ໂຄລົມເບຍ ມີການພົວພັນ ແລະ ຮ່ວມມືກັນໃນລະດັບດີນັບແຕ່ໄດ້ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 30 ກັນຍາ 1988. ຜ່ານມາ ໂຄລົມເບຍ ກໍໄດ້ໃຫ້ຄວາມຊ່ວຍເຫຼືອ ສປປ. ລາວ ດ້ານການພັດທະນາຊັບພະຍາ ກອນມະນຸດ ໂດຍໄດ້ໃຫ້ທຶນຝຶກອົບຮົມດ້ານພາສາແອັດສະປາໂຍນ ໄລຍະສັ້ນໃຫ້ແກ່ພະນັກງານກະຊວງການຕ່າງປະເທດລາວ ແລະ ນັກສຶກສາພາກວິຊາພາສາແອັດສະປາໂຍນ ຂອງມະຫາວິທະຍາໄລແຫ່ງຊາດ ຜ່ານຂອບເວທີການຮ່ວມມື ລະຫວ່າງ ພາກພື້ນອາຊີຕາ ເວັນອອກ ແລະ ອາເມລິກາລາຕິນ (FEALAC). ໃນປີ 2019 ກະຊວງການຕ່າງປະເທດ ສປປ. ລາວ ໄດ້ຮັບເອົາອາຈານອາສາສະໝັກສອນພາສາແອັດສະປາໂຍນ ຂອງໂຄລົມເບຍ ມາສອນຢູ່ລາວເປັນຄັ້ງທໍາອິດ ໂດຍແມ່ນສະຖາບັນການຕ່າງປະເທດ ເປັນຜູ້ຈັດຕັ້ງປະຕິບັດ.
ການຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ໂຄລົມເບຍ ຈະເປັນກົນໄກສໍາຄັນໃຫ້ແກ່ການປຶກສາຫາລື ແລະ ແລກປ່ຽນສະພາບການຕ່າງໆ ເພື່ອສົ່ງເສີມການພົວພັນຮ່ວມມື ແລະ ການສະໜັບສະໜູນຊຶ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ ລາວ ແລະ ໂຄລົມເບຍ ໃນອານາຄົດ.
ຂ່າວ;ພາບ: ກົມຂ່າວກະຊວງ ຕ່າງປະເທດ
Loading...